ແມ່ຍິງນະຄອນຫຼວງ ທາບທາມບຸກຄະລາກອນເປົ້າໝາຍ

     ກອງປະຊຸມທາບທາມບຸກຄະລາກອນເປົ້າໝາຍ ລົງສະໝັກເລືອກຕັ້ງເປັນຄະນະບໍລິຫານງານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ (ນວ) ຊຸດທີ VIII ຮອບທີ 1 ຈັດຂຶ້ນວັນທີ 16 ມິຖຸນາ 2020 ທີ່ຫ້ອງວ່າການປົກຄອງ ນວ ເປັນປະທານຂອງທ່ານນາງ ບົວລອນ ວົງດາລາແສນ ປະທານສະຫະພັນແມ່ຍິງ ນວ ມີທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງຊາດ ນວ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນ ນວ ບັນດາຄະນະສະຫະພັນແມ່ຍິງ ນວ ເມືອງ ອົງການທຽບເທົ່າ ແລະ ສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມ.

    ກອງປະຊຸມ ທ່ານ ຖະໜອມ ທຳທອງ ໄດ້ຜ່ານມາດຖານເງື່ອນຜູ້ລົງສະໝັກເລືອກຕັ້ງວ່າ: ຜູ້ທີ່ຈະລົງສະໝັກເລືອກຕັ້ງເປັນບຸກຄະລາກອນເປົ້າໝາຍທີ່ຈະເປັນຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່ປະກອບມີ 5 ມາດຖານຄື: ດ້ານຄຸນທາດການເມືອງແມ່ນຕ້ອງເປັນຄົນທີ່ມີຄຸນທາດການເມືອງໜັກແໜ້ນຈຳແນກໄດ້ມິດສັດຕູ ກຳແໜ້ນແນວທາງເພື່ອນຳໄປຜັນຂະຫຍາຍໃຫ້ເປັນອັນລະອຽດ ສາມາດເຕົ້າໂຮມຄວາມສາມັກຄີ ຮູ້ນຳພາຈັດຕັ້ງປະຕິບັດວຽກງານ ແລະ ຕີລາຄາດ້ານດີດ້ານອ່ອນ ຂໍ້ຄົງຄ້າງ ດ້ານຄວາມຮູ້ຄວາມສາມາດ ດ້ານຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດຳລົງຊິວິດ ຕ້ອງເປັນຄົນມີນ້ຳໃຈເສຍສະຫຼະ ດຳລົງຊິວິດດ້ວຍຄວາມບໍລິສຸດ ສັດຊື່ ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ານແບບແຜນການນຳພາ ແລະ ວິທີເຮັດວຽກ ຕ້ອງຢຶດໝັ້ນ ແລະ ປະຕິບັດຖືກຕ້ອງແບບແຜນເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ ປຶກສາຫາລືຕົກລົງເປັນໝູ່ຄະນະ ເຮັດວຽກມີແບບແຜນ ມີຄວາມຮັບຜິດຊອບສູງ ເປັນແບບຢ່າງທີ່ດີ ສຸຂະພາບຕ້ອງແຂງແຮງ ສາມາດປະຕິບັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ສຳເລັດເປັນຢ່າງດີ.

    ຕອນທ້າຍກອງປະຊຸມໄດ້ປ່ອນບັດເພື່ອຄັດເລືອກເອົາເປົ້າໝາຍຄະນະບໍລິຫານງານສະຫະພັນແມ່ຍິງ ນວ ຊຸດທີ VIII ຮອບທີ 1.

error: Content is protected !!