ດອກໄຟເຍືອງທາງຫຼາຍເສັ້ນທາງ ໄດ້ຮັບການສ້ອມແປງຮຸ່ງແຈ້ງ

    ວັນທີ 24 ພະຈິກ 2022 ຄະນະກຳມະການ ປະກອບມີຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ລັດວິສາຫະກິດໄຟຟ້າລາວ ສາຂາໄຟຟ້ານະຄອນຫຼວງວຽງຈັນ 1 ພະແນກພະລັງງານ ແລະ ບໍ່ແຮ່ນະຄອນຫຼວງວຽງຈັນ (ນວ) ຫ້ອງວ່າການ ພະແນກການເງິນ ພະແນກໂຍທາທິການ ແລະ ຂົນສົ່ງ ພະແນກແຜນການ ແລະ ການລົງທຶນ ນວ ແລະ ຂະແໜງການກ່ຽວຂ້ອງ ນຳໂດຍທ່ານ ສົມບູນ ອາຄະວົງສາ ຫົວໜ້າຫ້ອງການ ຄບຕ ໄດ້ລົງກວດກາເບິ່ງດອກໄຟຟ້າເຍືອງທາງ ແລະ ໄຟອຳນາດ ໃນຕອນຄໍ່າຢູ່ຫຼາຍເສັ້ນທາງໃນຕົວເມືອງ ນວ ພາຍຫຼັງສໍາເລັດການສ້ອມແປງ ແລະ ຜ່ານການລົງກວດເບິ່ງຕົວຈິງແລ້ວ ເຫັນວ່າດອກໄຟເຍືອງທາງທີ່ໄດ້ຮັບການສ້ອມແປງຫຼາຍເສັ້ນທາງຢູ່ໃນຕົວເມືອງນັ້ນ ທຸກດອກແມ່ນຮຸ່ງແຈ້ງດີ ເຮັດໃຫ້ເສັ້ນທາງຮຸ່ງແຈ້ງສະຫວ່າງສະໄຫວ ສົມກັບເປັນເມືອງເອກຂອງປະເທດລາວ. 

    ທ່ານ ສົມບູນ ອາຄະວົງສາ ໄດ້ກ່າວວ່າ: ໂດຍປະຕິບັດນະໂຍບາຍ 6 ສ ໂດຍສະເພາະ ສ ສະຫວ່າງ ເພື່ອເປັນການຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 47 ປີ (2/12/1975-2/12/2022) ຫ້ອງການ ຄບຕ ໄດ້ສົມທົບກັບພະແນກການກ່ຽວຂ້ອງ ແລະ ໄຟຟ້າ ນວ 1 ໃນການກຳນົດແຜນສ້ອມແປງແຕ່ລະໄລຍະ ໂດຍປະຕິບັດຕາມສັນຍາການຄຸ້ມຄອງບໍາລຸງຮັກສາ ແລະ ສ້ອມແປງລະບົບໄຟເຍືອງທາງ 21 ເສັ້ນທາງ ແລະ ໄຟອໍານາດ 63 ຈຸດ ຄື: ວຽກງານຄຸ້ມຄອງໄຟເຍືອງທາງໄລຍະເບື້ອງຕົ້ນ ສາຂາໄຟຟ້າ ນວ 1 ຈະສ້ອມແປງລະບົບໄຟເຍືອງທາງ 21 ເສັ້ນທາງໃຫ້ຮຸ່ງແຈ້ງທຸກດອກ ເຊິ່ງເລີ່ມສ້ອມແປງເດືອນສິງຫາ 2022 ເປັນຕົ້ນມາ ຮອດປັດຈຸບັນ ເຫັນວ່າດອກໄຟເຍືອງທາງສໍາເລັດໂດຍພື້ນຖານ ໃຊ້ງົບປະມານທັງໝົດ 1,01 ຕື້ກີບ ໄລຍະທີ 2 ສາຂາໄຟຟ້າ ນວ 1 ສືບຕໍ່ຄຸ້ມຄອງບໍາລຸງຮັກສາ ສ້ອມແປງລະບົບໄຟເຍືອງທາງ 21 ເສັ້ນທາງໃຫ້ຮຸ່ງແຈ້ງເປັນປົກກະຕິໃນໄລຍະ 5 ປີ. 

