ທ່ານ ມະນີທອງ ມົນທາ ເຈົ້າຂອງສະໜາມກີລາກະຕໍ້ຄຳສະຫວາດ ໃຫ້ສຳພາດໃນທ້າຍອາທິດຜ່ານມາວ່າ: ເຫດຜົນທີ່ສ້າງ 2 ສະໜາມກີລາກະຕໍ້ຂຶ້ນມາຄັ້ງນີ້ ຍ້ອນວ່າຜ່ານມາລູກສາວ ແລະ ໝູ່ຂອງລູກສາວມັກຮັກໃນການຫຼິ້ນກີລາປະເພດນີ້ເປັນຊີວິດຈິດໃຈ ພ້ອມທັງເຫັນແວວພອນສະຫວັນ ແລະ ພອນສະແຫວງຂອງເຂົາເຈົ້າດີຫຼາຍ ກໍເລີຍປືກສາກັບຄອບຄົວ ກໍຄື ພັນລະຍາ ເພື່ອຈະນຳໃຊ້ທຶນ 200 ກວ່າລ້ານກີບ ກໍ່ສ້າງສະໜາມຂຶ້ນມາໃໝ່ ແລະ ການລົງມືກໍ່ສ້າງເລີ່ມມາແຕ່ຕົ້ນປີ 2020 ພໍດີກົງກັບສະພາບບ້ານເມືອງ ກຳລັງພົບກັບບັນຫາການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຈຶ່ງໄດ້ຢຸດການກໍ່ສ້າງຊົ່ວຄາວ ຈົນມາຮອດເດືອນມີນາ ໄດ້ສືບຕໍ່ ແລະ ສາມາດກໍ່ສ້າງສະໜາມດັ່ງກ່າວສຳເລັດ ບັນລຸເປົ້າໝາຍຕາມແຜນທີ່ວາງໄວ້ ພ້ອມທັງໄດ້ຈັດການແຂ່ງຂັນກີລາກະຕໍ້ໃນຮຸ່ນເຍົາວະຊົນອາຍຸ 18 ປີ ຊີງຂັນຄ້າຍກະຕໍ້ຊ້າງບິນ ເຊິ່ງມີບັນດາພາກສ່ວນເຂົ້າຮ່ວມແຂ່ງຂັນ 21 ທີມ ແບ່ງອອກເປັນ 4 ສາຍ ເພື່ອຄັດເລືອກເອົາທີມທີ່ດີທີ່ສຸດຜ່ານເຂົ້າຮອບ 16 ທີມສຸດທ້າຍ ແລະ ແຊັມຕົກເປັນຂອງທີມຮ້ານອາຫານທູແມນ.
ແນ່ນອນ ສະໜາມກີລາກະຕໍ້ຄຳສະຫວາດ ໃນຕໍ່ໜ້າ ຍັງມີແຜນຈະສືບຕໍ່ຮ່ວມມືກັບຫຼາຍພາກສ່ວນ ເປັນຕົ້ນ ບັນດາສະໂມສອນເມືອງກ່ຽວຂ້ອງໂຮງຮຽນ ແລະ ອົງການຈັດຕັ້ງນະຄອນຫຼວງວຽງຈັນ ຕະຫຼອດຮອດສະຫະພັນກີລາກະຕໍ້ແຫ່ງຊາດລາວ ເພື່ອຈະຈັດການແຂ່ງຂັນລາຍການຕ່າງໆໃຫ້ມີກິດຈະກຳຫຼາຍຂຶ້ນຕໍ່ເນື່ອງ ໂດຍສະເພາະ ລາຍການໃນຮຸ່ນເຍົາວະຊົນສົ່ງເສີມໃຫ້ເຂົາເຈົ້າມີການພັດທະນາ ແລະ ເພື່ອຄວາມໄຝ່ຝັນຢາກຈະກ້າວຂຶ້ນຮັບໃຊ້ທີມຊາດໃນອະນາຄົດ.
ສຳລັບສະໜາມກີລາກະຕໍ້ຄຳສະຫວາດ ຕັ້ງຢູ່ບ້ານຄຳສະຫວາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ປະກອບເນື້ອທີ່ກວມລວມທັງໝົດ 21X22 ແມັດ ມີ 2 ເດີ່ນ ມີຂະໜາດເທົ່າກັນ 6X10 ແມັດ ນອກຈາກສະຖານທີ່ກວ້າງຂວາງສະດວກສະບາຍໃນການຈັດແຂ່ງຂັນແລ້ວ ຍັງມີຮ້ານອາຫານ ແລະ ຫ້ອງນ້ຳປ່ຽນຖ່າຍເຄື່ອງໃຫ້ນັກກີລາ ແລະ ມີເດີ່ນກີລາເປຕັງໃຫ້ນັກກີລາປ່ຽນບັນຍາກາດມາຫຼິ້ນກີລາເປຕັງອີກດ້ວຍ.