ກະຊວງ ຜທ ຈັດກິດຈະກຳຍ່າງເພື່ອສຸຂະພາບ

ສາມອົງການຈັດຕັ້ງມະຫາຊົນຂອງກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບຂຶ້ນ ໃນວັນທີ 26 ພະຈິກ 2022 ທີ່ບຶງທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 47 ປີ ເປັນກຽດເຂົ້າຮ່ວມຂອງທ່ານນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງ ຜທ ມີບັນດາຫົວໜ້າກົມ ຫົວໜ້ພະແນກ ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ນາງ ຄຳຈັນ ວົງແສນບູນ ກ່າວວ່າ: ວັນຊາດທີ 2 ທັນວາ ເປັນວັນທີ່ມີຄວາມໝາຍສໍາຄັນໃນປະຫວັດສາດຂອງຊາດລາວ ເປັນວັນປະກາດໃຫ້ໂລກຮູ້ວ່າ ປະເທດຂອງພວກເຮົາ ຄົນລາວທັງຊາດ ໄດ້ເປັນເຈົ້າຕົນເອງ ບໍ່ຂຶ້ນກັບຊາດໃດ ສະນັ້ນ ຂະບວນການຈາລຶກວັນຊາດ ກໍຄືຂະບວນການເຊີດຊູ ຮູ້ບຸນຄຸນ ຕໍ່ຜູ້ນໍາ ນັກຮົບ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອ ເພື່ອຕໍ່ສູ້ຍາດເອົາເອກະລາດ ອໍານາດອະທິປະໄຕ ຜືນແຜ່ນດິນອັນຄົບຖ້ວນມາໃຫ້ປະຊາຊົນ ປວງຊົນລາວທັງຊາດ ຜູ້ນຳ ແລະ ປະຊາຊົນບັນດາເຜົ່າ ຍັງສືບຕໍ່ຮັກສາມູນເຊື້ອ ມີຄວາມສາມັກຄີ ທົ່ວປວງຊົນລາວທັງຊາດເປັນປຶກແຜ່ນ ແລະ ມີຜູ້ນຳ ຕາມແນວທາງຂອງພັກ ເປັນຕົ້ນແມ່ນ: ປົກປັກຮັກສາ ແລະ ສ້າງສ້າງພັດທະນາປະເທດຊາດ. ກະຊວງແຜນການ ແລະ ການລົງທຶນ ມີບົດບາດສໍາຄັນໃນການຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວ ໂດຍສະເພາະ ການສ້າງແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ ການດຶງດູດການລົງທຶນ ຊຸກ ຍູ້ສົ່ງເສີມວຽກງານການຮ່ວມມືຂອງຕ່າງປະເທດ ກໍຄື ສສ.ຫວຽດນາມ ສປ.ຈີນ ຜະລິດຕົວຊີ້ບອກ ເພື່ອຕິດຕາມບັນດາເປົ້າໝາຍການພັດທະນາ ແລະ ວຽກງານອື່ນໆ ເພື່ອປະກອບສ່ວນຢ່າງຕັ້ງໜ້າຕໍ່ແນວທາງຂອງລັດຖະບານ ໃນການປະຕິບັດເປົ້າໝາຍແບບຍືນຍົງ ເຊິ່ງຜົນງານດັ່ງກ່າວນັ້ນ ກໍລ້ວນແລ້ວແຕ່ແມ່ນການປະກອບສ່ວນຂອງພະນັກງານ-ລັດຖະກອນຂອງສາມອົງການຈັດຕັ້ງມະຫາຊົນ ກະຊວງ ຜທ.

ກິດຈະກໍາຍ່າງເພື່ອສຸຂະພາບຄັ້ງນີ້ ມີຄວາມໝາຍຄວາມສໍາຄັນຫຼາຍ ດັ່ງຄໍາຂັວນທີ່ວ່າ “ຢາກພັດທະນາປະເທດຊາດໄດ້ ຕ້ອງມີສຸຂະພາບດີກ່ອນ” ໂອກາດນີ້ ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຄະນະຂອງສາມອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ ແມ່ຍິງ ແລະ ກໍາມະບານ ໄດ້ພ້ອມກັນຈັດງານໃນມື້ນີ້ຂຶ້ນ ຂໍຊົມເຊີຍພະນັກງານກະຊວງ ຜທ ໄດ້ພ້ອມໃຈມາຮ່ວມໃນມື້ນີ້ ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາທ່ານຈະສືບຕໍ່ສ້າງຄວາມສາມັກຄີພາຍໃນສາມອົງການຈັດຕັ້ງມະຫາຊົນກະຊວງຂອງພວກເຮົາໃຫ້ແໜ້ນແຟ້ນ ຮ່ວມແຮງຮ່ວມໃຈຮັກສາມູນເຊື້ອອັນດີງາມ ໃນການປະກອບສ່ວນເພື່ອສ້າງສາພັດທະນາປະເທດຊາດ. # ຂ່າວ – ພາຍ : ຊີລິການດາ

error: Content is protected !!