ໂຄງການກໍ່ສ້າງເຂດໂລຈິສຕິກພາກ ຈະໃຫ້ສໍາເລັດໃນອີກ 2-3 ປີຂ້າງໜ້າ

    ພິທີວາງສີລາລຶກການກໍ່ສ້າງເຂດໂລຈິສຕິກພາກ ຂອງໂຄງການທ່າບົດທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 25 ພະຈິກ 2022 ຢູ່ເຂດບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນ ໂລຈິສຕິກພາກ ຈໍາກັດ ມີບັນດາການນໍາພັກ-ລັດ ຕາງໜ້າຫ້ອງວ່າການນະຄອນຫຼວງວຽງຈັນ ເມືອງ ບ້ານ ແລະ ແຂກຖືກເຊີນເຂົ້າຮ່ວມ. 

    ໂອກາດນີ້ ທ່ານ ຈັນທອນ ສິດທິໄຊ ລາຍງານໃຫ້ຮູ້ວ່າ: ອົງປະກອບທີ່ສໍາຄັນຂອງໂຄງການ ທີ່ຄຽງຄູ່ກັບດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ນັ້ນ ກໍຄືເຂດໂລຈິສຕິກຄົບວົງຈອນ ທີ່ໄດ້ມີພິທີວາງສີລາເລີກການກໍ່ສ້າງໃນມື້ນີ້ ແມ່ນມີເນື້ອທີ່ທັງໝົດ 327 ເຮັກຕາ ນັບຈາກສະຖານີໄຟຟ້າດົງໂພສີ ລຽບຕາມເສັ້ນທາງດົງໂພສີ-ຊຽງດາ ຈົນເຖິງທາງຕັດໃໝ່ ນາຄວາຍໃຕ້ ເຊິ່ງແບ່ງອອກເປັນ 7 ເຂດກິດຈະກໍາຫຼັກ ຄື:ເຂດກັກກັນພືດ ກັກກັນສັດ 10 ເຮັກຕາ ເຂດສາງນໍ້າມັນ 6 ເຮັກຕາ ເຂດຜະລິດ ແລະ ປຸງແຕ່ງສິນຄ້າເພື່ອສົ່ງອອກ 146 ເຮັກຕາ ເຂດໂລຈິສຕິກພາກ 44 ເຮັກຕາ ເຂດພື້ນທີ່ການຄ້າເສລີ 45 ເຮັກຕາ ເຂດເຕັກໂນໂລຊີ ແລະ ເຂດຮາລານຮັບ 49 ເຮັກຕາ ແລະ ເຂດພື້ນທີ່ບໍລິຫານ ແລະ ຫ້ອງການ 27 ເຮັກຕາ ເຊິ່ງເຂດໂລຈິສຕິກຄົບວົງຈອນນີ້ ແມ່ນຄາດວ່າຈະໄດ້ລົງທຶນ 547 ລ້ານໂດລາສະຫະລັດ (ປະມານ 9.453 ຕື້ກີບ) ເຊິ່ງທັງໝົດນີ້ ແມ່ນການລົງທຶນຂອງເອກະຊົນລາວ 100% ແລະ ຄາດຄະເນຈະສໍາເລັດການກໍ່ສ້າງ ແລະ ໄຂໃຫ້ບໍລິການຢ່າງເຕັມຮູບແບບໃນອີກ 2-3 ປີຂ້າງໜ້າ ເຊິ່ງການກໍ່ສ້າງໄລຍະທີ 1 ກໍຄືວຽກງານການບຸກເບີກ ແລະ ກໍ່ສ້າງພື້ນຖານໂຄງລ່າງ ແມ່ນຄາດວ່າຈະສໍາເລັດໃນໄຕມາດທີ 3 ປີ 2023 ຈຸດປະສົງ ເປົ້າໝາຍໃນການພັດທະນາເຂດໂລຈິສຕິກຄົບວົງຈອນນີ້ ໂດຍລວມ ກໍແມ່ນເພື່ອປະກອບສ່ວນຍົກລະດັບເຂດການຄ້າ ແລະ ອຸດສາຫະກໍາຂອງປະເທດໃຫ້ສາມາດແຂ່ງກັນໄດ້ກັບສາກົນ ໂດຍການຫຼຸດດຕົ້ນທຶນ ແລະ ໄລຍະເວລາໃນການຜະລິດ ແລະ ຂົນສົ່ງ ອີກທັງຍັງມີບັນດາສິດທິພິເສດດ້ານການຄ້າ ແລະ ດ້ານພາສີຕ່າງໆ ເພື່ອສົ່ງເສີມ ແລະ ຕັ້ງແຕ່ການລົງທຶນຈາກຜູ້ປະກອບທຸລະກິດທຸກຂະໜາດຈາກພາຍໃນ ແລະ ຕ່າງປະເທດ ແນໃສ່ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ນັບມື້ນັບຂະຫຍາຍຕົວ.

