ຮັບຮອງຂັບຊຳເໜືອ ແລະ ພູມປັນຍາການຕໍ່າສິ້ນຜ້າໄໝມ້ອນຫົວພັນ ເປັນມໍລະດົກທາງດ້ານວັດທະນະທຳລະດັບທ້ອງຖິ່ນ

    ພິທີປະກາດຮັບຮອງເອົາຂັບຊຳເໜືອ ແລະ ພູມປັນຍາການຕໍ່າສິ້ນຜ້າໄໝມ້ອນຫົວພັນ ເປັນມໍລະດົກທາງດ້ານວັດທະນະທຳ ລະດັບທ້ອງຖິ່ນຂອງແຂວງ ໄດ້ຈັດຂຶ້ນວັນທີ 23 ພະຈິກ 2022 ຢູ່ທີ່ຫໍວັດທະນະທຳຂອງແຂວງ ໃຫ້ກຽດມອບໃບຢັ້ງຢືນໂດຍທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ ທ່ານນາງ​ ໝັ້ນ ເພັງຄະຕິຍະ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ ແລະ ທ່ານນາງ ພົວພັນ ຈັນທະຈິດ ຄະນະສະມາຄົມຜ້າໄໝມ້ອນຫົວພັນເປັນຜູ້ຮັບ ມີບັນດາການນຳແຂວງ ການນຳເມືອງ ພະນັກງານລັດຖະກອນ ສະມາຄົມຜ້າໄໝມ້ອນຫົວພັນເຂົ້າຮ່ວມ.

    ຂັບຊຳເໜືອ ແມ່ນສຽງຂັບໜຶ່ງທີ່ເປັນເອກະລັກຂອງແຂວງຫົວພັນມາແຕ່ດົນນານ ເຊີ່ງປະຫວັດຕົ້ນກຳເນີດແມ່ນໃຜເປັນຜູ້ປະດິດຄິດແຕ່ງຂື້ນມານັ້ນ ກໍບໍ່ສາມາດຮູ້ໄດ້ຊັດເຈນ ຮູ້ພຽງແຕ່ວ່າຂັບຊຳເໜືອໄດ້ຮັບການສືບທອດຈາກຮຸ່ນສູ່ຮຸ່ນຈົນມາເຖິງປັດຈຸບັນ ຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່ໃຫ້ຮູ້ວ່າ: ໃນເມື່ອກ່ອນ ບໍ່ທັນໄດ້ໃສ່ຊື່ວ່າ ‘ຂັບຊຳເໜືອ’ ພໍພຽງແຕ່ເປັນບົດຂັບທໍາມະດາ ທີ່ແຕ່ງຂື້ນເພື່ອຮັບໃຊ້ເຂົ້າໃນການສ້າງຄວາມມ່ວນຊື່ນໃນບຸນງານຕ່າງໆ ເປັນຕົ້ນແມ່ນ: ງານບຸນປະເພນີຂອງເຜົ່າລາວທີ່ອາໄສຢູ່ແຂວງຫົວພັນ ຕໍ່ມາ ໃນໄລຍະຕໍ່ສູ້ປົດປ່ອຍຊາດ ຈິ່ງໄດ້ມີການເອີ້ນຊື່ຂອງບົດຂັບດັ່ງກ່າວວ່າ:  ’’ຂັບຊຳເໜືອ’’   ຕາມເອກະລັກຕົ້ນກໍາເນີດທ້ອງຖີ່ນຢູ່ເຂດຊໍາເໜືອຈົນເຖີງປັດຈຸບັນ ເຊີ່ງເນື້ອໃນຂອງການຂັບຊຳເໜືອນັ້ນ ສ່ວນຫຼາຍແມ່ນໄດ້ມີການແຕ່ງຂື້ນໂດຍອີງໃສ່ສະພາບແວດລ້ອມຕົວຈິງຂອງສັງຄົມ ໂດຍຜູ້ແຕ່ງ ຫຼື ຜູ້ຂັບນັ້ນ ຈະພັນລະນາກ່ຽວກັບເນື້ອໃນ ຈຸດປະສົງຂອງການຈັດບຸນງານນັ້ນໆ ຫຼືຕາມຄວາມຮຽກຮ້ອງຂອງຜູ້ຟັງ ຜູ້ຊົມ ຕາມແຕ່ລະກໍລະນີ ເຖິງແມ່ນວ່າ  ‘ ຂັບຊຳເໜືອ ’ ສ່ວນຫຼາຍຈະເປັນການຂັບໂດຍອີງໃສ່ການພັນລະນາສະພາບຕົວຈິງກໍຕາມ ແຕ່ເອກະລັກທີ່ສຳຄັນຂອງ ‘ຂັບຊຳເໜືອ’ ທີ່ປະບໍ່ໄດ້ ກໍຄືສໍານຽງ ຈັງຫວະ ທຳນອງ ແລະ ການຂຶ້ນຕົ້ນຂັບດ້ວຍຄຳວ່າ “ບັດນີ້’’ ໃນຄວາມໝາຍຄໍາວ່າ “ບັດນີ້’ ໝາຍເຖິງຄໍາກ່າວຂື້ນຕົ້ນຂອງການຂັບຊໍາເໜືອ ເພື່ອເປັນການກ່າວບອກ ສຸມມາຍາດພີ່ນ້ອງ ແລະ ຜູ້ທີ່ເຂົ້າມາຮ່ວມໃນງານ.

