ປ້ຳໄມ້ຄ້າງ

ປ່າ­ໄມ້ ແມ່ນ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ​ອັນ​ລ້ຳ​ຄ່າ ທີ່​ມີ​ໃນ​ລະ­ບົບ​ນິ­ເວດ​ສະ­ເພາະ ຊຶ່ງ​ປະ­ກອບ​ດ້ວຍ​ຊີ­ວະ​ນາໆພັນ ແຫຼ່ງ​ນ້ຳ ແລະ ທີ່​ດິນ​ປ່າ­ໄມ້ ໂດຍ​ມີ​ຕົ້ນ­ໄມ້​ນາໆ​ຊະ­ນິດ ທີ່​ເກີດ​ຂຶ້ນ​ຕາມ​ທຳ​ມະ​ຊາດ ຫຼື ປູກ​ຂຶ້ນ​ໃນ​ພື້ນ​ທີ່​ປ່າ ປ້ອງ​ກັນ​ປ່າ​ສະ­ຫງວນ ແລະ ປ່າ​ຜະ­ລິດ ມະ­ນຸດ​ເຮົາ​ດຳ­ລົງ​ຊີ­ວິດ ແລະ ທຳ​ມາ​ຫາ​ກິນ​ຕາມ​ທຳ​ມະ​ຊາດ ຕິດ​ພັນ​ກັບ​ປ່າ­ໄມ້ ແລະ ໄດ້​ນຳ​ໃຊ້​ໄມ້​ມາ​ປຸກ​ຢ້າວ ແປງ​ເຮືອນ ເຮັດ​ໂຮງ­ຮຽນ ໂຮງ­ໝໍ ເອົາ​ມາ​ໃຊ້​ສອຍ​ໃນ​ຄອບ­ຄົວ ມາ​ຄ້າ-ຂາຍ ມາ​ເຮັດ​ເຄື່ອງ­ໃຊ້​ໃນ​ເຮືອນ ໃນ​ຄົວ ເວົ້າ​ສະ­ເພາະ ເຂດ​ຊົນ­ນະ­ບົດ ເຂດ​ທົ່ງ­ພຽງ ແລະ ພູ​ດອຍ ເຂດ​ຫ່າງ​ໄກ ແລະ ສອກ­ຫຼີກ ປະ­ຊາ­ຊົນ​ສ່ວນ​ຫຼາຍ​ນິ­ຍົມ​ພາ­ກັນ​ໄປ​ຕັດ​ໄມ້ ໄປ​ຖາງ​ປ່າ​ເຮັດ​ໄຮ່ ເຮັດ​ນາ ເຮັດ​ສວນ ເປັນ­ຄວາມ​ເຄີຍ​ຊິນ​ມາ ແຕ່​ດຶກ​ດຳ​ບັນ ໝາຍ​ຄວາມ​ວ່າ ການ​ດຳ­ລົງ​ຊີ­ວິດ​ຄົນ​ເຮົາ​ຫາກ​ຂາດ​ຈາກ​ທຳ​ມະ​ຊາດ ກໍ​ຄື​ກັບ​ກັບ​ກິນ​ແກງ​ບໍ່​ໃສ່​ເກືອ ຕຳ​ແຈ່ວ​ໝາກ­ເຂືອ​ບໍ່​ໃສ່​ແປ້ງ​ນົວ​ພຸ້ນ​ລະ ແຕ່​ສິງ​ທີ່​ຜູ້​ຂຽນ​ຢາກ​ເວົ້າ​ຢາກ​ຕັກ­ເຕືອນ​ຜູ້​ທີ່​ມັກ​ຕັດ ມັກ​ປ້ຳ​ໄມ້​ຢູ່​ໃນ​ທີ່​ນີ້ ແມ່ນ​ຄວາມ​ຮັບ­ຜິດ­ຊອບ​ຕໍ່​ຜົນ​ທີ່​ຈະ​ຕາມ​ມາ​ຂອງ​ມັນ ເນື່ອງ​ຈາກ​ຕາມ​ກົດ­ໝາຍ​ວ່າ ດ້ວຍ​ຂໍ້​ຜູກ​ພັນ​ໃນ ແລະ ນອກ​ສັນ­ຍາ​ໄດ້​ເວົ້າ​ເຖິງ​ຄວາມ​ຮັບ­ຜິດ­ຊອບ ທີ່​ເນື່ອງ​ມາ​ຈາກ​ການ​ກະ­ທຳ​ຂອງ​ບຸກ­ຄົນ​ອື່ນ ຂອງ​ສັດ ວັດ­ຖຸ​ສິ່ງ​ຂອງ ທີ່­ຢູ່​ໃນ​ການ​ຄຸ້ມ​ຄອງ​ຂອງ​ຕົນ ຄວາມ​ຜິດ​ໃນ​ທີ່​ນີ້​ສະ­ແດງ​ອອກ​ດ້ວຍ​ການ​ກະ­ທຳ ຫຼື ການ​ເມີນ­ເສີຍ ຊຶ່ງ​ເປັນ​ການ​ລະ­ເມີດ​ລະ­ບຽບ​ກົດ­ໝາຍ ແລະ ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ບຸກ­ຄົນ​ອື່ນ ໂດຍ​ເຈດ​ຕະ​ນາ ຫຼື ດ້ວຍ​ຄວາມ​ບໍ່​ລະ­ມັດ­ລະ­ວັງ.

