ເມື່ອມີການນຳໃຊ້ຖົງຢາງປລາສຕິກຫຼາຍ ກໍຈະເຮັດໃຫ້ປະລິມານອາຍກາໂບນິກທີ່ປ່ອຍສູ່ຊັ້ນບັນຍາກາດໂລກ ຈາກການເຜົາໄໝ້ໃນກິດຈະກຳການຜະລິດ ແລະ ເຜົາທຳລາຍຖົງປລາສຕິກ ກໍຈະຍິ່ງສູງຫຼາຍຂຶ້ນຕິດຕາມມາດ້ວຍບັນຫາເກີດມົນລະພິດ ຖົງປລາສຕິກສົ່ງຜົນໃຫ້ເກີດພາວະໂລກຮ້ອນ ຕ້ອງໄດ້ໃຊ້ເວລາຍ່ອຍສະຫຼາຍເຖິງ 450 ປີ ຖ້ານຳມາເຜົາກໍຈະເຮັດໃຫ້ເກີດມົນລະພິດກໍ່ໃຫ້ເກີດພາວະໂລກຮ້ອນ ແລະ ການນຳໃຊ້ຖົງຜ້າຈະຊ່ວຍຫຼຸດການປົນເປື້ອນຂອງສານກໍ່ມະເຮັງ ແລະ ຖ້າທຸກຄົນຫັນມານຳໃຊ້ຖົງຜ້າພຽງ 1 ອາທິດ ຈະຊ່ວຍຫຼຸດການນຳໃຊ້ຖົງຢາງປລາສຕິກໄປຢ່າງຫຼວງຫຼາຍຕໍ່ປີ ດັ່ງນັ້ນ ການນຳໃຊ້ຖົງຜ້າ ຈຶ່ງເປັນທາງເລືອກເພື່ອໃຊ້ທົດແທນຖົງປລາສຕິກ ສາມາດຫຼຸດຂີ້ເຫຍື້ອ ແລະ ຊ່ວຍຫຼຸດພາວະໂລກຮ້ອນໄດ້ອີກດ້ວຍ.
ຕະຫຼາດໜອງຈັນ ຫຼື ຕະຫຼາດຂົວດິນຖືເປັນຕະຫຼາດທຳອິດໃນ ນວ ທີ່ໄດ້ເຫັນຄວາມສຳຄັນໃນການຮັກສາສິ່ງແວດລ້ອມ ຈຶ່ງໄດ້ຫັນມາໃຫ້ຊາວຄ້າຂາຍ ກໍຄື ຜູ້ມາຊື້ຢຸດການນຳໃຊ້ຖົງຢາງປລາສຕິກ ແລ້ວຫັນມານຳໃຊ້ຖົງຜ້າທົດແທນ ເພື່ອຫຼຸດຂີ້ເຫຍື້ອ ແລະ ຊ່ວຍຫຼຸດພາວະໂລກຮ້ອນ.
