ຫົວເຫວີຍ ລົງນາມສັນຍາວ່າດ້ວຍການເຂົ້າຮ່ວມເປັນພັນທະມິດດີຈີຕອນ (Partner 2 Connect ຂອງສະຫະພາບໂທລະຄົມນາຄົມສາກົນ (International Telecommunication Union-ITU) ວັນທີ 23 ພະຈິກ 2022 ຢູ່ເຊິນເຈິ້ນ ສປ ຈີນ ເຊິ່ງຈະນໍາການເຊື່ອມຕໍ່ໄປສູ່ປະຊາກອນປະມານ 120 ລ້ານຄົນ ໃນເຂດຫ່າງໄກສອກຫຼີກຫຼາຍກວ່າ 80 ປະເທດ ພາຍໃນປີ 2025.

ທ່ານ Liang Hua ປະທານບໍລິສັດ ຫົວເຫວີຍ ໄດ້ປະກາດການຕັດສິນໃຈໃນງານຟໍຣັມຄວາມຍືນຍົງ (2022 ຂອງບໍລິສັດ Connectivity+: Innovate for Impact) ເຊິ່ງເວທີນີ້ ມີການແລກປ່ຽນຄວາມຄິດເຫັນວ່າ ນະວັດຕະກໍາ ICT ສາມາດໃຫ້ຄຸນຄ່າທາງທຸລະກິດ ແລະ ສັງຄົມຂອງການເຊື່ອມຕໍ່ ແລະ ຂັບເຄື່ອນການພັດທະນາແບບຍືນຍົງໃນຍຸກເສດຖະກິດດີຈີຕອນໄດ້ແນວໃດ ໂດຍກອງປະຊຸມດັ່ງກ່າວ ມີບັນດາການນຳຂັ້ນສູງຈາກ ITU ແລະ ອົງການສະຫະປະຊາຊາດ ລັດຖະມົນຕີໂທລະຄົມ ແລະ ຜູ້ກໍານົດນະໂຍບາຍດ້ານການສື່ສານໂທລະຄົມມະນາຄົມໃນກຳປູເຈຍ ນີເຊຣີ ບັງກະລາເດສ ປາກີດສະຖານ ແລະ ຜູ້ນຳທຸລະກິດ ຄູ່ຮ່ວມມື ນັກຊ່ຽວຊານ ແລະ ລູກຄ້າຈາກຈີນ ອາຟຣິກາໃຕ້ ແບນຊິກ ແລະ ເຢຍລະມັນ.
ການເຂົ້າເຖິງເຄືອຂ່າຍທີ່ໝັ້ນຄົງ ແມ່ນຄວາມຕ້ອງການຂັ້ນພື້ນຖານໃນຍຸກດີຈີຕອນ ສໍາລັບຫຼາຍຄົນທີ່ຍັງຄົງບໍ່ສາມາດເຂົ້າເຖິງການເຊື່ອມຕໍ່ອິນເຕີເນັດໄດ້ ການເຂົ້າເຖິງການເຊື່ອມຕໍ່ທີ່ເຊື່ອຖືໄດ້ ຈະເປັນເຄື່ອງໝາຍບາດກ້າວທໍາອິດ ໄປສູ່ການຫັນປ່ຽນຊີວິດຂອງເຂົາເຈົ້າ ການເຊື່ອມຕໍ່ ຈະເປັນຫຼາຍກວ່າເຄື່ອງມືສໍາລັບການສື່ສານທີ່ສະດວກສະບາຍ ການຮ່ວມກັບເຕັກໂນໂລຊີດີຈີຕອນ ເຊັ່ນ: cloud ແລະ AI ການເຊື່ອມຕໍ່ ຈະຊ່ວຍໃຫ້ທຸກຄົນເຂົ້າສູ່ໂລກດີຈີຕອນ ແລະ ໃຫ້ພວກເຂົາເຂົ້າເຖິງຂໍ້ມູນເພີ່ມເຕີມ ທັກສະການບໍລິການທີ່ດີກວ່າ ລວມທັງໂອກາດທາງທຸລະກິດທີ່ກວ້າງຂວາງ ສິ່ງດັ່ງກ່າວ ຈະຊຸກຍູ້ການພັດທະນາເສດຖະກິດສັງຄົມ ຕື່ມອີກ.
