ວັນທີ 1 ທັນວາ ກະຊວງສຶກສາທິການ ແລະ ກີລາ ສປປ ລາວ ແລະ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ຮ່ວມກັນເຊັນບົດບັນທຶກຂໍ້ຕົກລົງໂຄງການສະໜັບສະໜູນທຶນຊ່ວຍເຫຼືອຄູ ແລະ ນັກຮຽນ-ນັກສຶກສາ ທີ່ກະຊວງສຶກສາທິການ ສປປ ລາວ ໂດຍການລົງນາມຂອງທ່ານ ສຸລິອຸດົງ ສຸນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ ອາຍ ຢົງຈຸນ ຮອງຜູ້ອໍານວຍການບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ມີທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ທ່ານ ພຸດ ສີມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍການນໍາແຕ່ລະກົມຂອງກະຊວງສຶກສາ ແລະ ທ່ານ ຈ້າວ ເຫວິນຍຸຍ ທີີ່ປຶກສາເສດຖະກິດ ແລະ ການຄ້າ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ຕະຫຼອດຮອດຕາງໜ້າບໍລິສັດ ຊີໂນ-ອາກຣີ ໂປຕາສ ທັງໝົດໄດ້ເຂົ້າຮ່ວມເປັນສັກຂີພະຍານ.

ໃນພິທີເຊັນບົດບັນທຶກ ທ່ານ ກິແກ້ວ ໄຂຄໍາພິທູນ ມີຄໍາເຫັນວ່າ: ໂຄງການສະໜັບສະໜູນທຶນຊ່ວຍເຫຼືອຄູ ແລະ ນັກຮຽນ-ນັກສຶກສາ ມີຄວາມໝາຍຄວາມສໍາຄັນຫຼາຍ ຂໍຂອບໃຈມາຍັງບໍລິສັດ ຊີໂນ-ອາກຣີ ໂປຕາສ ທີ່ໄດ້ປະກອບສ່ວນໃນການພັດທະນາຊັບພະຍາກອນມະນຸດ ແລະ ເສດຖະກິດ-ສັງຄົມຂອງ ສປປ ລາວ ລາວແລະຈີນ ເປັນປະເທດເພື່ອນບ້ານທີ່ດີ ໝູ່ເພື່ອນທີ່ດີ ສະຫາຍທີ່ດີ ຄູ່ຮ່ວມມືທີ່ດີ ລັດຖະບານລາວ ແມ່ນສະໜັບສະໜູນບໍລິສັດຊີໂນ-ອາກຣີ ໂປຕາສ ເຊິ່ງເປັນວິສາຫະກິດຈີນມາລົງທຶນພັດທະນາຢູ່ລາວທີ່ມີການບໍລິຫານຄຸ້ມຄອງທີ່ເຂັ້ມແຂງ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ ສະນັ້ນຂໍໃຫ້ທາງບໍລິສັດສືບຕໍ່ປະຕິບັດຕາມແນວທາງ 4 ດີ ເສີມຂະຫຍາຍສາຍພົວພັນມິດຕະພາບ ຄູ່ຮ່ວມມືຍຸດທະສາດຮອບດ້ານຍາວນານລະຫວ່າງສອງພັກສອງລັດ ສ້າງເປັນຄູ່ຮ່ວມຊະຕາກໍາລາວ-ຈີນ ສົ່ງເສີມການພັດທະນາຄຸນນະພາບຂອງປະຊາຊົນສອງຊາດໃຫ້ສູງຂຶ້ນຢ່າງບໍ່ຂາດ ເພື່ອສ້າງຜົນປະໂຫຍດທີ່ແທ້ຈິງໃຫ້ແກ່ປະຊາຊົນສອງຊາດລາວ-ຈີນ.

