ສາມັກຄີກັນເຄື່ອນໄຫວເພື່ອລຶບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ

    ວັນທີ 25 ພະຈິກຂອງທຸກໆປີ ເປັນວັນລະນຶກສາກົນເພື່ອລຶບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເຊິ່ງວົງຄະນາຍາດສາກົນໄດ້ຖືໂອກາດນີ້ຢໍ້າຄືນຄວາມໝາຍໝັ້ນຂອງຕົນ ເພື່ອຕ້ານ ແລະ ລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນທົ່ວໂລກ.

    ທ່ານ ພັນ​ຄຳ​ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່​ງ ສ​ປ​ປ ລາວ ໄດ້ ກ່າວເນື່ອງ​ໃນ​ໂອ​ກາດວັນລະ​ນຶກ​ສາ​ກົນ​ເພື່ອລຶບລ້າງທຸກຮູບແບບການ​ໃຊ້ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ພາຍໃຕ້ຫົວຂໍ້: ສາມັກຄີກັນເຄື່ອນໄຫວເພື່ອລຶບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍໍ່ແມ່ຍິງ ແລະ ເດັກຍິງ 25 ພະ​ຈິກ ປະ​ຈຳ​ປີ 2022 ວ່າ: ລັດຖະບານແຫ່ງ ສປປ ລາວ ໃນຖານະເປັນປະເທດສະມາຊິກຂອງອົງການສະຫະປະຊາຊາດ ໃຫ້ຄວາມສໍາຄັນເປັນຢ່າງຍິ່ງຕໍ່ກັບວັນລະນຶກສາກົນດັ່ງກ່າວນີ້ ໃນປີນີ້ ຈະໄດ້ດໍາເນີນໄປພາຍໃຕ້ຫົວຂໍ້: “ສາມັກຄີກັນເຄື່ອນໄຫວເພື່ອລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ” ໃນນັ້ນ ແມ່ນຮຽກຮ້ອງໃຫ້ບັນດາປະເທດໃນທົ່ວໂລກ ເພີ່ມທະວີຄວາມຮັບຮູ້ຄວາມເຂົ້າໃຈ ພ້ອມທັງສົ່ງເສີມຄວາມຮູ້ ແລະ ນະວັດຕະກຳທັນສະໄໝໃຫ້ແກ່ປະຊາຊົນຂອງຕົນ ແນໃສ່ລຶບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃຫ້ໝົດໄປຕະຫຼອດການ ໝາກຜົນຂອງຂະບວນການດັ່ງກ່າວນີ້ ຈະເກີດຂຶ້ນໄດ້ ກໍຕໍ່ເມື່ອໄດ້ຮັບການສະໜັບສະໜູນຈາກລັດຖະບານປະເທດຕ່າງໆ ທຸກຊັ້ນຄົນໃນສັງຄົມ ກໍຄືຈາກບັນດາອົງການຈັດຕັ້ງສາກົນ.

     ​ດັ່ງທີ່ພວກເຮົາຮູ້ນໍາກັນດີແລ້ວວ່າ ສປປ ລາວ ໄດ້ເລີ່ມຈັດຕັ້ງຂະບວນການລະນຶກວັນສາກົນເພື່ອລຶບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ນັບແຕ່ປີ 2011 ເປັນຕົ້ນມາ ເພື່ອໂຄສະນາປູກຈິດສໍານຶກໃຫ້ທຸກພາກສ່ວນໃນສັງຄົມໄດ້ມີຄວາມຮັບຮູ້ເຂົ້າໃຈວ່າ ຄວາມຮຸນແຮງຕໍ່ແມ່ຍິງແມ່ນການລະເມີດສິດຂັ້ນພື້ນຖານຂອງແມ່ຍິງ ເປັນການຈຳແນກ ທັງສ້າງອຸປະສັກໃນການມີສ່ວນຮ່ວມໃນດ້ານຕ່າງໆ ເຊິ່ງສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ການພັດທະນາແມ່ຍິງ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

    ໃນໄລຍະ 1 ປີຜ່ານມາ ລັດຖະບານແຫ່ງ ສປປ ລາວ ກໍຄືຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຕ້ານ ແລະ ສະກັດກັ້ນທຸກຮູບແບບການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ເດັກ​ຍິງຢູ່ ສປປ ລາວ ພ້ອມທັງຈັດຕັ້ງຜັນ​ຂະ​ຫຍາຍມະຕິ​​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ​ ​ແຜນ​ພັດທະນາ​ເສດຖະກິດ​-ສັງຄົມແຫ່ງຊາດ 5 ປີ  ຄັ້ງ​ທີ IX (2021-2025) ທີ່ຕິດພັນກັບການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ   ຄວາມສະເໝີພາບ ຍິງ-ຊາຍ ເວົ້າສະເພາະ ແມ່ນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນດຳເນີນງານ ເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ແຜນດຳເນີນງານແຫ່ງຊາດ ເພື່ອລຶບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຕໍ່ເດັກ ​ໃຫ້​ບັນ​ລຸ​ຕາມ​ຄາດ​ໝາຍ​ທີ່​ວາງ​ໄວ້ ໂດຍເຊື່ອມສານເຂົ້າໃນແຜນພັດທະນາຂອງບັນດາຂະແໜງການ ອັນພົ້ນເດັ່ນແມ່ນໄດ້ສ້າງເຄື່ອງມື ແລະ ກົນໄກໃນການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ພ້ອມທັງສ້າງຂີດຄວາມສາມາດໃຫ້ແກ່ໜ່ວຍງານຕ່າງໆທີ່ຮັບຜິດຊອບວຽກງານຕ້ານ ແລະ ສະກັດກັ້ນທຸກຮູບແບບການໃຊ້ຄວາມຮຸນແຮງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ປາກົດຜົນເປັນຈິງ.

