ສະມາຄົມຄົນພິການຕາລາວ ຈັດກິດຈະກໍາແຂ່ງຂັນກີລາ ສະຫຼອງວັນໄມ້ຄ້ອນເທົ້າຂາວສາກົນ 15 ຕຸລາ

ສະມາຄົມຄົນພິການຕາລາວ ຮ່ວມກັບ ໂຮງຮຽນນາໆຊາດປັນຍາທິບ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ແລະ ຮ່ວມແຂ່ງຂັນກີລາ 4 ປະເພດ ເພື່ອເປັນການສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງພັກ ຂອງຊາດ ໂດຍສະເພາະ ວັນໄມ້ຄ້ອນເທົ້າຂາວສາກົນ ຄົບຮອບ 58 ປີ (15 ຕຸລາ 1964 ຫາ 15 ຕຸລາ 2022) ໄດ້ຈັດຂຶ້ນວັນທີ 26 ພະຈິກ 2022 ຢູ່ໂຮງຮຽນນາໆຊາດປັນຍາທິບ.

ທ່ານນາງ ກອງແກ້ວ ຕຸນາລົມ ຜູ້ອໍານວຍການສະມາຄົມຄົນພິການຕາລາວ ກ່າວວ່າ: ການຈັດກິດຈະກໍາຄັ້ງນີ້ ແມ່ນພວກເຮົາມີການຈັດກິດຈະກໍາທຸກໆປີ ເພື່ອເປັນການສະເຫຼີມສະຫຼອງວັນໄມ້ຄ້ອນເທົ້າຂາວສາກົນ ເພື່ອເຮັດໃຫ້ສັງຄົມຮັບຮູ້ເຖິງໄມ້ຄ້ອນເທົ້າຂາວ ເຊິ່ງເປັນສັນຍະລັກຂອງການເຄື່ອນໄຫວໄປມາຂອງຄົນພິການຕາ ທັງເປັນໄມ້ຄ້ອນເທົ້າທີ່ສາມາດປ້ອງກັນຄວາມປອດໄພຕ່າງໆ ສໍາລັບມື້ນີ້ ສະມາຄົມພວກເຮົາໄດ້ຈັດກິດຈະກໍາຮ່ວມກັບ ໂຮງຮຽນນາໆຊາດປັນຍາທິບ ເຊິ່ງເປັນໂຮງຮຽນທີ່ຮັບເອົານັກຮຽນທີ່ບໍ່ພິການຕາ ສະນັ້ນ ກິດຈະກໍາພວກເຮົາທີ່ຈະເຮັດຮ່ວມກັບໂຮງຮຽນດັ່ງກ່າວ

ພວກເຮົາມີການແຂ່ງຂັນກີລາບານເຕະຄົນພິການຕາ ການແຂ່ງຂັນຍ່າງໄມ້ຄ້ອນເທົ້າຂາວ ລະຫວ່າງຄົນພິການຕາ ແລະ ຄົນບໍ່ພິການຕາ ການແຂ່ງຂັນຍ່າງສາມຂາຮ່ວມກັນລະຫວ່າງຄົນພິການຕາ ແລະ ຄົນບໍ່ພິການຕາ ແລະ ການແຂ່ງຂັນຍາດຕັ່ງກັນ ລະຫວ່າງຄົນພິການຕາ ແລະ ຄົນບໍ່ພິການຕາ ເຊິ່ງເຫັນໄດ້ວ່າ ການຈັດກິດຈະກໍາປີນີ້ ແມ່ນມີບັນຍາກາດຟົດຟື້ນ ຜູ້ເຂົ້າຮ່ວມຫຼິ້ນກິດຈະກໍາກໍມີຄວາມເບີກບານມ່ວນຊື່ນ ເຊັ່ນກັນ. ສໍາລັບກິດຈະກໍາຄັ້ງນີ້ ແມ່ນມີຄົນພິການຕາ ມາຈາກພາກສ່ວນຕ່າງໆ ເຊັ່ນ: ນັກຮຽນພິການຕາຈາກມະຫາວິທະຍາໄລແຫ່ງຊາດ ໂຮງຮຽນສອນຄົນຕາບອດທົ່ງປົ່ງ ແລະ ໝໍນວດທີ່ບໍ່ລິການຕາມຈຸດຕ່າງໆພາຍໃນ ນະຄອນຫຼວງວຽງຈັນ ແລະ ຮ່ວມກັບບັນດາຄູອາຈານໂຮງຮຽນປັນຍາທິບ ເຂົ້າຮ່ວມ 100 ກວ່າຄົນ.

# ຂ່າວ – ພາບ: ສີພອນ

error: Content is protected !!