ໄຂການແຂ່ງຂັນສິລະປະນັກຮຽນສາມັນທົ່ວເມືອງຫາດຊາຍຟອງ

ການໄຂງານແຂ່ງຂັນສິລະປະ-ວັນນະຄະດີນັກຮຽນສາມັນທົ່ວເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນສົກຮຽນ 2022-2023 ໄດ້ຈັດຂຶ້ນວັນທີ 24-25 ພະຈິກ 2022 ທີ່ສວນວັດທະນະທຳຊຽງຄວນ ມີທ່ານ ຖາວອນ ສີຫາມາຍາ ຮອງເຈົ້າເມືອງຫາດຊາຍຟອງ ພ້ອມດ້ວຍຄະນະນຳ ກຳມະການ ມີມວນຊົນທັງພາຍໃນ ແລະ ຕ່າງປະເທດທີ່ມາທ່ອງທ່ຽວໄດ້ຮັບຊົມ. 

ທ່ານ ສົມສີ ເທບພະວົງ ຫົວໜ້າຫ້ອງການສຶກສາ ແລະ ກີລາ ເມືອງຫາດຊາຍຟອງ ກ່າວວ່າ: ການຈັດງານແຂ່ງຂັນສິລະປະ-ວັນນະຄະດີນັກຮຽນສາມັນທົ່ວເມືອງຫາດຊາຍຟອງຄັ້ງນີ້ ເພື່ອຕອບສະໜອງໃຫ້ໄດ້ຕາມແຜນພັດທະນາການສຶກສາປະຈຳປີ ຂອງພະແນກສຶກສາ-ກີລາ ນະຄອນຫຼວງວຽງຈັນ ກໍຄືເມືອງຫາດຊາຍຟອງວາງອອກ ເຊິ່ງໄດ້ເປີດໂອກາດໃຫ້ນັກຮຽນທຸກຄົນກຽມພ້ອມ ແລະ ມີການເຄື່ອນໄຫວເພື່ອສະແດງອອກໃນກິດຈະກຳຂອງນັກຮຽນສາມັນຕາມຂັ້ນຕອນຕ່າງໆ ແນໃສ່ເປັນການເສີມຂະຫຍາຍສ້າງພອນສະຫວັນ ພັດທະນາຄວາມຮູ້ ແລະ ຄວາມສາມາດ ທັກສະ ໃນແນວຄິດຈິນຕະນາການສິ່ງດີໆອັນໃໝ່ໃຫ້ເກີດຂຶ້ນຢູ່ສະເໝີ ພ້ອມທັງກ້າສະແດງອອກ ລົງມືປະຕິບັດດ້ວຍຄວາມໝັ້ນໃຈໃນສິ່ງມັກ ເພື່ອໃຫ້ເກີດຜົນເປັນຈິງ ໄປຄຽງຄູ່ກັບການຕັ້ງໜ້າພັດທະນາການສຶສາຕາມ 5 ຫຼັກມູນທີ່ກະຊວງສຶກສາ-ກີລາວາງອອກ ສົ່ງເສີມວຽກງານສິລະປະ-ວັນນະຄະດີໃຫ້ມີຄວາມກ້າວໜ້າຕາມຍຸກທີ່ທັນສະໄໝໄປເທື່ອລະກ້າວ ສ້າງຄວາມສາມັກຄີຕໍ່ກັນ ແລະ ຂອງບັນດານັກຮຽນ ຄູອາຈານແຕ່ລະໂຮງຮຽນ ເພື່ອໃຫ້ມີບັນຍາກາດແຫ່ງຄວາມເບີກບານມ່ວນຊື່ນ ທີ່ສຳຄັນ ເພື່ອຕໍ່ຕ້ານບັນຫາປາກົດການຫຍໍ້ທໍ້ທີ່ນັກຈະເກີດຂຶ້ນໃນຖັນແຖວນັກຮຽນໃຫ້ຫຼຸດລົງເປັນຕົ້ນ ສິ່ງເສບຕິດ ການມົ້ວສຸມ ແລະ ການຂາດການເອົາໃຈໃສ່ໃນການຮຽນ ທີ່ຈະມີຜົນຕໍ່ການຮຽນ. ສຳລັບການແຂ່ງຂັນຄັ້ງນີ້ ກໍຈະເປັນການຄັດເລືອກເອົາຕົວແທນຂອງສິລະປະທີ່ໄດ້ຮັບຊະນະເລີດຂັ້ນເມືອງຫາດຊາຍຟອງ ເພື່ອເຂົ້າຮ່ວມງານແຂ່ງຂັນຕໍ່ຢູ່ນະຄອນຫຼວງວຽງຈັນ ສ່ວນລະດັບຂອງການຈັດແຂ່ງຂັນ ຈະມີຢູ່ 3 ຂັ້ນ ຄື: ຂັ້ນປະຖົມສຶກສາ ມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ປະເພດການແຂ່ງຂັນ ປະກອບມີ ບົດຟ້ອນລວມໝູ່ຍິງ-ຊາຍ ຮ້ອງເພງ ແລະ ຂັບລຳ ສຳລັບຄະນະສິລະປະທີ່ເຂົ້າຮ່ວມແຂ່ງຂັນ ແມ່ນມາຈາກແຕ່ລະໂຮງຮຽນທົ່ວເມືອງທັງພາກລັດ ແລະ ເອກະຊົນ ໄດ້ແກ່ຂັ້ນປະຖົມມີ 9 ຄະນະ ມັດທະຍົມຕອນຕົ້ນ 16 ຄະນະ ແລະ ມັດທະຍົມຕອນປາຍ ມີ 14 ຄະນະ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!