ທ່ານ Malcolm Johnson ຮອງເລຂາທິການໃຫຍ່ ITU ກ່າວວ່າ: ເຫັນໄດ້ຊັດເຈນວ່າ ການເຊື່ອມຕໍ່ເຖິງກັນພຽງຢ່າງດຽວແມ່ນບໍ່ພຽງພໍ ມັນຕ້ອງມີລາຄາບໍ່ແພງ ເນື້ອໃນຕ້ອງມີຄວາມກ່ຽວຂ້ອງ ແລະ ເປັນພາສາທ້ອງຖິ່ນ ແລະ ຜູ້ໃຊ້ ຕ້ອງມີທັກສະໃນການນໍາໃຊ້ທີ່ດີທີ່ສຸດ ຕ້ອງຂໍສະແດງຄວາມຂອບໃຈຫົວເຫວີຍ ສໍາລັບການສະໜັບສະໜູນການຮ່ວມມືດ້ານດີຈີຕອນ Partner 2 Connect (P2C) ແລະ ການປະກາດຄໍາໝັ້ນສັນຍາ P2C ທີ່ຈະສ້າງການເຊື່ອມຕໍ່ໃນຂົງເຂດທີ່ສໍາຄັນຂອງການເຊື່ອມຕໍ່ສູ່ຊົນນະບົດ ແລະ ສົ່ງເສີມທັກສະດິຈິຕອນ.
ທ່ານ Siddharth Chatterjee ຜູ້ປະສານງານຂອງອົງການສະຫະປະຊາຊາດ ປະຈໍາປະເທດຈີນ ໄດ້ຮຽກຮ້ອງໃຫ້ມີການຮ່ວມມືຫຼາຍຝ່າຍຂອງບັນດານັກວາງນະໂຍບາຍ ພາກເອກະຊົນ ນັກວິຊາການ ແລະ ສັງຄົມ ຄວາມເປັນຈິງທີ່ໜ້າສະຫຼົດໃຈຂອງຄວາມເຫຼີື່ອມລໍ້າທາງດີຈີຕອນທີ່ກີດກັ້ນປະຊາກອນໂລກອອກໄປເຖິງ 1 ໃນ 3 ໂລກ ຂະບວນການຂອງພວກເຮົາຕ້ອງການການປັບປຸງການຮ່ວມມືດ້ານດີຈີຕອນຢ່າງຮີບດ່ວນເພື່ອໃຊ້ຄວາມສາມາດບົ່ມຊ້ອນດ້ານເຕັກໂນໂລຊີ ເພື່ອສ້າງວຽກເຮັດງານທຳໃໝ່ ຊຸກຍູ້ການຮ່ວມມືດ້ານການເງິນ ປິດຊ່ອງຫວ່າງຍິງ-ຊາຍ ຊຸກຍູ້ການຟື້ນຟູສີຂຽວ ແລະ ຫັນໂລກຂອງພວກເຮົາຄືນໃໝ່ ໃຫ້ມີຄວາມຈະເລີນຮຸ່ງເຮືອງກວ່າເກົ່າ ຕອນນີ້ ແມ່ນເວລາທີ່ຈະປະຕິບັດ.
