ກະຊວງເຕັກໂນໂລຊີ ແລະ ການສື່ສານ ປະກາດການແຕ່ງຕັ້ງ

    ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ປະກາດການແຕ່ງຕັ້ງຮອງລັດຖະມົນຕີ ແລະ ປັບປຸງການຈັດຕັ້ງຂັ້ນພະແນກ ຮອງພະແນກ ພາຍໃນກະຊວງ ໃນວັນທີ 24 ພະຈິກ 2022 ທີ່ກົມເຕັກໂນໂລຊີ ແລະ ນະວັດຕະກໍາ (ຫຼັກ 14 ດອນຕິ້ວ) ໂດຍການເຂົ້າຮວ່ມຂອງທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກຕສ ພ້ອມດ້ວຍຄະນະກົມ ຄະນະພະແນກ ແລະ ພະນັກງານອ້ອມຂ້າງກະຊວງ.

    ໃນພິທີທ່ານ ສຸລິຍາ ພົມມີສິດ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂື້ນອ່ານດໍາລັດຂອງນາຍົກລັດຖະມົນຕີ ເລກທີ 357/ນຍ ວ່າດວ້ຍການແຕ່ງຕັ້ງຮອງລັດຖະມົນຕີ ກຕສ ອີງຕາມກົດໜາຍວ່າດວ້ຍລັດຖະບານແຫ່ງ ສປປລາວ ສະບັບເລກທີ 03/ສພຊ ອີງຕາມການຕົກລົງໃນກອງປະຊຸມຄະນະເລຂາທິການສູນກາງພັກ ແລະ ອີງຕາມໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 448/ຄຈສພ ນາຍົກລັດຖະມົນຕີ ອອກດຳລັດແຕ່ງຕັ້ງທ່ານ ແກ້ວວິສຸກ ໂສລະພົມ ເປັນຮອງລັດຖະມົນຕີ ກຕສ ພອ້ມນັ້ນ ທ່ານ ຄໍາພູ ດວງຖະໜອມ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຂຶ້ນຜ່ານຂອງທ່ານລັດຖະມົນຕີ ກຕສ ວ່າດ້ວຍການຊັບຊ້ອນ ຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນຫົວໜ້າພະແນກ ຮອງພະແນກ ຈາກຫອ້ງການ ກົມຈັດຕັ້ງ ແລະ ພະນັກງານ ກົມຄື້ນຄວາມຖີ່ວິທະຍຸສື່ສານ ສູນບໍລິຫານລັດດີຈີຕອ໋ນ ກົມເຕັກໂນໂລຊີ ແລະ ນະວັດຕະກໍາ ອົງການດັດສົມໂທລະຄົມມະນາຄົມ ສູນອິນເຕິເນັດແຫ່ງຊາດ ກົມເຕັກໂນໂລຊີດີຈິຕອ໋ນ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ ແລະ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານຕື່ມອີກ.

    ໂອກາດນີ້ ທ່ານ ບໍ່ວຽງຄໍາ ວົງດາລາ ໄດ້ສະແດງຄວາມຍອ້ງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາທ່ານທີ່ໄດ້ຖືກແຕ່ງຕັ້ງໃໜ່ ພອ້ມທັງເນັ້ນນັກໃຫ້ບັນດາທ່ານເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ບັນລຸຜົນສໍາເລັດຕາມແຜນທີ່ວາງໄວ້ ການປະກາດການຈັດຕັ້ງໃນຊຸດນີ້ ກໍເພື່ອເປັນການຕອບສະໜອງກັບຄວາມຮຽກຮອ້ງຕອ້ງການຂອງໜ້າທີ່ການເມືອງໃນໄລຍະໃໜ່ຂອງວຽກງານເຕັກໂນໂລຊີ ແລະ ການສື່ສານ ເພື່ອເຮັດໃຫ້ກົງການຈັດຕັ້ງມີຄວາມໜັກແໜ້ນເຂັ້ມແຂງ ແລະ ເປັນການເພີ່ມທະວີກໍາລັງແຮງຂອງກະຊວງ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງໃນໄລຍະໃໜ່.

#  ຂ່າວ – ພາບ : ຂັນທະວີ

error: Content is protected !!