ຄະນະໂຄສະນາອົບຮົມນະຄອນຫຼວງ ປັບປຸງການຈັດຕັ້ງໃໝ່

ພິ­ທີ​ມອບ-ຮັບ​ໜ້າ­ທີ່​ຫົວ­ໜ້າຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ ​ນະ­ຄອນຫຼວງ​ວຽງ​ຈັນ (ນວ) ຜູ້​ເກົ່າ​ທ່ານ ເຂັມ​ເພັດ ແພງ​ດວງ​ຈັນ ແລະ ຜູ້​ໃໝ່ ທ່ານ ພູ​ວົງ ວົງ​ຄຳ​ຊາວ ຈັດ​ຂຶ້ນ​ວັນ​ທີ 16 ມິ­ຖຸ­ນາ 2020 ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ມີ​ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງຈັນ ບັນ­ດາ​ເຈົ້າ­ເມືອງ ຮອງ​ເຈົ້າເມືອງ ຫົວ­ໜ້າ ຮອງ​ຫົວ­ໜ້າ​ພະແນກ​ການ ຫົວ­ໜ້າ​ຄະ­ນະ​ໂຄສະ​ນາ​ອົບ­ຮົມ​ເມືອງ 9 ເມືອງ ແລະ ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ.

ໂດຍ​ອີງ​ຕາມ​ມະ­ຕິ​ຕົກ­ລົງ​ຂອງຄະ­ນະ​ເລ­ຂາ­ທິ­ການ​ສູນ​ກາງ​ພັກ ​ວ່າ​ດ້ວຍ​ການອະ­ນຸ­ມັດ​ໃຫ້​ພະ­ນັກ­ງານ​ອອກ​ພັກ­ຜ່ອນ​ຮັບ​ອຸດ​ໜູນ​ບຳ­ນານ ຄຳ​ສັ່ງ​ຂອງ​ຄະ­ນະ​ປະ­ຈຳ​ພັກ ນວ ວ່າ​ດ້ວຍ​ການ​ຍົກ­ຍ້າຍ​ພະ­ນັກງານ ແລະ ອີງ​ຕາມ​ມະ­ຕິ​ຕົກ­ລົງ ສະ­ບັບ​ເລກ​ທີ 387/ຄພ ນວ ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ​ຫົວ­ໜ້າ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ ນວ ດັ່ງ­ນັ້ນ ຄະ­ນະ​ປະ­ຈຳ​ພັກ ນວ ຕົກ­ລົງ​ແຕ່ງ­ຕັ້ງ​ທ່ານ ພູ​ວົງ ວົງ​ຄຳ​ຊາວ ຄະ­ນະ​ພັກ ນວ ຫົວ­ໜ້າ​ຫ້ອງ​ວ່າ­ການ ນວ ເປັນ​ຫົວ­ໜ້າ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ ນວ ຜູ້​ໃໝ່ ແລະ ຕົກ­ລົງ​ໃຫ້​ທ່ານ ເຂັມ​ເພັດ ແພງ​ດວງ​ຈັນ ຄະ­ນະ​ພັກ ນວ ຫົວ­ໜ້າ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ ນວ ຜູ້​ເກົ່າ ອອກ​ພັກ​ການ​ຮັບ​ອຸດ​ໜູນ​ບຳ­ນານ.

ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ ນວ ແມ່ນ​ອົງ​ການ­ຈັດ­ຕັ້ງ​ໜຶ່ງ​ຂອງ​ພັກ​ ມີ​ຖາ­ນະ​ທຽບ​ເທົ່າ​ກັບ​ບັນ­ດາ​ພະ­ແນກ­ການ ແລະ ອົງ­ການ​ຕ່າງໆ​ຂັ້ນ ນວ ປະ­ຕິ­ບັດ​ພາ­ລະ​ບົດ­ບາດ​ເປັນ​ເສ­ນາ​ທິ​ການ ແລະ ເປັນ​ອົງ­ການ​ວິ­ຊາ​ສະ­ເພາະ​ໃຫ້​ແກ່​ຄະ­ນະ​ປະ­ຈຳ​ພັກ ແລະ ຄະ­ນະ​ບໍ­ລິ­ຫານ​ງານ​ພັກ ນວ ທາງ​ດ້ານ​ວຽກ​ງານ​ໂຄ­ສະ­ນາ​ອົບ­ຮົມ ກໍ​ຄື ວຽກ​ງານ​ການ­ເມືອງ-ແນວ​ຄິດ ປັດ­ຈຸ­ບັນ​ທົ່ວ ນວ ມີ​ພະ­ນັກ­ງານ​ເຮັດ​ວຽກ​ໂຄ­ສະ­ນາ​ອົບ­ຮົມ​ທັງ​ໝົດ 139 ຄົນ ຍິງ 42 ຄົນ ໃນ​ນີ້ ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ ນວ ມີ 18 ຄົນ ຍິງ 9 ຄົນ ເມືອງ 44 ຄົນ ຍິງ 21 ຄົນ ແລະ ພະ ແນກ​ການ​ອົງ­ການ​ທຽບ​ເທົ່າ​ອ້ອມ​ຂ້າງ 77 ຄົນ ຍິງ 12 ຄົນ.

error: Content is protected !!