ທ່ານ Cao Ming ປະທານບໍລິສັດ ຫົວເຫວີຍ Wireless Solution ກ່າວວ່າ: ໃນຖານະເປັນວິສາຫະກິດທີ່ມີຄວາມສາມາດດ້ານ ICT ອັນດັບຕົ້ນຂອງໂລກ ຫົວເຫວີຍໄດ້ລວມເອົາທ່າແຮງດ້ານນະວັດຕະກໍາດ້ານເຕັກໂນໂລຊີເຕັມຮູບແບບດ້ານອຸປະກອນ ສະຖານີຖານ ພະລັງງານ ລະບົບສາຍສົ່ງ ແລະ ເສົາອາກາດ ເພື່ອແກ້ໄຂຄວາມຫຍຸ້ງຍາກໃນການນຳໃຊ້ແບບເດີມ ເຊັ່ນ: ຄ່າໃຊ້ຈ່າຍສູງ ການຂົນສົ່ງທີ່ຈໍາກັດ ການຂາດແຄນພະລັງງານ ແລະ ສິ່ງທ້າທາຍດ້ານການບໍາລຸງຮັກສາ ພວກເຮົາໄດ້ຍົກລະດັບໂຊລູຊັນ RuralStar ແລະ RuralLink ຢ່າງຕໍ່ເນື່ອງ ເພື່ອຂະຫຍາຍສັນຍານຄວບຄຸມທີ່ມີຄຸນນະພາບໄປສູ່ເຂດຫ່າງໄກສອກຫຼີກ ເຊື່ອມຕໍ່ປະຊາກອນໄດ້ຫຼາຍຂຶ້ນ ສຸກສາລາ ໂຮງຮຽນ ການບໍລິຫານຂັ້ນທ້ອງຖິ່ນ ແລະ ວິສາຫະກິດຂະໜາດນ້ອຍ-ຂະໜາດກາງ ເພື່ອຮັບປະສົບການການເຊື່ອມຕໍ່ບຣອດແບນຄວາມໄວສູງເຊັ່ນດຽວກັນກັບຜູ້ທີ່ອາໄສຢູ່ຕົວເມືອງ.
ໂຊລູຊັນ RuralStar ໄດ້ສະໜອງການເຊື່ອມຕໍ່ຫຼາຍກວ່າ 60 ລ້ານຄົນໃນເຂດຫ່າງໄກສອກຫຼີກໃນຫຼາຍກວ່າ 70 ປະເທດ ການກໍ່ສ້າງເຄືອຂ່າຍບຣອດແບນຜ່ານສາຍໄຍແກ້ວນໍາແສງ ຫົວເຫວີຍໄດ້ສະເໜີໂຊລູຊັ່ນ AirPON ທີ່ເປັນນະວັດຕະກຳສຳລັບພື້ນທີ່ທີ່ມີຄວາມໜາແໜ້ນຂອງປະຊາກອນຕໍ່າ ລວມທັງເຂດຫ່າງໄກສອກຫຼີກ ຫຼຸດຜ່ອນຄ່າໃຊ້ຈ່າຍໃນການສ້າງສະຖານີ ຄ່າໃຊ້ຈ່າຍໃນການຕິດຕັ້ງສາຍໄຍແກ້ວນໍາແສງ ແລະ ການບໍລິໂພກພະລັງງານຂອງເຄືອຂ່າຍ ໃນຂະນະທີ່ຮັບປະກັນຕໍ່ການຂະຫຍາຍເຄືອຂ່າຍການສື່ສານທ້ອງຖິ່ນຢ່າງວ່ອງໄວ ໃນອາຟຣິກາ ຫົວເຫວີຍໄດ້ວາງສາຍໃຍແກ້ວນໍາແສງຫຼາຍກວ່າ 250.000 ກິໂລແມັດ ເຮັດໃຫ້ 30 ລ້ານຄົວເຮືອນເຂົ້າເຖິງບໍລິການບອດແບນຄວາມໄວສູງ ປະສົບການຂອງຜູ້ໃຊ້ບໍລິການເຄືອຂ່າຍໄດ້ເຫັນການປັບປຸງຢ່າງຕໍ່ເນື່ອງ ຄວາມໄວສະເລ່ຍຂອງບຣອດແບນເຮືອນສູງກວ່າ 30 Mbit/s ເຮັດໃຫ້ປະສົບການເຄືອຂ່າຍໃນເຮືອນ (FTTH) ທີ່ໄວກວ່າ ແລະ ສະຖຽນກວ່າ.