    ການຕໍ່າສິ້ນຜ້າໄໝມ້ອນ ເປັນພູມປັນຍາທ້ອງຖິ່ນດັ່ງເດີມທີ່ມີມາແຕ່ບູຮານນະການຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນແມ່ຍິງຊາວແຂວງຫົວພັນ ເຊີ່ງແມ່ນຫັດຖະກໍາການຕໍ່າສິ້ນ ຜ້າໄໝ ທີ່ມີຄວາມເປັນເອກະລັກສະເພາະ ມີຄວາມໂດດເດັ່ນທາງດ້ານສີສັນ ຄວາມງາມຂອງລວດລາຍ ແລະ ຮູບແບບການປະດິດຄິດແຕ່ງຈາກແນວຄວາມຄິດ ແລະ ສີມືຂອງຜູ້ຕໍ່າ ສິ້ນ ແລະ ຜ້າໄໝມ້ອນຫົວພັນ ແມ່ນມີຖິ່ນກໍາເນີດຢູ່ແຂວງຫົວພັນ ໂດຍກໍານົດເອົາສະເພາະແຕ່ສິ້ນ ຜ້າໄໝທີ່ຕໍ່າດ້ວຍມື ແລະ ນໍາໃຊ້ເສັ້ນໄໝທີ່ຜະລິດໃນທ້ອງຖິ່ນຈາກຕົ້ນມອນ ແລະ ການລ້ຽງມ້ອນທີ່ຢູ່ທ້ອງຖິ່ນ ໂດຍການຍ້ອມສີທໍາມະຊາດ ແລະ ຜະລິດໃນທ້ອງຖິ່ນແຂວງຫົວພັນ ເຊິ່ງຖືກຕ້ອງຕາມຂະບວນການຕໍ່າຜ້າແບບດັ່ງເດີມ ທີ່ນໍາໃຊ້ທັກສະສີມື ແລະ ພູມປັນຍາທີ່ມີການຜະລິດຂື້ນຕາມທໍາມະຊາດ ທຸກຂັ້ນຕອນການຜະລິດ ເລີ່ມຈາກວັດຖຸດິບໄປຈົນເຖິງການສຳເລັດເປັນສິ້ນ ແລະ ຜ້າແພຕ່າງໆຕາມເອກະລັກຂອງຜ້າໄໝຫົວພັນຢ່າງແທ້ຈິງ ເອກະລັກທີ່ສໍາຄັນຂອງສິ້ນ ແລະ ຜ້າໄໝມ້ອນຫົວພັນ ແມ່ນມີລັກສະນະແໜ້ນໜາ ນຸ່ມ ທົນທານ ຍ້ອນເຕັກນິກການຕໍ່າ ແລະ ມີຫຼາຍລາຍ ຫຼາຍສີສະຫຼັບຊັບຊ້ອນກັນ ລະອຽດອ່ອນແບບສະເພາະ ການປະດິດຄິດແຕ່ງກ່ຽວກັບແບບ ແລະ ລວດລາຍຂອງສິ້ນ ແລະ ຜ້າແພໄໝມ້ອນຫົວພັນ ແມ່ນມີລວດລາຍມາແຕ່ບູຮານເຊັ່ນ: ຮູບລວດລາຍພະຍານາກ ຊ້າງ ຮູບດາວ-ເພັດ ພະລາຊະວັງ ພະທາດ ຮູບບັນພະບູລຸດ ພູຜາປ່າໄມ້ ດອກໄມ້ຊະນິດຕ່າງໆ ແລະ ສັດປະເພດຕ່າງໆ ແລະ ສິ່ງອື່ນໆທີ່ເປັນເອກະລັກຂອງແຂວງຫົວພັນພວກເຮົາ ຕັ້ງແຕ່ອະດີດຈົນເຖີງປັດຈຸບັນ.

     ປັດຈຸບັນ ແຂວງຫົວພັນໄດ້ມີມໍລະດົກທີ່ໄດ້ຮັບການຂື້ນທະບຽນບັນຊີ ແລະ ຮັບຮອງຢ່າງເປັນທາງການແລ້ວ ມີທັງໝົດ 4 ລາຍການຄື: ມໍລະດົກແຫ່ງຊາດ 1 ແຫ່ງ ຄື (ຖໍ້າທ່ານຜູ້ນຳເມືອງວຽງໄຊ) ມໍລະດົກລະດັບທ້ອງຖິ່ນ 3 ລາຍການ ໃນນັ້ນ ມໍລະດົກທີ່ເປັນວັດຖຸ 1 ລາຍການ ຄື (ພະເຈົ້າອົງຕື້ ວັດສີບຸນເຮືອງ ໄຊຍາຣາມ) ແລະ ມໍລະດົກທີ່ບໍ່ເປັນວັດຖຸ 2 ລາຍການຄື (ຂັບຊຳເໜືອ ແລະ ພູມປັນຍາການຕ່ຳສິ້ນ ຜ້າໄໝມ້ອນຫົວພັນ.

# ຂ່າວ – ພາບ : ເພັດສະໝອນ 

error: Content is protected !!