     ສໍາລັບແຜນການບໍາລຸງຮັກສາ ແລະ ສ້ອມແປງລະບົບໄຟອໍານາດ 63 ຈຸດ ໄຟຟ້າ ນວ 1 ຈະສໍາຫຼວດ ກວດກາ ແລະ ຄິດໄລ່ລາຄາຕາມການເປ່ເພຕົວຈິງຂອງໄຟອຳນາດແຕ່ລະຈຸດ ພາຍໃຕ້ການຢັ້ງຢືນບໍລິມາດ ແລະ ລາຄາຈາກຫ້ອງການ ຄບຕ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອຂໍອະນຸມັດການສ້ອມແປງແຕ່ລະຄັ້ງນໍາອົງການປົກຄອງ ນວ ພິຈາລະນາຕາມຂັ້ນຕອນ ເຊິ່ງຜ່ານມາ ຫ້ອງການ ຄບຕ ໄດ້ສົມທົບກັບໄຟຟ້າ ນວ ປະຕິບັດການສ້ອມແປງ ປັບປຸງໄຟອຳນາດໃໝ່ສຳເລັດ 13 ຈຸດຄື: 4 ແຍກໂພນສະອາດ ດົງປ່າແຫຼບ ສີບຸນເຮືອງ ຮ່ອງໄກ່ແກ້ວ ໂຮງກາຍະສິນ ທາດຫຼວງ ໜອງໜ່ຽງ ສະຫວ່າງ ໂພນຕ້ອງ ທາດຝຸ່ນ ດອນໜູນ ຫຼັກ 21 ແລະ ໄຟອຳນາດ 4 ແຍກລາດຄວາຍ ສ່ວນທິດທາງແຜນການໃນຕໍ່ໜ້າ ກໍຄືກ່ອນວັນຊາດທີ 2 ທັນວາທີ່ຈະມາເຖິງນີ້ສືບຕໍ່ສ້ອມແປງໄຟເຍືອງທາງຕື່ມອີກ 12 ເສັ້ນທາງໃຫ້ສໍາເລັດ ແລະ ສືບຕໍ່ຂຶ້ນແຜນບໍາລຸງຮັກສາ ສ້ອມແປງປ່ຽນຖ່າຍດອກໄຟອຳນາດທີ່ເປ່ເພຮ່ວມກັບໄຟຟ້າ ນວ. 

    ນອກຈາກສອງວຽກນີ້ແລ້ວ ປັດຈຸບັນ ຫ້ອງການ ຄບຕ ຍັງໄດ້ສຸມໃສ່ອະນາໄມປະດັບປະດາຕົວເມືອງ ເປັນຕົ້ນເຮັດອະນາໄມເສັ້ນທາງສາຍຫຼັກໃນຕົວເມືອງ ເກັບມ້ຽນຂີ້ເຫຍື້ອ ປະດັບປະດາທຸງຊາດ ທຸງພັກ ທຸງທິວ ປ້າຍຄຳຂວັນຕາມເສັ້ນທາງສາຍຫຼັກໃນຕົວເມືອງ ແລະ ປະດັບປະດາສວນສາທາລະນະ ໂອກາດນີ້ ສະເໜີມາຍັງອຳນາດການປົກຄອງເມືອງ ບ້ານ ແລະ ປະຊາຊົນຈົ່ງມີສ່ວນຮ່ວມນໍາກັນ ເນື່ອງຈາກຜ່ານມາ ມີຄົນບໍ່ດີລັກຕັດສາຍໄຟ ອຸປະກອນໄຟເຍືອງທາງ ແລະ ໄຟອຳນາດ ພ້ອມກັນເຮັດອະນາໄມຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ປະດັບປະດາທຸງຊາດ ທຸງພັກ ທຸງທິວ ປ້າຍຄຳຂວັນຊົມເຊີຍວັນຊາດທີ 2 ທັນວາ ປ່ຽນທຸງທີ່ເກົ່າ ແລະ ຂາດສ້ອຍ ທັງນີ້ກໍເພື່ອຄວາມສະອາດຂອງບ້ານເມືອງເຮົາ.

#  ຂ່າວ – ພາບ : ຂັນທະວີ

error: Content is protected !!