ຄຳຂວັນເບົາຫວານປີນີ້ ແມ່ນ “ຮູ້ຈັກເບົາຫວານເພື່ອປ້ອງກັນ ຮູ້ທັນເບົາຫວານເພື່ອຄວບຄຸມ”

    ວັນທີ 25 ພະຈິກ 2022 ທີ່ໂຮງໝໍເຊດຖາທິຣາດ ນະຄອນຫຼວງວຽງຈັນ ໄດ້ຈັດງານເບົາຫວານໂລກ ຄົບຮອບ 12 ປີ ເປັນປະທານຂອງທ່ານ ດຣ. ຫວັງນະຄອນ ດິດຕະພົງ ຫົວໜ້າອຳນວຍການໂຮງໝໍເຊດ ຖາທິລາດ ມີທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຫົວໜ້າຫ້ອງການ ຫົວໜ້າພະແນກ ທີມງານແພດໝໍ ພະຍາບານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ. 

    ທ່ານ ນາງ ດຣ.ຈັນທອນ ໄຊຊະນະວົງ ຫົວໜ້າພະແນກຕ່ອມຂັບຍ່ອຍ ໂຮງໝໍເຊດຖາທິລາດ ກ່າວວ່າ: ຈຸດປະສົງການຈັດງານເບົາຫວານໂລກຄັ້ງນີ້ ເພື່ອເປັນການປຸກລະດົມໃຫ້ພໍ່ແມ່ປະຊາຊົນມາກວດສຸຂະພາບປະຈຳປີ ເພື່ອກັ່ນຕອງຄົນເຈັບທີ່ມີປັດໄຈສ່ຽງທີ່ຈະເກີດເປັນພະຍາດເບົາຫວານໃນຄົນທີ່ອາຍຸສູງ ຄວາມຕຸ້ຍ ນໍ້າໜັກເກີນ ຜູ້ບໍ່ມັກອອກກຳລັງກາຍ ຜູ້ທີ່ມີເຊື້ອສາຍພໍ່ແມ່ ອ້າຍເອື້ອຍນ້ອງທີ່ເປັນພະຍາດເບົາຫວານ ແລະ ຊວນເຊີນໃຫ້ປະຊາຊົນທີ່ເປັນພະຍາດເບົາຫວານແລ້ວ ໃຫ້ຮູ້ເຖີງຄວາມອັນຕະລາຍຂອງພະຍາດເບົາຫວານ ເຊິ່ງເປັນສາເຫດພາໃຫ້ເກີດມີອາການສົນທີ່ຮ້າຍແຮງທີ່ຈະຕາມມາ ເຊັ່ນ: ອາການສົນໃສ່ຕາ ໄຂ່ຫຼັງຊຸດໂຊມ ກ້າມເນື້ອຫົວໃຈຂາດເລືອດ ອຳມະພາດ ມືນຊາທິ່ປາຍຕີນ ປາຍມື ເຊິ່ງເປັນສາເຫດພາໃຫ້ເກີດບາດແຜທີ່ປິ່ນປົວນານເຊົາ ເຮັດມີການຕິດເຊື້ອທີ່ຮຸນແຮງ ສຸດທ້າຍ ສູ່ການຖືກຕັດຂາ ເພື່ອເປັນການໃຫ້ຄວາມຮູ້ໃນການເບິ່ງແຍງຕົນເອງ ແລະ ວິທີຄວບຄຸມລະດັບນໍ້າຕານໃນເລືອດໃຫ້ຢູ່ໃນເກນໄກ້ຄຽງກັບຄ່ານໍ້າຕານທີ່ປົກະຕິໃຫ້ໄດ້ຫຼາຍທີ່ສຸດ ເພື່ອປ້ອງກັນອາການສົນທີ່ເວົ້າມາຂ້າງເທິງນັ້ນ. 

    ເພື່ອໃຫ້ກະຊວງສາທາລະນະສຸກທົ່ວໂລກ ເຫັນຄວາມສຳຄັນໃນການປ້ອງກັນ ແລະ ຄວບຄຸມພະຍາດເບົາຫວານ ເຊິ່ງເປັນສາຍເຫດການເສຍຊີວິດອັນດັບ 3 ໃນຜູ້ຍິງ ແລະ ອັນດັບ 8 ໄດ້ສົ່ງຜົນຕໍ່ຄຸນນະພາບຊີວິດຂອງຄົນເຈັບ ແລະ ຄົນໃນຄອບຄົວ ທີ່ຕ້ອງມີພາລະເພີ່ມຂື້ນ ລວມເຖີງພາກລັດທີ່ຕ້ອງໄດ້ເສຍຄ່າໃຊ້ຈ່າຍໃນການປິ່ນປົວອາການສົນດັ່ງກ່າວ ດັ່ງນັ້ນ ຂ້າພະເຈົ້າມີຄວາມເປັນຫ່ວງເປັນໄຍຕໍ່ສຸຂະພາບຂອງພວກທ່ານ ຍ້ອນມີຄົນຈໍານວນຫຼວງຫຼາຍຍັງບໍ່ຮູ້ຕົນເອງ ດັ່ງນັ້ນ ເພື່ອເປັນການປ້ອງກັນພະຍາດເບົາຫວານເກີດຂື້ນໃໝ່ ແລະ ໃຫ້ຄວາມຮູ້ກ່ຽວກັບການກີນຢູ່ແນວໃດໃຫ້ປອດໄພ ຫ່າງໄກຈາກພະຍາດເບົາຫວານ ແລະ ປ້ອງກັນອາການສົນໃນຄົນເຈັບທີ່ເປັນພະຍາດເບົາຫວານ ບັນດາທ່ານທີ່ມາຮ່ວມງານເບົາຫວານໂລກນໍາພວກເຮົາ ຈະໄດ້ຄວາມຮູ້ໄປປະຕິບັດໃນຊີວິດປະຈຳວັນຂອງພວກທ່ານ ເຊິ່ງຄຳຂວັນໃນງານເບົາຫວານປີນີ້ແມ່ນ “ຮູ້ຈັກເບົາຫວານເພື່ອປ້ອງກັນ ຮູ້ທັນເບົາຫວານເພື່ອຄວບຄຸມ” ໂດຍການປະຕິບັດຕາມ 4 ຫຼັກການ ດັ່ງນີ້: ງົດ ຫຼຸດ ເພີ່ມ ເລີ່ມ.

# ຂ່າວ – ພາບ :  ຊີລິການດາ

error: Content is protected !!