ປະກາດຮັບຮອງຫໍໄຕປີດົກ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ

    ພິທີປະກາດຮັບຮອງຫໍໄຕປີດົກເປັນມໍ]ະດົກແຫ່ງຊາດລະດັບທ້ອງຖິ່ນ ຈັດຂຶ້ນວັນທີ 24 ພະຈິກ 2022 ທີ່ແຂວງສນລະວັນ ເປັນປະທານຂອງທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ເປັນກຽດເຂົ້າຮ່ວມໂດຍທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍພະອາຈານ ສອນໄຊ ແກ້ວເມືອງໃຕ້ ປະທານອົງການພຸດທະສາດສະໜາສໍາພັນລາວ (ອພສ) ແຂວງສາລະວັນ ພ້ອມດ້ວຍພະເຖລານຸເຖລະຈາກສູນກາງ ອພສ ແຂວງຈຳປາສັກ ເຊກອງ ອັດຕະປຶຶ ແລະ ແຂວງສະຫວັນນະເຂດ ບັນດາການນຳແຂວງ ອະດີດການນຳແຂວງ ເມືອງ ພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ນັກທຸລະກິດ ຜູ້ປະກອບການ.

    ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກ ຖວທ ແຂວງສາລະວັນ ໄດ້ລາຍງານກ່ຽວກັບການກະກຽມຂຶ້ນທະບຽນຫໍໄຕປີດົກ ວັດສີມຸງຄຸນ (ວັດກາງ) ແລະ ປະຫວັດຄວາມເປັນມາ ຫໍໄຕວັດສີມຸງຄຸນໄດ້ສ້າງຂຶ້ນໃນປີ ຄສ 1784 ( ກ່ອນໜ້ານີ້ 234 ປີ ) ລັກສະນະການກໍ່ສ້າງໂຄງຫຼັງຄາແບບຫໍປະສາດ ມີ 54 ເສົາ ເຮັດດ້ວຍໄມ້ມັນປາ ໄມ້ເຄື່ອງເທິງ ແລະ ໄມ້ເຄື່ອງລຸ່ມເຮັດດ້ວຍໄມ້ແຄນ ບານປະຕູ ແລະ ບານປ່ອງຢ້ຽມໄມ້ດູ່ ມຸງດ້ວຍແປ້ນໄມ້ແດງທີ່ຂັດມັນແບບບູຮານ ສີ່ວເຈາະຮູຕອກຫຼີ້ມໃສ່ໄມ້ໄລຄັດຕາມຂື່ ຂາງ ເສົາ ແລ້ວແກະສະຫຼັກທີ່ເປັນຮູບພາບຕ່າງໆເປັນສິລະປະລວດລາຍທີ່ເປັນເອກະລັກຂອງຊາດ ແລະ ຂອງທ້ອງຖິ່ນ.

    ໃນໄລຍະຜ່ານມາ ວັດດັ່ງກ່າວໄດ້ຖືກສັດຕູທຳລາຍ ເຜົາຜານ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ສະຖາປະນາ ສປປ ລາວ ມາຮອດປີ 2009 ແຂວງສາລະວັນໄດ້ເລີ່ມປະຕິສັງຂອນຫໍໄຕປີດົກຄືນໃໝ່ ໂດຍໄດ້ປະສານສົມທົບກັບພາກສ່ວນຕ່າງທີ່ກ່ຽວຂ້ອງ ແລະ ໄດ້ວາງສີລາເລີກການກໍ່ສ້າງໃນເດືອນມິຖຸນາ 2009 ການປະຕິສັງຂອນແມ່ນອອກແບບຄ້າຍຄືກັບຫໍໄຕຫຼັງເກົ່າ ປະກອບມີເສົາ 57 ຕົ້ນ ( ໄມ້ກະຈະ) ໂຄງຫຼັງຄາເຮັດດ້ວຍໄມ້ແຄນ ມຸງດ້ວຍດິນຂໍ ປູພື້ນ ບານປະຕູ-ບານປ່ອງຢ້ຽມແມ່ນໄມ້ດູ່ ແລະແກະສະຫຼັກແບບສິລະປະລາວເດີມທີ່ມີຄວາມງາມສະຫງ່າ ເຊິ່ງພົວພັນເຖິງເອກະລັກວິຖີຊີວິດ ວັດທະນະທຳຮີດຄອງປະເພນີ ມູນຄ່າການກໍ່ສ້າງທັງໝົດ 7 ຕື້ກວ່າກີບ ໃນນັ້ນ ທຶນລະດົມ 2,5 ຕື້ກວ່າກີບ ແລະ ທຶນງົບປະມານຂອງລັດ 4,5 ຕື້ກີບ.

