ຈຳປາສັກ ກຽມສົ່ງ 20 ປະເພດກີລາ ຕັ້ງເປົ້າ 29 ຫຼຽນຄໍາ ຊຽງຂວາງ ເກມ

ຄະນະນຳ ຄູເຝິກ ແລະ ນັກກີລາແຂວງຈຳປາສັກ ຈໍານວນ 5 ປະເພດກີລາ ໄດ້ຮັບການຕ້ອນຮັບສູ່ງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໃນວັນທີ 28 ພະຈິກ 2022 ຢູ່ ໂຮງຮຽນປະຖົມສົມບູນໜອງຢອນ ເມືອງແປກ ແຂວງຊຽງຂວາງ (ສະຖານພັກຂອງນັກກີລາແຂວງຈຳປາສັກ) ໂດຍເປັນກຽດຕ້ອນຮັບຂອງທ່ານ ເດັດສະໝອນ ແກ້ວວົງສັກ ຮອງເຈົ້າເມືອງແປກ ພ້ອມຄະນະ.

ໃນພີທີ ທ່ານ ເດັດສະໝອນ ແກ້ວວົງສັກ ຮອງເຈົ້າເມືອງແປກ ໄດ້ກ່າວຕ້ອນຮັບທັບນັກກີລາແຂວງຈຳປາສັກຢ່າງອົບອຸ່ນ ຈາກນັ້ນ ທ່ານ ໄພວອນ ຜາບຸນມີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຈຳປາສັກ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບເປັນຢ່າງດີຂອງແຂວງເຈົ້າພາບ ແລະ ລາຍງານໃຫ້ຮູ້ວ່າ: ຄະນະນັກກີລາແຂວງຈຳປາສັກ ເດີນທາງຮອດແຂວງຊຽງຂວາງ ໃນຄັ້ງນີ້ ມີຈຳນວນທັງໝົດ 82 ຄົນ ໃນ 5 ປະເພດກີລາ ຄື: ແລ່ນ ແລະ ລານ ເທຄວັນໂດ ໝາກເສິກ ມວຍປໍ້າ ແລະ ໜ້າເກັກ ເລີ່ມເດີນທາງອອກຈາກແຂວງຈຳປາສັກ ເວລາ 4 ໂມງເຊົ້າ ແລະ ມາຮອດແຂວງຊຽງຂວາງ ໃນເວລາ 22 ໂມງ ຂອງວັນທີ 27 ພະຈິກ 2022 ພໍມາຮອດແຂວງຊຽງຂວາງ ໄດ້ຮັບການຕ້ອນຮັບເຂົ້າທີ່ພັກ ແລະ ວັນທີ 28 ຫຼັງພິທີຕ້ອນຮັບ ທັບນັກກີລາແຂວງຈໍາປາສັກ ໄດ້ເລີ່ມມີການເຝິກຊ້ອມແລ້ວ ເພື່ອກຽມພ້ອມເຂົ້າຮ່ວມແຂ່ງຂັນ.

ທ່ານ ໄພວອນ ຜາບຸນມີ ໃຫ້ສຳພາດຕື່ມວ່າ: ແຂວງຈຳປາສັກ ໄດ້ກະກຽມນໍາສົ່ງຄະນະນຳ ຄູເຝິກ ແລະ ນັກກີລາເຂົ້າຮ່ວມແຂ່ງຂັນຊີງໄຊ ຊຽງຂວາງ ເກມ ທັງໝົດ 339 ຄົນ ໃນ 20 ປະເພດກີລາ ເຊິ່ງຈະເດີນທາງມາຕາມພາຍຫຼັງຕື່ມອີກ ສຳລັບເປົ້າໝາຍແຂ່ງຂັນ ຈະພະຍາຍາມສູ້ຊົນໃຫ້ໄດ້ 29 ຫຼຽນຄຳ 25 ຫຼຽນເງິນ 25 ຫຼຽນທອງ ຈາກປະເພດມວຍລາວ ມວຍປໍ້າ ເທຄວັນໂດ ໝາກເສິກ ແລ່ນ-ລານ ໜ້າເກັກ ແລະ ທີ່ຍາດມາໄດ້ 6 ຫຼຽນຄຳ ແມ່ນໄດ້ຈາກປະເພດກີລາລອຍນໍ້າ ສ່ວນກີລາບານເຕະ ກີລາຍອດນິຍົມ ກໍມີເປົ້າໝາຍຊະນະເລີດ ຫຼື ຢ່າງໜ້ອຍ ຈະໃຫ້ໄດ້ເຂົ້າຮອບ 4 ທີມ.

# ຂ່າວ – ພາບ : ສີພອນ

error: Content is protected !!