ທ່ານ ໄພທອງ ວົງຣາຕຣີ ຫົວໜ້າບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດໜອງຈັນ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດໂຄງການຢຸດເຊົານຳໃຊ້ຖົງຢາງປລາສຕິກພາຍໃນຕະຫຼາດນີ້ ແມ່ນໄດ້ມີການປະຊາສຳພັນລ່ວງໜ້າເປັນເວລາ 4 ເດືອນ ເພື່ອສ້າງຄວາມເຂົ້າໃຈໃຫ້ກັບຊາວຄ້າຂາຍ ແລະ ຜູ້ທີ່ມາຈັບຈ່າຍສິນຄ້າພາຍໃນຕະຫຼາດ ຫຼັງຈາກນັ້ນ ຈຶ່ງໄດ້ເລີ່ມປະຕິບັດໃນວັນທີ 17 ພຶດສາພາ 2020 ເປັນຕົ້ນມາເຫັນວ່າຊາວຄ້າຂາຍ ລວມທັງຜູ້ມາຊື້ສິນຄ້າ ເຮັດໄດ້ປະມານ 50-60% ເພາະວ່າຍັງຢູ່ໃນການລິເລີ່ມ ເຊິ່ງໂຄງການຢຸດນຳໃຊ້ຖົງຢາງປລາສຕິກພາຍໃນຕະຫຼາດນີ້ ບໍ່ແມ່ນຫ້າມຢຸດເຊົາໃຊ້ທັງໝົດພາຍໃນຕະຫຼາດ ເຊິ່ງໄດ້ມີການກຳນົດປະເພດສິນຄ້າໄວ້ລະອຽດຄື: ພາກສ່ວນທີ່ອະນຸຍາດໃຫ້ນຳໃຊ້ຕໍ່ຄື ຂາຍສິນຄ້າປະເພດ ຊີ້ນ ປາ ເຄື່ອງທີ່ປຽກຊຸ່ມ ລວມທັງອາຫານບາງປະເພດທີ່ຈຳເປັນຕ້ອງໃຊ້ຖົງຢາງ ແລະ ພາກສ່ວນທີ່ຫ້າມເດັດຂາດ ຕ້ອງຢຸດເຊົາໃນການນຳໃຊ້ຖົງຢາງແມ່ນສິນຄ້າປະເພດເຄື່ອງແຫ້ງ ເຄື່ອງນຸ່ງຫົ່ມ ເກີບ ລວມທັງພືດຜັກ ໝາກໄມ້ທີ່ບໍ່ຈຳເປັນນຳໃຊ້ຖົງຢາງປລາສຕິກ ຕ້ອງຫັນປ່ຽນ ແລະ ພ້ອມກັນປະຕິບັດ.
ທ່ານນາງ ວາດສະໜາ ຜູ້ທີ່ໄດ້ໄປຊື້ສິນຄ້າຢູ່ຕະຫຼາດໜອງຈັນ ໄດ້ກ່າວວ່າ: ການທີ່ຕະຫຼາດໜອງຈັນ ໄດ້ຈັດຕັ້ງການປະຕິບັດໂຄງການຢຸດເຊົານຳໃຊ້ຖົງຢາງປລາສຕິກພາຍໃນຕະຫຼາດນີ້ ແມ່ນເປັນໂຄງການທີ່ດີເປັນການຊ່ວຍຫຼຸດການນຳໃຊ້ຖົງຢາງປລາສຕິກ ແລະ ຫຼຸດຂີ້ເຫຍື້ອ ຕັ້ງແຕ່ເລີ່ມຈັດຕັ້ງປະຕິບັດໂຄງການດັ່ງກ່າວມາ ຂ້າພະເຈົ້າກໍໄດ້ໃຫ້ຄວາມຮ່ວມມືເວລາມາຕະຫຼາດກໍໄດ້ນຳເອົາຖົງຜ້າ ແລະ ກະຕ່າມາໃສ່ສິນຄ້າທີ່ຊື້ດ້ວຍຕົນເອງ ແລະ ອີກຢ່າງໜຶ່ງແມ່ນຂໍຊົມເຊີຍບັນດາຮ້ານຄ້າບາງຮ້ານ ເຊັ່ນ ຮ້ານຂາຍໝາກໄມ້ ແລະ ຮ້ານຂາຍຜັກພາຍໃນຕະຫຼາດແມ່ນໄດ້ຫັນມານຳໃຊ້ຖົງຜ້າ ແລະ ຖົງເຈ້ຍເພື່ອໃສ່ໝາກໄມ້ໃຫ້ກັບລູກຄ້າ ດັ່ງນັ້ນ ຈຶ່ງຂໍໃຫ້ສືບຕໍ່ຈັດຕັ້ງປະຕິບັດໂຄງການດີດີແບບນີ້ ແລະ ຕະຫຼາດອື່ນໆກໍຄວນຫັນມານຳເອົາບົດຮຽນ ເພື່ອນຳໄປຈັດຕັ້ງປະຕິບັດເພື່ອຮ່ວມກັນ ໃນການຮັກສາສິ່ງແວດລ້ອມ.