ສະເຫຼີມສະຫຼອງແຜນງານຮ່ວມມືສິງກະໂປ ຄົບຮອບ 30 ປີ

ງານລ້ຽງສະເຫຼີມສະຫຼອງແຜນງານຮ່ວມມືສິງກະໂປ (SCP) ຄົບຮອບ 30 ປີ ແລະ ງານພົບປະອະດີດນັກສຶກສາ ແລະ ສໍາມະນາກອນ  ຈັດຂຶ້ນວັນທີ 24 ພະຈິກ 2022 ຜ່ານມາ  ທີ່ໂຮງແຮມ ຄຣາວ ພລາຊ່າ ໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍອະດີດນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ. 

ໃນພິທີ ທ່ານນາງ ລຽວ ຊິວ ລິນ ເອກອັກຄະລັດຖະທູດສິງກະໂປ ປະຈໍາລາວ ກ່າວຄໍາປາໄສວ່າ:ສະຖານທູດສິງກະໂປ ເຄີຍຈັດງານລ້ຽງພົບປະນັກສຶກສາ ແລະ ສໍາມະນາກອນໃນປີ 2019 ເຊິ່ງເປັນໄລຍະເວລາ 5 ເດືອນ ຫຼັງຈາກທີ່ຂ້າພະເຈົ້າໄດ້ມາປະຈໍາຢູ່ລາວ ຈາກນັ້ນ ກໍພົບກັບການລະບາດ ພະຍາດໂຄວິດ-19 ນັບເປັນເວລາ 2 ປີ ເຖິງວ່າມີການລະບາດຂອງພະຍາດດັ່ງກ່າວ ສູນຮ່ວມມືລາວ-ສິງກະໂປກໍຍັງສາມາດຈັດເຝິກອົບຮົມຜ່ານລະບົບອອນລາຍ ເພື່ອຮັກສາມາດຕະການປ້ອງກັນການລະບາດພະຍາດໂຄວິດ-19 ເຊິ່ງສາມາດເຝິກອົບຮົມພະນັກງານລັດຂອງລາວໄດ້ 800 ທ່ານໃນປີ 2020 ແລະ 2021. 

ສໍາລັບແຜນງານຮ່ວມມື ສິງກະໂປ ໄດ້ສ້າງຕັ້ງຂຶ້ນໃນປີ 1992 ເປັນແຜນງານຊ່ວຍເຫຼືອທາງດ້ານວິຊາການກະຊວງຕ່າງໆຂອງປະເທດສິງກະໂປ ໂດຍມີຈຸດປະສົງແລກປ່ຽນຄວາມຮູ້ ປະສົບການດ້ານການພັດທະນາຂອງສິງກະໂປກັບບັນດາປະເທດທີ່ກໍາລັງພັດທະນາ ໃນວຽກງານພັດທະນາຊັບພະຍາ ກອນມະນຸດ ແລະ ການສ້າງຄວາມອາດສາມາດ ໜຶ່ງໃນບັນດາໂຄງການລິເລີ່ມທີ່ເປີດໂຕເນື່ອງໃນໂອກາດຄົບຮອບ 30 ປີຂອງແຜນງານດັ່ງກ່າວ ແມ່ນແຜນປະຕິບັດງານເພື່ອຄວາມຍືນຍົງ ມີຈຸດປະສົງຊ່ວຍເຫຼືອບັນດາປະເທດຕ່າງໆ ເພື່ອຫຼຸດຜ່ອນການປ່ອຍອາຍທາດເຮືອນແກ້ວ ທັງຈະຊ່ວຍຊຸກຍູ້ວຽກງານສ້າງຄວາມອາດສາມາດໃຫ້ບັນດາປະເທດທີ່ກໍາລັງພັດທະນາ ໂດຍເນັ້ນໃສ່ຄວາມຍືນຍົງ ແລະ ການປ່ຽນແປງດິນຟ້າອາກາດ. ສະເພາະການຊ່ວຍເຫຼືອທາງດ້ານວິຊາການ ຖືເປັນວຽກງານຫຼັກຂອງສິງກະໂປ ແລະ ລາວ ນັບແຕ່ປີ 1992 ເປັນຕົ້ນມາ ໄດ້ເຝິກອົບຮົມພະນັກງານທັງໝົດ 150.000 ຄົນ ຈາກ 180 ປະເທດ ເຂດປົກຄອງຕົນເອງ ແລະ ອົງການຈັດຕັ້ງສາກົນ ໃນນັ້ນ ເກືອບ 16.000 ຄົນ ຫຼື ປະມານ 11% ແມ່ນຈາກລາວ ພ້ອມນັ້ນ ໄດ້ເປີດສູນເຝິກອົບຮົມລາວ-ສິງກະໂປ ທີ່ນະຄອນຫຼວງວຽງຈັນໃນປີ 2001 ປັດຈຸບັນ ໄດ້ຍົກລະດັບຂຶ້ນເປັນສູນຮ່ວມມືລາວ-ສິງກະໂປ ເຮັດໜ້າທີ່ເຝິກອົບຮົມພະນັກງານລັດຂອງລາວ ແລະ ຂະຫຍາຍການຮ່ວມມືກັບພາກສ່ວນຕ່າງໆ ເປັນຕົ້ນ ກະຊວງການຕ່າງປະເທດ ພາກສ່ວນຕ່າງໆຂອງລາວ ລວມທັງບັນດາອົງການຮ່ວມມືສາກົນຂອງສິງກະໂປ ເພື່ອຮ່ວມກັນປຶກສາຫາລືສ້າງແຜນເຝິກອົບຮົມໃຫ້ຫຼາກຫຼາຍ ແລະ ຫົວຂໍ້ສະເພາະໃດໜຶ່ງໃຫ້ແກ່ພະນັກງານລັດຂອງລາວໃນແຕ່ລະປີ ສິ່ງສໍາຄັນ ເນັ້ນໃສ່ຫົວຂໍ້ເຝິກອົບຮົມທີ່ແທດເໝາະກັບຄວາມຕ້ອງການຂອງຝ່າຍລາວ. 

ສິງກະໂປ ຍັງຮັກສາຄວາມໝາຍໝັ້ນທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອລາວໃນວຽກງານພັດທະນາຊັບພະຍາກອນມະນຸດ ແລະ ການສ້າງຄວາມອາດສາມາດ ໃນໄລຍະທີ່ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີເດີນທາງຢ້ຽມຢາມສິງກະໂປຢ່າງເປັນທາງການວັນທີ 27-28 ກັນຍາ 2022 ໄດ້ປະກາດການຊ່ວຍລາວພາຍໃຕ້ໂຄງການຮັດແໜ້ນການຮ່ວມມືສິງກະໂປ-ລາວ ເຊິ່ງຈະໄດ້ຈັດເຝິກອົບຮົມຫົວຂໍ້ສະເພາະຈໍານວນໜຶ່ງ ເພື່ອສະໜັບສະໜູນການເປັນປະທານອາຊຽນຂອງລາວໃນປີ 2024.

# ຂ່າວ – ພາບ : ຂັນທະວີ

error: Content is protected !!