ໃນຂະນະທີ່ພື້ນຖານໂຄງລ່າງ ICT ສືບຕໍ່ພັດທະນາ ເຕັກໂນໂລຊີນະວັດຕະກໍາ ເຊັ່ນ: Cloud ແລະ AI ແມ່ນອະນຸຍາດໃຫ້ຜູ້ທີ່ຢູ່ໃນເຂດຊົນນະບົດຫ່າງໄກສອກຫຼີກ ສາມາດເພີດເພີນກັບຄວາມສະດວກຂອງໂລກດີຈີຕອນ ຫົວເຫວີຍ Cloud ໄດ້ສະເໜີຍຸດທະສາດການໃຫ້ບໍລິການທຸກຢ່າງ ແລະ ອາໄສຄວາມຊ່ຽວຊານດ້ານເຕັກນິກ ແລະ ປະສົບການການຫັນເປັນຕອນຫຼາຍກວ່າ 30 ປີ ຜ່ານການບໍລິການ Cloud ໝາຍຄວາມວ່າ ການເຂົ້າເຖິງຄວາມສາມາດດ້ານພື້ນຖານໂຄງລ່າງດ້ານດີຈີຕອນຂອງຫົວເຫວີຍ ຜ່ານ Cloud ໃນປັດຈຸບັນແມ່ນງ່າຍ ລາຄາບໍ່ແພງ ແລະ ຍືນຍົງທຽບເທົ່າກັບການເຂົ້າເຖິງບໍລິການນໍ້າປະປາ ແລະ ໄຟຟ້າ ການຫັນປ່ຽນດີຈີຕອນ ທັກສະດ້ານດີຈີຕອນ ແລະ ຮູບແບບທຸລະກິດໃໝ່ ລ້ວນແຕ່ມີຄວາມຈຳເປັນຕໍ່ການພັດທະນາທີ່ສົມດູນຢູ່ເຂດຫ່າງໄກສອກຫຼີກ ກ່ອນໜ້ານີ້ ຫົວເຫວີຍໄດ້ປະກາດວ່າໃນປີ 2025 ດ້ວຍການປັບປຸງໂຄງສ້າງພື້ນຖານດ້ານ ICT ບໍລິສັດຈະເຮັດວຽກຮ່ວມກັບຄູ່ຮ່ວມງານເພື່ອເຮັດໃຫ້ປະຊາກອນ 500 ລ້ານຄົນ ສາມາດເພີດເພີນກັບການບໍລິການດ້ານການເງິນດີຈີຕອນ ແລະ 500.000 ຄົນ ໄດ້ເຂົ້າເຖິງການສຶກສາໃນມິຕິໃໝ່.
ປະເທດກຳປູເຈຍ ປັນປະເທດທໍາອິດຂອງຄູ່ຮ່ວມມື P2C ຂອງ ITU ຫົວເຫວີຍຈະເຮັດວຽກຮ່ວມກັບບັນດາພະແນກການຂອງລັດຖະບານ ໂດຍຜ່ານກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຕະຫຼອດເຖິງມະຫາວິທະຍາໄລຕ່າງໆ ເພື່ອສະໜອງໂອກາດໃນການເຝິກອົບຮົມໃຫ້ຜູ້ຊ່ຽວຊານດ້ານໄອຊີທີ 10.000 ຄົນ ໃນ 5 ປີຂ້າງໜ້າ ຫົວເຫວີຍມຸ່ງໝັ້ນທີ່ຈະພັດທະນາ ຜ່ານການພັດທະນານະວັດຕະກໍາເຕັກໂນໂລຊີຢ່າງຕໍ່ເນື່ອງ ຫົວເຫວີຍ ກໍາລັງປະກອບສ່ວນໃນລະດັບສູງຂຶ້ນຂອງດີຈີຕອນໃນເຂດຫ່າງໄກສອກຫຼີກ ເຮັດໃຫ້ທຸກຄົນມີຄວາມສຸກກັບຄວາມສະດວກຂອງຊີວິດດີຈີຕອນ ແລະ ສົ່ງເສີມການພັດທະນາທີ່ສົມດູນຂອງເສດຖະກິດດີຈີຕອນທົ່ວໂລກ.
(ສະບາໄພ)