ກອງປະຊຸມຖອດຖອນບົດຮຽນການສ້າງບ້ານພັດທະນາຢູ່ເມືອງປາກງື່ມ

ກອງປະຊຸມຖອດຖອນບົດຮຽນການສ້າງບ້ານພັດທະນາຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 25 ພະຈິກ 2022 ທີ່ສໍານັກງານປົກຄອງເມືອງດັ່ງກ່າວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສິພັນດອນ ເຈົ້າຄອງ ນວ ພ້ອມດ້ວຍຫົວໜ້າພະແນກການ ອົງການທຽບເທົ່າອ້ອມຂ້າງ ນວ ເຈົ້າເມືອງ ຮອງເຈົ້າເມືອງ 9 ຕົວເມືອງ ແລະ ນາຍບ້ານທົ່ວເມືອງປາກງື່ມ. 

    ທ່ານ ຄໍາໜູນ ຕຽງທະລາດ ເຈົ້າເມືອງປາກງື່ມ ໄດ້ລາຍງານໃຫ້ຮູ້ວ່າ: ເມືອງປາກງື່ມປະກອບມີ 53 ບ້ານ ແບ່ງເປັນ 6 ກຸ່ມບ້ານ ມີພົນລະເມືອງທັງໝົດ 58.559 ຄົນ ຍິງ 29.511 ຄົນ ເຊິ່ງການຈັດຕັ້ງປະຕິບັດວຽກງານການສ້າງບ້ານພັດທະນາໄລຍະຜ່ານມາ ໄດ້ປະຕິບັດຕາມທິດນຳ 3 ສ້າງ ຕາມ 5 ມາດຖານ ໃນນັ້ນການຈັດຕັ້ງປະຕິບັດດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ໄດ້ກະກຽມການທົດລອງຈັດຕັ້ງປະຕິບັດຕົວຈິງ 53 ບ້ານ ບັນລຸຕາມ 8 ມາດຖານໄດ້ 51 ບ້ານ ບໍ່ບັນລຸ 2 ບ້ານຄື: ບ້ານຝັງແດງ ບ້ານໜອງດົງ ຄອບຄົວພົ້ນທຸກ 8.635 ຄອບຄົວ ແລະ ບໍ່ບັນລຸ 1.930 ຄອບຄົວ ນອກນີ້ ນາຍບ້ານດອນວັງໂພ ໄດ້ປະກອບຄໍາເຫັນການສ້າງບ້ານຕົວແບບຂອງໂຄງການເຊມາອຸນ ນາຍບ້ານພ້າວປະກອບຄໍາເຫັນກ່ຽວກັບການສ້າງບ້ານພັດທະນາ ນາຍບ້ານທົ່ງກາງ ປະກອບຄໍາເຫັນກ່ຽວກັບການບໍລິຫານອົງການປົກຄອງບ້ານທີ່ເຂັ້ມແຂງຂອງບ້ານດັ່ງກ່າວ (ເມືອງສີສັດຕະນາກ) ຈາກນັ້ນ ພະແນກການ ແລະ ຂະແໜງການຂອງເມືອງ ປະກອບຄໍາເຫັນຕໍ່ການສ້າງບ້ານພັດທະນາຢູ່ເມືອງປາກງື່ມ.

    ຕອນທ້າຍ ທ່ານເຈົ້າຄອງ ນວ ໄດ້ມີຄໍາເຫັນເພື່ອເປັນທິດໃນຕໍ່ໜ້າ ແລະ ພາຍຫຼັງທີ່ໄດ້ປະກາດເມືອງປາກງື່ມເປັນເມືອງບັນລຸບ້ານພັດທະນາ ຕ້ອງສືບຕໍ່ສ້າງບ້ານພັດທະນາໃຫ້ເປັນສີສັນຕົວເມືອງນ້ອຍໃນຊົນນະບົດຂອງ ນວ ໃນນີ້ ຕ້ອງໄດ້ເພີ່ມທະວີໃນການພັດທະນາພື້ນຖານໂຄງລ່າງ ສືບຕໍ່ຊຸກຍູ້ການຜະລິດເປັນສິນຄ້າ ຕິດພັນກັບການປຸງແຕ່ງໃຫ້ຫຼາຍຂຶ້ນ ເພື່ອສ້າງລາຍໄດ້ໃຫ້ແກ່ຊາວກະສິກອນ ພ້ອມນັ້ນ ສຶກສາອົບຮົມໃຫ້ປະຊາຊົນ ແລະ ຊັ້ນຄົນຕ່າງໆ ເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າ ສາມາດສະກັດກັ້ນບັນຫາສິ່ງຫຍໍ້ທໍ້ໃນສັງຄົມ ທີ່ສ້າງຄວາມບໍ່ສະຫງົບຢູ່ພາຍໃນເມືອງ ພາຍໃນບ້ານ ໂດຍຖືບັນຫາດັ່ງກ່າວ ເປັນບັນຫາສໍາຄັນ ແລະ ເປັນບັນຫາພື້ນຖານ ໂອກາດນີ້ ຍັງໄດ້ມອບຄອມພິວເຕີ 5 ເຄື່ອງ ແລະ ເຄື່ອງພິມ 1 ເຄື່ອງ ໃຫ້ອົງການປົກຄອງເມືອງປາກງື່ມ ຕາງໜ້າຮັບຂອງທ່ານເຈົ້າເມືອງປາກງື່ມ. 

  ໃນວັນດຽວກັນ ທ່ານເຈົ້າຄອງ ນວ ຍັງໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຜະລິດຕົວແບບກະສິກໍາບ້ານທ່າເດື່ອສິງຫອມ ແລະ ບ້ານດອນວັງໂພ ຂອງໂຄງການເຊມາອຸນ ຕື່ມອີກ.

error: Content is protected !!