ທ່ານ ອາຍ ຢົງຈຸນ ກ່າວວ່າ:ບໍລິສັດໄດ້ມີການປະສານສົມທົບຢ່າງໃກ້ຊິດກັບອໍານາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນເປັນເວລາຫຼາຍປີ ແລະ ບໍລິສັດມຸ້ງໝັ້ນທີ່ຈະສ້າງຜົນປະໂຫຍດຮ່ວມກັນລະຫວ່າງ ບໍລິສັດ ກັບ ພາກລັດ ແລະ ປະຊາຊົນທ້ອງຖິ່ນ ໃນຖານະເປັນບໍລິສັດທໍາອິດທີ່ຕັ້ງທຶນການສຶກສາສະເພາະໃນລາວ ຫວັງວ່າຈະສົ່ງເສີມບົດບາດເປັນຕົວຢ່າງ ຊຸກຍູ້ໃຫ້ບໍລິສັດລົງທຶນອື່ນໆ ຫັນມາເອົາໃຈໃສ່ໃນການພັດທະນາການສຶກສາໃນລາວໃຫ້ຫຼາຍຂຶ້ນ ເພື່ອປະຕິບັດໜ້າທີ່ຮັບຜິດຊອບຂອງວິສາຫະກິດຢ່າງແທ້ຈິງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງລາວ ໂດຍປິ່ນອ້ອມກິດຈະການຫຼັກຂອງຕົນ ບໍລິສັດສືບຕໍ່ຂະຫຍາຍກໍາລັງການຜະລິດຂອງໂຄງການຝຸ່ນໂປຕາສ ເພື່ອພັດທະນາໃຫ້ກາຍເປັນຜູ້ສະໜອງຝຸ່ນໂປຕາສລະດັບໂລກ ພ້ອມນັ້ນທາງບໍລິສັດຍັງຈະກໍ່ສ້າງນິຄົມອຸດສາຫະກໍາທີ່ມີເຂດອຸດສາຫະກໍາໂປຕາສ ແລະ ເຂດອຸດສາຫະກໍາອະໂປຕາສ ເພື່ອພັດທະນານຳໃຊ້ຊັບພະຍາກອນໃຫ້ໄດ້ປະໂຫຍດສູງສຸດ ເພື່ອສ້າງຜົນປະໂຫຍດທາງດ້ານເສດຖະກິດໃຫ້ໄດ້ຫລາຍກວ່າເກົ່າແກ່ລັດຖະບານແລະປະຊາຊົນລາວ.

ການສ້າງ“ບົດບັນທຶກການສະໜັບສະໜູນທຶນຊ່ວຍເຫຼືອການສຶກສາໃນລາວ” ຂອງບໍລິສັດ ແມ່ນໂຄງການຮ່ວມມືໃຫຍ່ອີກອັນໜຶ່ງກັບພາກລັດລາວ ພາຍຫຼັງໄດ້ຮ່ວມກັບກະຊວງແຮງງານແລະສະຫວັດດີການສັງຄົມ ສ້າງ “ບົດບັນທຶກການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ” ເຊິ່ງແມ່ນມາດຕະການທີ່ສໍາຄັນທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຮ່ວມກັນພັດທະນາລະຫວ່າງລັດ ແລະ ວິສາຫະກິດ ທຶນຊ່ວຍເຫຼືອການສຶກສາດັ່ງກ່າວຕົ້ນຕໍແມ່ນນໍາໃຊ້ເພື່ອສະໜັບສະໜູນຜູ້ເຮັດວຽກງານການສຶກສາໃນເຂດທຸກຍາກ ນັກຮຽນ-ນັກສຶກສາທີ່ຍາກຈົນໃນວິທະຍາໄລ ແລະ ສໍາລັບສະຖາບັນສຶກສາທີ່ກໍ່ສ້າງບຸກຄະລາກອນວິຊາການເຕັກນິກວິຊາສະເພາະ ທຶນຊ່ວຍຫຼືອດັ່ງກ່າວມີມູນຄ່າ 350.000 ໂດລາຕໍ່ປີ ເຊິ່ງແມ່ນຈໍານວນທຶນສຶກສາທີ່ຫຼາຍທີ່ສຸດໃນລາວ ແລະ ເປັນກໍລະນີທໍາອິດທີ່ຈະສືບຕໍ່ປະຕິບັດໄປທຸກໆປີຢ່າງຕໍ່ເນື່ອງ ເພື່ອເປັນການຮັບປະກັນດ້ານທຶນຮອນສໍາລັບພັດທະນາການສຶກສາຂອງ ສປປ ລາວ “ປູກຕົ້ນໄມ້ໃຊ້ເວລາສິບປີ ສ້າງຄົນໃຊ້ເວລາຮ້ອຍ ປີ” ສະນັ້ນການສຶກສາແມ່ນແຜນການພື້ນຖານ ເພື່ອຄວາມຈະເລີນຮຸ່ງເຮືອງຂອງຊາດ ແລະ ຄວາມເຂັ້ມແຂງຂອງປະຊາຊົນ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ພາຍໃຕ້ການສະໜັບສະໜູນຈາກບໍລິສັດແມ່“ອາຊີໂປຕາສສາກົນ”ດ້ວຍວິໄສທັດຍຸດທະສາດຍາວໄກ ຈະຊ່ວຍແຮງພັດທະນາການສຶກສາຢູ່ລາວ ທັງເປັນການປະກອບສ່ວນອັນສໍາຄັນໃນການສ້າງເປັນ “ຄູ່ຮ່ວມຊະຕາກໍາລາວ-ຈີນ”.