    ໃນ​ໂອ​ກາດ​ລະ​ນຶກວັນ​ສາ​ກົນ ເພື່ອ​ລຶບ​ລ້າງທຸກຮູບແບບການໃຊ້​ຄວ​າມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ເດັກຍິງ ປີ​ 2022 ຂ້າ​ພະ​ເຈົ້າຂໍ​ຮຽກ​ຮ້ອງ​ມາ​ຍັງການ​ຈັດ​ຕັ້ງ​ພັກ-ລັດ ແນວລາວສ້າງຊາດ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ອົງ​ການ​ປົກ​ຄອງ​ທຸກຂັ້ນ ພາກສ່ວນ​ເອ​ກະ​ຊົນ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ຈົ່ງພ້ອມ​ກັນ ເອົາ​ໃຈ​ໃສ່ຈັດຕັ້ງ​ປະ​ຕິ​ບັດ​ວຽກ​ງານສຳຄັນ ຄື:

    1) ສືບຕໍ່ເອົາ​ໃຈ​ໃສ່ໂຄ​ສະ​ນາ ເພື່ອ​ປູກ​ຈິດ​ສຳ​ນຶກ ແລະ ໃຫ້ຄວາມ​ຮູ້​ກ່ຽວ​ກັບ ຄວາມ​ສະ​ເໜີ​ພາບ​ຍິງ-ຊາຍ ​ຕ້ານ​ການ​ໃຊ້​ຄວາມ​ຮຸ​ນ​ແຮງ​ຕໍ່​ແມ່​ຍິງ ແລະ ເດັກ​ຍິງ ເຜີຍແຜ່ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງໃຫ້ແກ່ທຸກພາກສ່ວນໃນທົ່ວສັງຄົມ ແລະ ​ຄົນຮຸ່ນໃໝ່ ໂດຍ​ສະ​ເພາະ ​ ນັກ​ຮຽນ ນັກ​ສຶກ​ສາ ນັບ​ແຕ່​ຊັ້ນ​ອະ​ນຸ​ບານຈົນ​ຮອດຂັ້ນມະຫາວິທະຍາໄລ ໄດ້ມີຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ​ ເຝິກ​ອົບ​ຮົມວຽກ​ງານປ້ອງກັນບໍ່ໃຫ້ເກີດຄວາມຮຸນແຮງໃນໂຮງຮຽນ ໃຫ້​ຄູ​ອາ​ຈານ​ໃນ​ທຸກ​ຂັ້ນ ຮັບ​ຮູ້ ແລະ ເຂົ້າ​ໃຈ​ ພ້ອມກັນນັ້ນ ກໍປັບປຸງຫຼັກສູດການຮຽນ-ການສອນ ໃຫ້ເຊື່ອມສານກັບບົດບາດຍິງ-ຊາຍ ລວມທັງການໂຄສະນາວຽກງານດັ່ງກ່າວຜ່ານສື່ທຸກປະເພດ

    2) ເພີ່ມ​ທະ​ວີ​ຄວາມ​ຮັບ​ຜິດ​ຊອບໃນ​ການ​ໂຄສະນາ ສ້າງຄວາມ​ຮັບ​ຮູ້ກ່ຽວ​ກັບການ​ຕ້ານທຸກຮູບແບບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ເດັກ​ຍິງ ໃຫ້​ແກ່​ບັນ​ດາ​ຫົວ​ໜ່ວຍ​ແຮງ​ງານ​ຕ່າງໆ ລວມ​ທັງ​​ຜູ້​ທີ່​ຈະ​ໄປ​ອອກ​ແຮງ​ງານ​​ພາຍ​ໃນ ແລະ ຕ່າງ​ປະ​ເທດ ຢ່າງກວ້າງຂວາງ ແລະ ທົ່ວເຖິງ