ຕົວ­ຢ່າງ ທ້າວ ເວີ່ນ ໄດ້​ຕັດ​ໄມ້​ຕົ້ນ​ໜຶ່ງ​ຢູ່​ແຄມ​ສວນ​ຂອງ​ຕົນ ຊຶ່ງ​ມີ​ທາງ​ທຽວ​ໄປ​ມາ​ຂອງ​ປະ­ຊາ­ຊົນ​ພາຍ​ໃນ​ບ້ານ ໝາຍ​ຄວາມ​ວ່າ ເປັນ​ທາງ​ຜ່ານ​ທີ່​ທຸກ​ຄົນ​ໄປ-ມາ​ໄດ້ ພາຍ­ຫຼັງ​ທີ່​ທ້າວ ເວີ່ນ ຕັດ​ຕົ້ນ­ໄມ້​ນັ້ນ​ຂາດ​ແລ້ວ ແຕ່​ມັນ​ຍັງ​ບໍ່​ທັນ​ໄດ້​ລົ້ມ​ລົງ​ດິນ ເພາະ­ວ່າ​ປາຍ​ໄມ້​ຕົ້ນ​ນັ້ນ ໄປ​ກ່າຍ​ໃສ່​ໄມ້​ຕົ້ນ​ອື່ນ ທ້າວ ເວີ່ນ ຈຶ່ງ​ຢຸດ​ເຊົາ ແລະ ຄິດ​ວ່າ​ມື້​ໃໝ່​ຈະ​ມາ​ລາກ​ມັນ​ໃຫ້​ລົ້ມ​ລົງ ກ່ອນ​ຈະ​ຕັດ​ຮອນ​ເອົາ​ກັບ​ໄປ​ເລື່ອຍ​ຢູ່​ເຮືອນ​ຂອງ​ຕົນ ພໍ​ຕົກ​ແລງ​ມາ ປະ­ຊາ­ຊົນ​ກໍ​ພາ­ກັນ​ກັບ​ບ້ານ​ກັບ​ເຮືອນ​ຂອງ​ຕົນ ພາຍ­ຫຼັງ​ເຮັດ​ໄຮ່​ເຮັດ​ນາ​ສຳ­ເລັດ ແຕ່​ພໍ​ມາ​ຮອດ​ກ້ອງ​ຕົ້ນ­ໄມ້​ທີ່​ທ້າວ ເວີ່ນ ຕັດ ເກີດ​ລົມ​ພັດ​ມາ ເຮັດ​ໃຫ້​ຕົ້ນ­ໄມ້​ດັ່ງ­ກ່າວ​ລົ້ມ​ຟາດ​ລົງ​ດິນ ເຮັດ​ໃຫ້​ງ່າ­ໄມ້​ຟາດ​ລົງ​ມາ​ຖືກ​ຫົວ​ຂອງ​ທ້າວ ເຄາະ ເຮັດ​ໃຫ້​ຜູ້­ກ່ຽວ​ໄດ້​ຮັບ​ບາດ­ເຈັບ​ສາ­ຫັດ ແລະ ໄດ້​ນຳ​ເອົາ​ໄປ​ປິ່ນ­ປົວ​ຢູ່​ໂຮງ­ໝໍ​ເປັນ​ເວ­ລາ​ຫຼາຍ​ວັນ ບັນ­ຫາ​ມັນ​ຢູ່​ທີ່​ວ່າ ທ້າວ ເວີ່ນ ມີ​ຄວາມ​ຜິດ​ບໍ່? ມີ​ຄວາມ​ຜິດ​ຍ້ອນ​ຫຍັງ ເພາະ­ວ່າ​ບໍ່​ແມ່ນ​ຜູ້­ກ່ຽວ​ຕັ້ງ­ໃຈ​ເອົາ​ໄມ້​ໄປ​ຟາດ ຫຼື ຕີ​ຫົວ ທ້າວ ເຄາະ ໃຫ້​ແຕກ ມັນ​ແມ່ນ​ງ່າ­ໄມ້​ພຸ້ນ ໃນ​ເມື່ອ​ງ່າ­ໄມ້​ບໍ່​ແມ່ນ​ຄົນ ຊິ​ໃຫ້​ມັນ​ຮັບ­ຜິດ­ຊອບ​ກໍ​ເປັນ​ໄປ​ບໍ່​ໄດ້ ສະ­ແດງ​ວ່າ​ບໍ່​ມີ​ຄົນ​ຜິດ ແລະ ກໍ​ບໍ່​ມີ​ຄົນ​ຮັບ­ຜິດ­ຊອບ? ສະ­ນັ້ນ ເລື່ອງ​ຄວາມ​ເຂົ້າ­ໃຈ​ຂອງ​ຫຼາຍ​ຄົນ​ກໍ​ຄື​ຊິ​ໄປ​ໃນ​ທຳ­ນອງ​ດຽວ​ກັນ ວ່າ​ບໍ່​ມີ​ໃຜ​ຮັບ­ຜິດ­ຊອບ​ດອກ? ແຕ່​ຕາມ​ກົດ­ໝາຍ​ວ່າ ດ້ວຍ​ຂໍ້​ຜູກ​ພັນ​ນອກ​ສັນ­ຍາ​ແລ້ວ ໄດ້​ກຳ­ນົດ​ວ່າ ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ​ຈາກ​ວັດ­ຖຸ​ສິ່ງ​ຂອງ​ໃດ​ໜຶ່ງ ຍ້ອນ​ຄວາມ​ຜິດ​ຂອງ​ຜູ້​ເປັນ​ເຈົ້າ​ຂອງ ຫຼື ຜູ້​ຄອບ​ຄອງ​ນັ້ນ ຜູ້­ກ່ຽວ​ຕ້ອງ​ຮັບ­ຜິດ­ຊອບ​ໃຊ້​ແທນ​ຄ່າ​ເສຍ​ຫາຍ​ດັ່ງ­ກ່າວ ໝາຍ​ຄວາມ​ວ່າ​ແນວ­ໃດ ໝາຍ​ຄວາມ​ວ່າ ທ້າວ ເວີ່ນ ມີ​ຄວາມ​ຜິດ ແລະ ມີ​ຄວາມ​ຮັບ­ຜິດ­ຊອບ​ຕໍ່​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ​ກັບ​ທ້າວ ເຄາະ ຍ້ອນ​ການ​ປ້ຳ​ໄມ້​ບໍ່​ລົ້ມ ແຕ່​ຫາກ​ປະ​ໄວ້ ແລະ ທ້າວ ເວີ່ນ ເອງ ກໍ​ບໍ່​ໄດ້​ຄາດ​ຄະ­ເນ​ເຖິງ​ຜົນ​ເສຍ​ຫາຍ​ທີ່​ຈະ​ຕາມ​ມາ ຫາກ​ຕົ້ນ­ໄມ້​ນັ້ນ​ລົ້ມ​ລົງ​ໃນ​ເວ­ລາ​ໃດ​ໜຶ່ງ ຫຼື ມື້​ໃດ​ມື້­ໜຶ່ງ​ຖືກ​ຄົນ ຫຼື ສັດ ຊຶ່ງ​ມັນ​ຈະ​ຕ່າງ​ຈາກ​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ ຍ້ອນ​ເຫດ​ບັງ­ເອີນ ລົມ​ພັດ​ແຮງ ຕົ້ນ­ໄມ້​ລົ້ມ​ລົງ​ເອງ​ໂດຍ​ທີ່​ບໍ່­ເກີດ​ຈາກ​ການ​ກະ­ທຳ​ຂອງ​ຄົນ ສະ­ນັ້ນ ຈຶ່ງ​ຂໍ​ຮຽກ­ຮ້ອງ​ມາ​ຍັງ​ຜູ້​ມັກ​ຕັດ​ໄມ້​ໄງ້​ເຫງົ້າ ຈົ່ງ​ໄດ້​ເອົາ­ໃຈ­ໃສ່​ເວ­ລາ​ຕັດ ຫຼື ປ້ຳ​ໄມ້ ຕ້ອງ​ໃຫ້​ມັນ​ລົ້ມ​ລົງ​ສູ່​ດິນ​ກ່ອນ​ຈະ​ກັບ​ບ້ານ ຫຼື ປະ​ໄວ້​ມື້​ໃໝ່​ຈຶ່ງ​ຈະ​ກັບ​ມາ​ອີກ ປ້ຳ​ໃຫ້​ມັນ​ລົ້ມ​ລົງ​ຮາບ​ຄາບ.

ໂດຍ: ໄມ້​ງັດ

error: Content is protected !!