ໄຟຟ້າ ຫົງສາ ສະໜັບສະໜູນງົບປະມານໃຫ້ກັບເຄືອຂ່າຍ

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ມອບເງິນງົບປະມານໃນການຄຸ້ມຄອງ ແລະ ປົກປັກຮັກສາ ລະບົບສາຍສົ່ງກະແສໄຟຟ້າ 500 ກິໂລວັດ (kV) ໃຫ້ກັບ 3 ເມືອງ ເຊັ່ນ: ເມືອງຫົງສາ ເມືອງເງິນ ແລະ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ສປປ ລາວ ຈຸດປະສົງ ເພື່ອສະໜັບສະໜູນການເຮັດວຽກຂອງເຄື່ອຂ່າຍທັງ 3 ເມືອງ ໂດຍບໍລິສັດ ໄດ້ດໍາເນີນການໃຫ້ຄວາມຮູ້ກ່ຽວກັບການປົກປັກຮັກສາສາຍສົ່ງ ເຊັ່ນ: ວິທີສ້າງແນວກັນໄຟບໍລິເວນສາຍສົ່ງ ການທໍາຄວາມສະອາດພື້ນທີ່ ຕະຫຼອດເຖິງ ການໃຫ້ຄໍາແນະນໍາ ເພື່ອສະໜັບສະໜູນການດໍາເນີນງານຂອງຄະນະເຮັດວຽກ ໄດ້ຢ່າງມີປະສິດທິພາບຕໍ່ໄປ.

ນັບຕັ້ງແຕ່ ປີ 2016 ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ສະໜັບສະໜູນງົບປະມານໃຫ້ກັບເຄື່ອຂ່າຍດັ່ງກ່າວ ເປັນເງິນຈໍານວນປີລະ 198.000.000 ກີບ ໂດຍໄດ້ແບ່ງມອບອອກເປັນ 2 ຄັ້ງຕໍ່ປີ ເຊິ່ງໃນປີ 2022 ນີ້ ໄດ້ມີການມອບເງິນດັ່ງກ່າວຄັ້ງທີ່ 1 ໃນເດືອນ ພຶດສະພາ 2022.

ໃນວັນທີ 25 ພະຈິກ 2022 ຝ່າຍສື່ສານອົງກອນ ແລະ ຝ່າຍພັດທະນາສັງຄົມ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ເຂົ້າຮ່ວມ ພິທີມອບ-ຮັບ ງົບປະມານໃນການຄຸ້ມຄອງ ແລະ ປົກປັກຮັກສາ ລະບົບສາຍສົ່ງກະແສໄຟຟ້າ 500 ກິໂລວັດ ຄັ້ງທີ່ 2 ປະຈໍາປີ 2022 ຈັດຂຶ້ນທີ່ຫ້ອງວ່າການ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ສປປ ລາວ ນອກຈາກນີ້ ໄດ້ມີການປະຊຸມສະຫຼຸບຜົນການເຮັດວຽກ ແລະ ແລກປ່ຽນບົດຮຽນຮ່ວມກັນທັງ 3 ເມືອງ ເພື່ອນໍາໄປສູ່ການເຮັດວຽກຮ່ວມກັນຢ່າງມີປະສິດທິພາບຕະຫຼອດເຖິງ ເພື່ອຄວາມໝັ້ນຄົງທາງດ້ານພະລັງງານຂອງທັງ ສປປ ລາວ ແລະ ປະເທດໄທຕໍ່ໄປ.

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ (Hongsa Power Company Limited) ດໍາເນີນທຸລະກິດພະລັງງານໄຟຟ້າ ມີຜູ້ຖືຮຸ້ນ 3 ບໍລິສັດ ໄດ້ແກ່: ບໍລິສັດ ບ້ານປູ ພາວເວີ ຈໍາກັດ (ມະຫາຊົນ) ບໍລິສັດ ຣາດກຣຸບ ຈໍາກັດ (ມະຫາຊົນ) ໂດຍເປັນບໍລິສັດລູກຂອງ ບໍລິສັດ ອາເອດຊ ອິນເຕີເນຊັນແນວ (ສິງກະໂປ) ຄໍປໍເລຊັນ ຈໍາກັດ ແລະ ລັດວິສາຫະກິດຖືຮຸ້ນລາວ ມີກໍາລັງການຜະລິດທັງໝົດ 1.878 ເມກາວັດ ພາຍໃຕ້ຊື່ທີ່ເອີ້ນກັນທົ່ວໄປວ່າ “ໂຮງໄຟຟ້າຫົງສາ” ຕັ້ງຢູ່ ເມືອງຫົງສາ ແຂວງໄຊຍະບູລີ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ.)

ພາບ-ຂ່າວ ໄຟຟ້າຫົງສາ

error: Content is protected !!