ເມືອງຈັນທະບູລີ ຮັບມະຫາຊົນຜູ້ກ້າວໜ້າ ແລະ ເລື່ອນສະມາຊິກເຍົາວະຊົນທັນວາ.

ພິທີຮັບມະຫາຊົນຜູ້ກ້າວໜ້າ ແລະ ເລື່ອນສະມາຊິກເຍົາວະຊົນທັນວາ ທີ່ມີອາຍຸພົ້ນກະສຽນ ເຂົ້າເປັນສະມາຊິກຊາວໜຸ່ມ ປປລ ທົ່ວເມືອງຈັນທະບູລີ ຈັດຂຶ້ນວັນທີ 26 ພະຈິກ 2022 ທີ່ສຳນັກງານປົກຄອງເມືອງຈັນທະບູ ນະຄອນຫຼວງວຽງຈັນ ເຂົ້າຮ່ວມໃນພິທີ ມີທ່ານ ພຸດທະພອນ ໂຄດປັນຍາ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນເມືອງ ທ່ານ ພູທົງ ສຸວັນທອງ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງ ທ່ານ ຫຸມແພງ ສີສົມບັດ ຮອງເລຂາຄະນະບໍລິຫານງານ ຊາວໜຸ່ມ ປປລ ນວ ພ້ອມບັນດາຄູ-ອາຈານ ແລະ ນັກຮຽນ.

ໂດຍອີງຕາມຂໍ້ຕົກລົງວ່າດ້ວຍການຮັບມະຫາຊົນຜູ້ກ້າວໜ້າ ແລະ ເລື່ອນສະມາຊິກເຍົາວະຊົນຜູ້ທີ່ມີອາຍຸພົ້ນກະສຽນ ເຂົ້າເປັນສະມາຊິກຊາວໜຸ່ມ ປປລ ຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງຈັນທະບູລີ ຕົກລົງເຫັນດີຮັບມະຫາຊົນຜູ້ກ້າວໜ້າ ແລະ ເລື່ອນສະມາຊິກເຍົາວະຊົນຜູ້ທີ່ມີອາຍຸພົ້ນກະສຽນ ເຂົ້າເປັນສະມາຊິກຊາວໜຸ່ມ ປປລ ຈຳນວນ 13 ໂຮງຮຽນ ໃນນັ້ນ ມີໂຮງຮຽນພາກລັດ 6 ໂຮງຮຽນ ແລະ ໂຮງຮຽນພາກເອກະຊົນ 7 ໂຮງຮຽນ. ສຳລັບມະຫາຊົນຜູ້ກ້າວໜ້າ ແລະ ສະມາຊິກເຍົາວະຊົນທີ່ມີອາຍຸພົ້ນກະສຽນເຂົ້າເປັນສະມາຊິກຊາວໜຸ່ມ ປປລ ມີຈຳນວນທັງໝົດ 812 ສະຫາຍ ຍິງ 397 ສະຫາຍ. ຂ່າວ ຊີລິການດາ

error: Content is protected !!