    ໂອກາດດຽວກັນນີ້ ທ່ານ ວຽງສະຫວັດ ສີພັນດອນ ກ່າວວ່າ:ການພັດທະນາໂຄງການ ແມ່ນຈະຊ່ວຍຍົກລະດັບການເຂົ້າເຖິງຕ່ອງໂສ້ການທະໜອງສິນຄ້າລະດັບສາກົນ ໂດຍການຫຼຸດຕົ້ນທຶນການຜະລິດ ການຂົນສົ່ງ ແລະ ຫຼຸດໄລຍະເວລາຂອງການນໍາເຂົ້າສິນຄ້າຕະຫຼາດ ແລະ ຍັງຈະມີສະພາບແວດລ້ອມທາງທຸລະກິດທີ່ແຂ່ງຂັນໄດ້ໃນແງ່ຂອງສິດຜົນປະໂຫຍດ ດ້ານພາສີ ແລະ ສິດທິພິເສດດ້ານການຄ້າຕ່າງໆ ແລະ ດຶງດູດການລົງທຶນຂອງຕ່າງປະເທດເຂົ້າມາທໍາການຜະລິດ ແລະ ດໍາເນີນການຄ້າ ເຂດດັ່ງກ່າວຍັງຊ່ວຍຫຼຸດຜ່ອນຂັ້ນຕອນທາງກົດໝາຍ ແລະ ລະບຽບການໃນການດໍາເນີນທຸລະກິດ ຜ່ານການບໍລິຫານ ການລົງທຶນປະຕູດຽວ ແລະ ມີຄວາມອໍານວຍຄວາມສະດວກທາງດ້ານການຄ້າ ຜ່ານການດໍາເນີນງານດ້ານພາສີຢ່າງມີປະສິດທິພາບ ການບໍລິການສາທາລະນຸປະໂພກທີ່ເຊື່ອຖືໄດ້ ແລະ ການບໍລິຫານຈັດການທີ່ມີປະສິດທິພາບ.

     ເຂດໂລຈິສຕິກ ພາກ ແມ່ນໄດ້ໃຫ້ບໍລິການສາງເກັບຮັກສາສິນຄ້າ ແລະ ສູນແຈກຢາຍສິນຄ້າ ຜ່ານສິ່ງອໍານວຍຄວາມສະດວກຕ່າງໆ ທີ່ກໍ່ສ້າງພາຍໃນເຂດ ເຊັ່ນ: ການຈັດເກັບ ການຮວບຮວມ ແລະ ການແຈກຢາຍສິນຄ້າ ການບໍລິຫານຈັດການສາງເກັບຮັກສາສິນຄ້າ ແລະ ສິນຄ້າຄົງຄ້າງ ໂດຍນໍາໃຊ້ລະບົບການບໍລິຫານທີ່ທັນສະໄໝ ມີພື້ນຖານໂຄງຮ່າງຄົບວົງຈອນ ແລະ ໄດ້ມາດຕະຖານສາກົນ.

     ຂ້າພະເຈົ້າ ຂໍຕີລາຄາສູງຕໍ່ກັບຜົນສໍາເລັດໃນການກໍ່ສ້າງເຂດໂລຈິສຕິກ ພາກ ເຊິ່ງຄາດວ່າຈະປະກອບສ່ວນສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເຊິ່ງຈະສາມາດດຶງດູດ ແລະ ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ເພື່ອເສີມສ້າງລາຍຮັບເຂົ້າສູ່ປະເທດ ຍົກລະດັບມາດຕະຖານການຜະລິດ ນໍາເຂົ້າ ແລະ ສົ່ງອອກສິນຄ້າຂອງ ສປປ ລາວ ເຂົ້າສູ່ລະບົບສາກົນທີ່ທັນສະໄໝ ຮັບປະກັນການເກັບພັນທະ ແລະ ຄ່າທໍານຽມຕ່າງໆໃຫ້ມີຄວາມໂປ່ງໃສເຂົ້າງົບປະມານຂອງລັດຢ່າງມີປະສິດທິຜົນສູງສຸດ ສະນັ້ນ ຂ້າພະເຈົ້າຕາງໜ້າໃຫ້ລັດຖະບານລາວ ເວົ້າລວມ ເວົ້າສະເພາະ ກະຊວງໂຍທາທິການ ແລະ ຂົນສົ່ງ ຈະສືບຕໍ່ໃຫ້ການສະໜັບສະໜູນ ອໍານວຍຄວາມສະດວກໃຫ້ແກ່ໂຄງການດັ່ງກ່າວໃຫ້ສືບຕໍ່ເປັນໂຄງການຕົ້ນແບບໃນການປະກອບສ່ວນສໍາຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄື ການເກັບລາຍຮັບເຂົ້າງົບປະມານຂອງລັດຖະບານ ໃຫ້ໄດ້ຢ່າງເຕັມເມັດເຕັມໜ່ວຍ ແນໃສ່ການສ້າງຜົນປະໂຫຍດລວມສູງສຸດ ໃຫ້ແກ່ປະເທດຊາດໃຫ້ຈະເລີນເຕີບໂຕໄວຂຶ້ນ.

# ຂ່າວ – ພາບ : ສີພອນ 

error: Content is protected !!