ແຂວງຫຼວງນໍ້າທາ ສືບຕໍ່ປະຕິບັດມາດຕະການຕ້ານ COVID-19 ບໍ່ໃຫ້ຄືນມາລະບາດຮອບສອງ

    ແຂວງຫຼວງນໍ້າທາ ສືບຕໍ່ການປະຕິບັດມາດຕະການ ແລະ ວິທີປ້ອງກັນການລະບາດຂອງ COVID-19 ພ້ອມສືບຕໍ່ເປັນເຈົ້າການປະຕິບັດແຈ້ງການ ມະຕິຄໍາສັ່ງຂອງຂັ້ນເທິງ ເພື່ອປ້ອງຫັນບໍ່ໃຫ້ມີການລະບາດຄືນເປັນຮອບທີສອງ.

     ທ່ານ ບຸນຍີ່ ແກ້ວຄູນເມືອງ ຮອງເຈົ້າແຂວງຫຼວງນໍ້າທາ ໃຫ້ສໍາພາດຕໍ່ສື່ມວນຊົນທີ່ໄດ້ເດີນທາງລົງໄປເກັບກໍາຂໍ້ມູນຢູ່ແຂວງຫຼວງນໍ້າທາເພື່ອຂຽນຂ່າວວ່າ: ແຂວງຫຼວງນໍ້າທາພວກເຮົາໄດ້ເອົາໃຈໃສ່ສືບຕໍ່ ປະຕິບັດຕາມແຈ້ງການຂອງຂັ້ນເທິງ ການສືບຕໍ່ປິດຮ້ານບັນເທີງ ຄາຣາໂອເກະ ຫ້າມຈັດກິດຈະກໍາຊຸມນຸມທີ່ບໍ່ເປັນທາງການ ຊຸມແຊວ ແລະ ຈັດດງານສັງສັນ ສືບຕໍ່ປິດດ່ານສາກົນ ດ່ານປະເພນີ ດ່ານທ້ອງຖິ່ນສໍາລັບບຸກຄົນທົ່ວໄປ ອະນຸຍາດພຽງແຕ່ການເຂົ້າ-ອອກ ຂອງລົດຂົນສົ່ງເທົ່ານັ້ນ ສໍາລັບມາດຕະການຜ່ອນຜັນ ທາງແຂວງໄດ້ອະນຸຍາດໃຫ້ມີການເປີດຕະຫຼາດກາງຄືນ ແຕ່ມີການຄຸ້ມຄອງຈາກຂະແໜງການກ່ຽວຂ້ອງຢ່າງເຂັ້ມງວດ ອະນຸຍາດໃຫ້ບັນດາໂຄງການ ກິດຈະການ ໂຮງຮຽນ ເປີດດໍາເນີນກິດຈະການເປັນປົກກະຕິໄດ້ ແຕ່ຕ້ອງປະຕິບັດຕາມມາດຕະການ ວິທີປ້ອງກັນທີ່ທາງຄະນະສະເພາະກິດຂັ້ນສູນກາງ-ຂັ້ນແຂວງວາງອອກ ເອົາໃຈໃສ່ຄົ້ນຄວ້າ ຕິດຕາມ ກວດກາ ການສະເໜີຂອງບໍລິສັດ ອົງການຕ່າງໆທີ່ຂໍແຮງງານຈາກຕ່າງປະເທດ ໂດຍສະເພາະຈາກ ສປ ຈີນ ເຂົ້າມາເຮັດວຽກຢູ່ແຂວງຫຼວງນໍ້າທາ ແລະ ແຂວງອື່ນໆ ຢູ່ ສປປ ລາວ ຕາມລະບຽບການ ໂດຍສະເພາະຕາມຄໍາແນະນໍາຂອງຄະນະສະເພາະກິດກະຊວງການຕ່າງປະເທດວາງອອກຕາມຂັ້ນຕອນຢ່າງເຂັ້ມງວດ.

     ສໍາລັບການລົງເຄື່ອນໄຫວເກຫບກໍາຂໍ້ມູນເພື່ອຂຽນຂ່າວຂອງຄະນະສື່ມວນຊົນ ແມ່ນເປັນການຮ່ວມ ມືຂອງສູນສື່ສານເພື່ອສຸຂະພາບ-ສຸຂະສຶກສາ ແລະ ອົງການອຸຍນີເຊັບ ໂດຍການສະໜັບສະໜູນຂອງ ອົງການອຸຍນີເຊັບ ແລະ USAID.

# ຂ່າວ & ພາບ:  ສຸລິໂຍ  

error: Content is protected !!