ກອງປະຊຸມເຜີຍແຜ່ຈຸດປະສົງຂອງໂຄງການນຳໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດ ແລະ ເກັບກຳຂໍ້ມູນ ກ່ຽວກັບຜູ້ຜະລິດ ແລະ ຜູ້ປະກອບການ ຈັດຂຶ້ນວັນທີ 28 ພະຈິກ 2022 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ພາຍໃຕ້ການເປັນປະທານຂອງທ່ານນາງ ສີດາ ຢູຕຣີຈັນທະຈັກ ຮັກສາການແທນຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ມີບັນດາທ່ານຜູ້ຕາງໜ້າຈາກພະແນກ ແລະ ຫ້ອງການກ່ຽວຂ້ອງ 9 ເມືອງ ທົ່ວນະຄອນຫຼວງວຽງຈັນ ຕະຫຼອດເຖິງຜູ້ຜະລິດ ແລະ ຜູ້ປະກອບການເຂົ້າຮ່ວມ.

ທ່ານ ນາງ ສີດາ ຢູຕຣີຈັນທະຈັກ ກ່າວວ່າ: ກອງປະຊຸມຄັ້ງນີ້ ຖືໄດ້ວ່າເປັນກິດຈະກຳໜຶ່ງທີ່ນອນຢູ່ໃນໂຄງການນຳໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ ແລະ ເທື່ອນີ້ ກໍເປັນການເປີດກວ້າງໃຫ້ບັນດາທ່ານໄດ້ສາມາດເຂົ້າໃຈຕື່ມ ກ່ຽວກັບ ວຽກງານຊັບສິນທາງປັນຍາ ໂດຍສະເພາະ ກໍແມ່ນການສ້າງເຄື່ອງໝາຍການຄ້າ ເຊິ່ງເປັນສ່ວນສຳຄັນທີ່ຈະເຮັດໃຫ້ກິດຈະການ ຂອງທ່ານມີຊື່ສຽງ ແລະ ເປັນທີຮັບຮູ້ໃນທົ່ວສັງຄົມ.


ຂ້າພະເຈົ້າ ຢາກຂໍກ່າວກ່ຽວກັບ ຊັບສິນທາງປັນຍາ ໃນບາງປະເດັນຕື່ມວ່າ ທີ່ວ່າ ສະພາບເງື່ອນໄຂແຫ່ງການສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ ແມ່ນມີຄວາມຮຽກຮ້ອງຕ້ອງການໃຫ້ມີການສ້າງ ເສດຖະກິດໃຫ້ມີປະສິດທິຜົນ ແລະ ມີຄວາມອາດສາມາດດ້ານການແຂ່ງຂັນ ເຊິ່ງເຄື່ອງມືອັນໜຶ່ງ ກໍແມ່ນຊັບສິນທາງປັນຍາ ໃນໄລຍະຜ່ານມາ ຢູ່ ສປປ ລາວເຮົາ ກໍມີການພັດທະນາໄປເທື່ອລະກ້າວ ເມື່ອປີ 2020 ນະຄອນຫຼວງວຽງຈັນ ມີຈຳນວນໂຮງງານອຸດສາຫະກຳ ທີ່ຫລາຍກວ່າໝູ່ ຜະລິດຕະພັນກໍມີຈຳນວນເພີ່ມຂຶ້ນຕາມລຳດັບ ແຕ່ການປົກປ້ອງສິດ ຫຼື ຜະລິດຕະພັນຂອງຕົນເອງສ້າງຂຶ້ນນັ້ນ ເປັນເລື່ອງທີ່ສຳຄັນ ເພື່ອເຮັດໃຫ້ມູນຄ່າສາມາດເພີ່ມຂຶ້ນ ແລະ ໄດ້ຮັບການປົກປ້ອງສິນຄ້າຂອງເຮົານັ້ນ ການນຳໃຊ້ເຄື່ອງມືທີ່ຖືກຕ້ອງ ເພື່ອຂັບເຄື່ອນທຸລະກິດ ຈຶ່ງເປັນບັນຫາທີ່ສຳຄັນທີ່ຕ້ອງໄດ້ຮັບຄວາມຮັບເອົາໃຈໃສ່ເປັນຢ່າງສູງ ຈາກນະໂຍບາຍໜຶ່ງເມືອງໜຶ່ງຜະລິດຕະພັນ ໃນຕໍ່ໜ້ານີ້ ທາງກົມຊັບສິນທາງປັນຍາ ຈະເນັ້ນໃສ່ວຽກງານ ໂດຍສະເພາະ ການຜັນຂະຫຍາຍຈາກໜຶ່ງຜະລິດຕະພັນ ເປັນໜຶ່ງຊັບສິນທາງປັນຍາ ເພື່ອເຮັດໃຫ້ຊັບສິນທາງປັນຍາເປັນຕົວຊ່ວຍເຂົ້າໃນການຂັບເຄື່ອນທຸລະກິດ.


ໃນຫຼາຍປັດໄຈຂອງການເລີ່ມເຮັດທຸລະກິດ ຂ້າພະເຈົ້າເຂົ້າໃຈວ່າ ບໍ່ວ່າຈະເປັນທຸລະກິດຂະໜາດນ້ອຍ ຫຼື ກາງ ການຄຳນຶງເຖິງຊັບສິນທາງປັນຍາຂອງຕົນ ການສ້າງມູນຄ່າເພີ່ມ ລວມທັງການສ້າງເຄື່ອງໝາຍການຄ້າຂອງຕົນນັ້ນ ປັດຈຸບັນຖືວ່າຍັງຢູ່ໃນລະດັບທີ່ໜ້ອຍຫລາຍ ການນຳໃຊ້ຊັບສິນທາງປັນຍາ ຄືກຸນແຈສຳຄັນຂອງການຂັບເຄື່ອນດັ່ງກ່າວ ຍິ່່ງກວ່ານັ້ນ ການປົກປ້ອງຊັບສິນທາງປັນຍາທີ່ເຂັ້ມແຂງ ຍັງຈະເປັນປັດໄຈສຳຄັນຂອງການເຮັດໃຫ້ເກີດການລົງທຶນ ແລະ ກິດຈະກຳທາງການຄ້າ ຈາກຕ່າງປະເທດອີກດ້ວຍ.
ເປົ້າໝາຍຂອງການເຝິກອົບຮົມໃນຄັ້ງນີ້ ກໍເພື່ອຈະຊ່ວຍເຮັດໃຫ້ຜູ້ປະກອບການ ສາມາດເຂົ້າໃຈໄດ້ເຖິງບັນດາປະເພດຂອງຊັບສິນທາງປັນຍາ ຊ່ວຍໃຫ້ຜູ້ປະກອບການ ເຂົ້າໃຈເຖິງຜົນປະໂຫຍດຈາກການນຳໃຊ້ຊັບສິນທາງປັນຍາໃນທຸລະກິດຂອງຕົນ ໂດຍສະເພາະ ຕິດພັນກັບຜະລິດຕະພັນຫັດຖະກຳ ພ້ອມນັ້ນ ຍັງເປັນເວທີໜຶ່ງທີ່ຈະເຮັດໃຫ້ບັນດາທ່ານສາມາດຮັບຮູ້ ແລກປ່ຽນຄວາມຄິດເຫັນ ແລະປະສົບການຈາກນັກວິທະຍາກອນໃນມື້ນີ້. ພາບ-ຂ່າວ: ພະແນກສົ່ງເສີມ ແລະ ພັດທະນາຊັບສິນທາງປັນຍາ