ເປີດໄຟສີສົ້ມ ເນື່ອງໃນໂອກາດວັນສາກົນລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

     ພິທີເປີດໄຟສີສົ້ມສະຫວ່າງທົ່ວປະຕູໄຊ ເນື່ອງໃນໂອກາດວັນສາກົນລຶບລ້າງການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ ໄດ້ຈັດຂຶ້ນວັນທີ 25 ພະຈິກ 2022 ຜ່ານມາ ທີ່ສວນສາທາລະນປະຕູໄຊ ມີທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຮອງປະທານຄະນະກຳມະທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ ທ່ານນາງ ມາຮຽມ ເອ ຄານ ຜູ້ຕາງໜ້າອົງການ UNFPA ປະຈຳລາວ ແລະ ທ່ານ ຣີກາດາ ຣິງເກີ ຜູ້ຕາງໜ້າຈາກອົງການ UNDP ປະຈຳລາວ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ. 

    ໃນພິທີ ທ່ານນາງ ທິບພະກອນ ທຳມະວົງສາ ກ່າວວ່າ: ເນື່ອງໃນໂອກາດວັນສາກົນລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ເພື່ອສະແດງເຖິງຄວາມສາມັກຄີ ແລະ ຄວາມຕັ້ງໃຈທີ່ຈະພ້ອມພຽງກັນເຄື່ອນໄຫວເພື່ອຍຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເຊິ່ງຍັງເຫັນວ່າມີຢູ່ໃນສັງຄົມໃນປັດຈຸບັນ ອັນສົ່ງຜົນກະທົກຕໍ່ການດຳລົງຊີວິດ ວັດທະນະທໍາທີ່ດີງາມ ລວມໄປເຖິງເສດຖະກິດຂອງປະເທດຢ່າງຫຼີກບໍ່ເວັ້ນ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ນັ້ນ ມີມາແຕ່ດົນນານແລ້ວໃນທົ່ວໂລກ ເຖິງແມ່ນວ່າທຸກປະເທດໄດ້ມີຄວາມພະຍາຍາມແກ້ໄຂ ແຕ່ອີງຕາມຂໍ້ມູນສະຖິຕິ ໄດ້ສະແດງໃຫ້ເຫັນວ່າ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຍັງສືບຕໍ່ ດັ່ງນັ້ນ ເພື່ອເຮັດໃຫ້ທຸກຄົນ ໂດຍສະເພາະ ແມ່ຍິງ ແລະ ເດັກຍິງ ໄດ້ຮັບການປ້ອງກັນ ກ້າວໄປສູ່ການຢຸດຕິຄວາມຮຸນແຮງ ສະນັ້ນ ຮຽກຮ້ອງໃຫ້ທຸກຄົນໃນສັງຄົມ ສາມັກຄີກັນເຄື່ອນໄຫວຮອບດ້ານເຊັ່ນ: ໂຄສະນາເຜີຍແຜ່ນິຕິກຳ ສ້າງຈິດສຳນຶກກ່ຽວກັບຄວາມສະເໝີພາບຍິງ-ຊາຍ ໃຫ້ແມ່ຍິງ ແລະ ທຸກຄົນເຂົ້າໃຈ ແລະ ຮັບຮູ້ວ່າ ຄວາມຮຸນແຮງແມ່ນການລະເມີດສິດຂັ້ນພື້ນຖານຂອງແມ່ຍິງ ແລະ ເດັກຍິງ  ແລະ ໃນວັນທີ່ມີຄວາມໝາຍສໍາຄັນດັ່ງກ່າວ ປີນີ້ ທາງສະຫະປະຊາຊາດຈຶ່ງເຫັນດີນໍາການໃຊ້ໄຟສີໝາກກ້ຽງ ເຊິ່ງສົດໃສ ຮຸ່ງແຈ້ງ ເປັນຕົວແທນຂອງການເບິ່ງໂລກໃນແງ່ດີ ເຊື່ອແນ່ວ່າ ສີດັ່ງກ່າວຈະເປັນຕົວແທນແຫ່ງອະນາຄົດອັນສົດໃສ ແລະ ປາສະຈາກຄວາມຮຸນແຮງຕໍ່ແມ່ຍິງ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!