ເລັ່ງແກ້ໄຂບັນຫາຮ່ອງລະບາຍນໍ້າ ໂຄງການທາງດ່ວນ ນວ ໝາຍເລກ 1

   ວັນທີ 15 ມິຖຸນາ 2020 ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ (ນວ) ພ້ອມຄະນະ ໄດ້ລົງຕິດຕາມກວດກາການປະຕິບັດໂຄງການທາງດ່ວນ ນວ ໝາຍເລກ 1 ຢູ່ບໍລິເວນຈຸດວາງທໍ່ຮ່ອງລະບາຍນໍ້າບ້ານຮ່ອງສຸພາບ ແລະ ບ້ານໂຊກໃຫຍ່ ເມືອງໄຊເສດຖາ (ເຂດເສັ້ນທາງຕັດໃໝ່ 450 ປີ) ມີທ່ານ ສຸລິວັນ ພົມມະຫາໄຊ  ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ທ່ານ ວັນນະພົນ ສຸຄັນທະມາລາ ຜູ້ອຳນວຍການໂຄງທາງດ່ວນ ນວ ໝາຍເລກ 1 ຄະນະຮັບຜິດຊອບໂຄງການ ອໍານາດການປົກຄອງເມືອງ ແລະ ຂະແໜງການກ່ຽວຂ້ອງໃຫ້ການຕ້ອນຮັບ.

    ທ່ານ ພູຂົງ ບັນນະວົງ ກ່າວວ່າ: ເພື່ອປະຕິບັດຕາມຈິດໃຈການຊີ້ນໍາຂອງ ນວ ໂດຍສະເພາະ ທ່ານເຈົ້າຄອງ ນວ ທີ່ເປັນຫ່ວງເປັນໄຍຕໍ່ໂຄງການກໍ່ສ້າງທາງດ່ວນ ນວ ໝາຍເລກ 1 ວ່າຈະມີຜົນກະທົບແນວໃດຕໍ່ສະພາບແວດລ້ອມ ໂດຍສະເພາະເລື່ອງບັນຫານໍ້າຖ້ວມຂັງຕ່າງໆ ເນື່ອງຈາກໄລຍະນີ້ເປັນລະດູຝົນ ເຊິ່ງຈະມີຄວາມສ່ຽງທີ່ຈະເກີດບັນຫາດັ່ງກ່າວ ຜ່ານການລົງຕິດຕາມກວດກາຕົວຈິງ ເຫັນວ່າການກໍ່ສ້າງເສັ້ນທາງຢູ່ຈຸດນີ້ເປັນຈຸດເຊື່ອມຕໍ່ ແລະ ຈະມີການສ້າງເປັນຂົວຂ້າມຕັດຜ່ານເສັ້ນທາງ 450 ປີ ມີຄວາມສ່ຽງທີ່ຈະເກີດມີນໍ້າຖ້ວມຂັງ ເພາະການດຳເນີນໂຄງການ ປັດຈຸບັນໄດ້ມີການຖົມດິນ ແລະ ວາງທໍ່ລະບາຍນໍ້າໃຫ້ລົດຂອງໂຄງການແລ່ນຜ່ານໄປ-ມາຊົ່ວຄາວ ແລະ ອາດມີຄວາມສ່ຽງສູງທີ່ຈະບໍ່ສາມາດຮອງຮັບນໍ້າໃນເວລາທີ່ຝົນຕົກລົງມາຫຼາຍວັນຕິດຕໍ່ກັນ ແລະ ຈະເຮັດໃຫ້ເກີດມີນໍ້າໄຫຼບໍ່ທັນ ກາຍເປັນນໍ້າຖ້ວມຂັງ ແລະ ສ້າງຜົນເສຍຫາຍໃຫ້ກັບປະຊາຊົນໃນເຂດນັ້ນ ເຊິ່ງເບື້ອງຕົ້ນໄດ້ສະເໜີໃຫ້ພະແນກ ຍທຂ ນວ ປະສານກັບອຳນາດການປົກຄອງເມືອງໄຊທານີ ຂຶ້ນແຜນເອົາຂົວເກົ່າທີ່ຮື້ຖອນອອກຈາກຂົວຫ້ວຍນໍ້າເຄັມ ເມືອງໄຊທານີມາປ່ຽນແທນໃສ່ ເພື່ອເຮັດໃຫ້ນໍ້າໄດ້ໄຫຼ ແລະ ການດຳເນີນໂຄງການໃນໄລຍະລະດູຝົນໄດ້ສະດວກຫຼາຍຂຶ້ນ ພ້ອມນັ້ນ ທ່ານຍັງໄດ້ຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງ ໂດຍສະເພາະອໍານາດການປົກຄອງເມືອງໄຊເສດຖາ ໃຫ້ປະສານກັບພະແນກ ຍທຂ ນວ ແລະ ພະແນກຊັບພະຍາພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນວ ເລັ່ງແກ້ໄຂການບຸກລຸກຂອງບຸກຄົນທີ່ຖົມດິນກວມເອົາຂອບເຂດສະຫງວນທາງຢູ່ບໍລິເວນດັ່ງກ່າວ ເຊິ່ງໄດ້ມີການຈົກຖົມດິນອອກມາຕິດກັບເຂດສະຫງວນທາງ ເຮັດໃຫ້ການດຳເນີນໂຄງການມີຄວາມຫຍຸ້ງຍາກ ບັນຫານີ້ຈະໄດ້ເລັ່ງແກ້ໄຂຢ່າງຮີບດ່ວນ ເພື່ອເຮັດໃຫ້ການດຳເນີນໂຄງການສໍາເລັດຕາມແຜນການທີ່ວາງໄວ້.

    ປັດຈຸບັນ ການດຳເນີນໂຄງການກໍ່ສ້າງທາງດ່ວນ ນວ ໝາຍເລກ 1 ມີຄວາມຄືບໜ້າຄື: ວຽກງານໄກ່ເກ່ຍ ແລະ ບຸກເບີກປະຕິບັດໄດ້ 9,33% ວຽກຖົມດິນ2,81 % ວຽກອອກແບບໄດ້ລົງກວດກາສະໜາມຕົວຈິງ ແລະ ໄດ້ຕົກລົງໃຫ້ບໍລິສັດລົດໄຟຄວາມໄວສູງລາວ-ຈີນ ເປັນຜູ້ອອກແບບຂົວຂ້າມທາງລົດໄຟ ເພື່ອໃຫ້ສອດຄ່ອງ ແລະ ຖືກຕ້ອງຕາມເຕັກນິກຂອງໂຄງການທາງລົດໄຟຄວາມໄວສູງລາວ-ຈີນກຳນົດອອກ ເຊິ່ງແຜນປະຕິບັດວຽກໃນຕໍ່ໜ້າຂອງໂຄງການ ຈະສືບຕໍ່ຈັດຕັ້ງປະຕິບັດວຽກງານໄກ່ເກ່ຍ ແລະ ວຽກງານບຸກເບີກໃຫ້ສຳເລັດ ຈັດຕັ້ງປະຕິບັດວຽກງານລະບົບລະບາຍນ້ຳໃນໄລຍະລະດູຝົນ ວຽກງານກໍ່ສ້າງຂົວຂ້າມທາງລົດໄຟລາວ-ຈີນ ແລະ ຈັດຕັ້ງປະຕິບັດວຽກງານຖົມດິນໃຫ້ສໍາເລັດຕາມແຜນການ.

# ຂ່າວ & ພາບ:  ລັດເວລາ  

error: Content is protected !!