ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ (02/12/1975 – 02/12/2022) ບັນດາຜູ້ນໍາພັກ-ລັດ ນໍາໂດຍທ່ານ ທອງລຸນ ສີສຸລິດ ເລາຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ທ່ານ ພັນຄຳ ວິພາວັນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະກົມການເມືອງສູນກາງພັກ ເຂົ້າຮ່ວມວາງພວງມາລາຢູ່ຕໍ່ໜ້າອານຸສາວະລີນັກຮົບນິລະນາມ ໃນວັນທີ 2 ທັນວາ 2022.



ເພື່ອເປັນການສະແດງຄວາມເຄົາລົບຮັກ ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ ແລະ ນໍ້າໃຈຕໍ່ສູ້ຢ່າງພິລາດອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍ່ຄືບັນດານັກຮົບປະຕິວັດ ທີ່ເສຍສະຫຼະຊີວິດ ເລືອດເນື້ອເພື່ອປະເທດຊາດ ແລະ ປະຊາຊົນ ຢ່າງອົງອາດກ້າຫານ ຈົນໄດ້ຮັບໄຊຊະນະ ແລະ ປະກາດເປັນເອກະລາດ ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 02 ທັນວາ 1975 ເຊິ່ງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງດັ່ງກ່າວໄດ້ຖືກຈາລຶກໄວ້ໃນຊີວິດຈິດໃຈຂອງທົ່ວປວງຊົນລາວທັງຊາດ ຕະຫຼອດໄປ.


ໂອກາດດຽວກັນ ທາງຄະນະກໍໄດ້ວາງກະຕ່າດອກໄມ້ ຢູ່ຮູບປັ້ນຫຼໍ່ ປະທານໄກສອນ ພົມວິຫານ ຢູ່ຫໍ ພິພິທະພັນ ໄກສອນ ນຳອີກ.