    3) ສ້າງຄວາມ​ເຂົ້າ​ໃຈ​ກ່ຽວກັບ ​ຕ້ານທຸກຮູບແບບ ການໃຊ້ຄວາມ​ຮຸນ​ແຮງ ​ໃນ​ຄອບ​ຄົວ ແລະ ຊຸມ​ຊົນ ໃຫ້ບັນດາຜູ້ຊົງຄຸນວຸດທິ ຜູ້ອາວຸໂສ ຜູ້​ນຳ​ຊຸມ​ຊົນ ແລະ ຜູ້ຊາຍລາວທົ່ວໄປ ພ້ອມກັນນັ້ນ ກໍຕ້ານ​ທັດ​ສະ​ນະຄະຕິ ທີ່​ເປັນ​ການຫຼຸດ​ຄຸນ​ຄ່າ​ຂອງ​ແມ່​ຍິງເອົາໃຈໃສ່ແກ້ໄຂ​ຮີດ​ຄອງອັນຫຼ້າຫຼັງ​ ທີ່​ກົດ​ໜ່ວງຖ່ວງດຶງຄວາມ​ກ້າວ​ໜ້າ​ຂອງ​ແມ່​ຍິງ​ ສົ່ງເສີມ ໃຫ້ມີການເຄົາລົບນັບຖື ແລະ ໃຫ້ກຽດເຊິ່ງກັນ ແລະ ກັນ ລະຫວ່າງ ຍິງ-ຊາຍ ລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ການຈຳແນກຕໍ່ແມ່ຍິງ ແລະ ເດັກຍິງ

    4) ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກົນ​ໄກ​​​ຮັບຜິດຊອບ​ໃນການໃຫ້ບໍລິການ ແລະ ​ຊ່ວຍ​ເຫຼືອ​ຜູ້​ຖືກເຄາະຮ້າຍ ຈາກຄວາມຮຸນແຮງ ໃຫ້ເຂົ້າເຖິງ​ການປິ່ນປົວ​ດ້ານສຸ​ຂະ​ພາບ ​ຊ່ວຍ​ເຫຼືອ​​ດ້ານ​ກົດ​ໝາຍ ​ໃຫ້​ຄຳ​ປຶກ​ສາ ໃຫ້ທີ່​ພັກ​ເຊົາ ​ເຝິກ​ອົບ​ຮົມ​ວິ​ຊາ​ຊີບ ແລະ ການກັບ​ຄືນ​ສູ່​ພູມ​ລຳ​ເນົາ​ທີ່​ປອດ​ໄພ ເພື່ອຮັບປະກັນໃຫ້ຜູ້ຖືກເຄາະຮ້າຍ ໄດ້ເຂົ້າເຖິງການບໍລິການຕ່າງໆທີ່ໄດ້ກ່າວໄປແລ້ວນັ້ນ ໃຫ້ທັນເວລາ ແລະ ຍຸຕິທຳ

    5) ທຸກ​ພາກ​ສ່ວນ​ໃຫ້ຄວາມຮ່ວມມື ແລະ ເອົາ​ໃຈ​ໃສ່ ຈັດ​ສັນ​ຊັບ​ພະ​ຍາ​ກອນ​ມະ​ນຸດທີ່ມີຄວາມຮູ້ຄວາມສາມາດ ປະສົບການ ແລະ ຈັດສັນງົບ​ປະ​ມານ​ຢ່າງເໝາະ​ສົມ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຕ້ານ ແລະ ສະ​ກັດ​ກັ້ນທຸກຮູບແບບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ເດັກ​ຍິງ ຕັ້ງໜ້າຜັນຂະຫຍາຍ ແລະ ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດ ​ເພື່ອ​ປ້ອງ​ກັນ ແລະ ລຶບ​ລ້າງ​ທຸກຮູບແບບ ການໃຊ້ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ເດັກ​ຍິງ ກົດ​ໝາຍ​ວ່າ​ດ້ວຍ​ການ​ຕ້ານ ແລະ ສະ​ກັດ​ກັ້ນ ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ຄວາ​ມ​ຮຸນ​ແຮງ​ຕໍ່​ເດັກ ໃຫ້​ມີ​ຜົນ​ສຳ​ເລັດຫຼາຍກວ່າເກົ່າ

    ພ້ອມດຽວກັນນັ້ນ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງອົງການຈັດຕັ້ງສາກົນ ອົງການຈັດຕັ້ງທາງສັງຄົມທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວວຽກງານ ຢູ່ ສປປ ລາວ ຈົ່ງໃຫ້ຄວາມຮ່ວມມື ແລະ ເປັນເຈົ້າການຮ່ວມກັນ ໃນການຕ້ານ ແລະ ສະກັດກັ້ນທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃຫ້ນັບມື້ຫຼຸດລົງ ແລະ ໝົດໄປ ເຮັດໃຫ້ສັງຄົມລາວກາຍເປັນສັງຄົມ ທີ່ໂອບເອື້ອອາລີ ສາມັກຄີເປັນປຶກແຜ່ນ ເປັນສັງຄົມປະຕິບັດສິດສະເໝີພາບຍິງ-ຊາຍ ທີ່ແທ້ຈິງ.

# ເພັດສະໝອນ

error: Content is protected !!