ຈັດງານບຸນມະຫະກຳມາເລເຊຍ ສົ່ງເສີມການທ່ອງທ່ຽວ

ສະຖານທູດມາເລເຊຍ ພ້ອມດ້ວຍການ ທ່ອງທ່ຽວມາເລເຊຍ ປະຈໍາລາວ ໄດ້ຈັດ ງານບຸນມະຫະກຳມາເລເຊຍຂຶ້ນ ທີ່ສູນການ ຄ້າ Parkson ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 26- 27 ພະຈິກ 2022.

ງານຄັ້ງນີ້ເປັນບຸນມະເລເຊຍຄັ້ງທຳອິດຂອງພວກເຮົານັບຕັ້ງ ແຕ່ໄດ້ຢຸດສະງັກມາເປັນເວລາ 2 ປີ ຍ້ອນພະຍາດໂຄວິດ 19 ໂລກລະບາດ ເປັນເທສະການມີຄວາມໝາຍສຳຄັນໂດຍສະ ເພາະແມ່ນ ເພື່ອແນໃສ່ຊຸກຍູ້ຂະແໜງການທ່ອງທ່ຽວຂອງ ມາເລເຊຍ.

ພາຍໃນງານຜູ້ເຂົ້າຮ່ວມຈະໄດ້ຮັບຊົມການສະແດງບົດຟ້ອນບົດເຕັ້ນຂອງປະເທດມາເລເຊຍ ມີອາຫານມາເລເຊຍໄວ້ບໍລິການໃນລາຄາເໝາະສົມ ນອກນັ້ນກໍຍັງມີກິດຈະກໍາຕ່າງໆເຊັ່ນ: ການລະລາຍສີສໍາລັບເດັກ ມູມຖ່າຍພາບ ບູດຕົວແທນການທ່ອງ ທ່ຽວ ແລະ ຮ່ວມຫິ້ນເກກັບທ່ອງທ່ຽວມາເລເຊຍ.

ເຂົ້າຮ່ວມເປີດຝານໃນຄັ້ງນີ້ມີ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ທ່ານ ນາງ ໄຄຣັນນິຊາ ບິນຕິ ອາລຽດສ໌ (Qairunnisa Minti MD Alias) ອຸປະທູດແຫ່ງປະເທດມາເລເຊຍ ປະຈໍາ ສປປລ ລາວ ມີທູດຕານຸທູດປະເທດຕ່າງໆ ແຂກຖືກເຊີນ ແລະ ມວນຊົນເຂົ້າຮ່ວມ.

error: Content is protected !!