    ການລົງສໍາຫຼວດ ແລະ ເກັບກໍາຂໍ້ມູນຫໍໄຕປີດົກວັດສີມຸງຄຸນ ຂຶ້ນເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ  ແມ່ນໄດ້ລົງມືສຳຫຼວດຈັດຕັ້ງປະຕິບັດໃນວັນທີ 2-9 ມີນາ 2022 ໂດຍມີຄະນະວິຊາການຈາກກົມມໍລະດົກ ກະຊວງ ຖວທ ຂະແໜງການກ່ຽວຂ້ອງຂັ້ນແຂວງ ເມືອງ ອໍານາດການປົກຄອງບ້ານ ແລະ ເຈົ້າອະທິການວັດ  ໜ້າວຽກຈັດຕັ້ງປະຕິບັດຄື ປະຫວັດຄວາມເປັນມາຂອງຫໍໄຕປີດົກ ວັດ ແລະ ຂອງບ້ານທີ່ໄດ້ມາຈາກການບອກເລົ່າຂອງເຖົ້າແກ່ອາວຸໂສ ຄູບາອາຈານ ແລະ ໄດ້ມາຈາກປື້ມເອກະສານຕ່າງໆ ແລະ ໄດ້ຂື້ນບັນຊີພະພຸດທະຮູບ ວັດຖຸທີ່ມີຄ່າ ເສົາເກົ່າຫໍໄຕປີີີີີີດົກ ແລະ ບັນດາອົງປະກອບຕ່າງໆຢູ່ພາຍໃນວັດ ມີທັງໝົດ 23 ລາຍການ ໄດ້ວັດແທກປັກຫຼັກໝາຍຂອບເຂດທີ່ດິນຂອງວັດ ກໍານົດຂອບເຂດຂອງພື້ນທີ່ ເປັນຕົ້ນ ເຂດອະນຸຮັກ ເຂດພັດທະນາ ແລະ ສ້າງແຜນລະບຽບການຄຸ້ມຄອງອື່ນໆ ຜ່ານການສຶກສາ ຄົ້ນຄວ້າ ວິເຄາະວິໄຈປະເມີນຜົນຕົວຈິງຂອງຄະນະວິຊາການ ເຫັນວ່າຫໍໄຕປີດົກ ພ້ອມດ້ວຍບໍລິເວນພື້ນທີ່ວັດສີມຸງຄຸນ ເໝາະສົມໃນການຍົກລະດັບຂຶ້ນເປັນມໍລະດົກແຫ່ງຊາດລະດັບຂັ້ນທ້ອງຖິ່ນຂອງແຂວງສາລະວັນ ພາຍໃຕ້ເງື່ອນໄຂ ແລະ ມາດຕະຖານຂອງມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ເປັນມໍລະດົກມິ່ງເມືອງ ເປັນຄັງຄວາມຮູ້ເກັບມ້ຽນ ພະທຳຄຳສັ່ງສອນຂອງພະພຸດທະເຈົ້າ ເປັນສະຖານທີ່ສັກສິດກາບໄຫວ້ເຄົາລົບບູຊາ ແລະ ເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳຂອງແຂວງ ນອກຈາກນີ້ ໃນພິທີ ທ່ານ ໂພໄຊ ໄຊຍະສອນ ແລະ ທ່ານ ນາງ ສວນສະຫວັນ ວິຍະເກດ ກໍໄດ້ເປີດປ້າຍມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ແລະ ລັ່ນຄ້ອງ 9 ບາດ ພ້ອມທັງມອບໃບຢັ້ງຢືນຮັບຮອງເອົາຫໍໄຕປີດົກ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ຮັບໂດຍ ທ່ານ ມະໄລວອນ ສີປະເສີດ.

.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!