ກອງປະຊຸມຄະນະກຳມະການຊີ້ນຳໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາດຟອງ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 21 ພະຈິກ 2022 ເປັນປະທານຂອ ທ່ານນາງ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ມີຕາງໜ້າຈາກກົມແຜນການ ແລະ ການຮ່ວມມື ກົມສົ່ງເສີມເຕັກນິກກະສິກໍາ ແລະ ສະຫະກອນ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ຜູ້ຈັດການໂຄງການ ຜູ້ປະສານງານໂຄງການ ຊ່ຽວຊານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ຈຸດປະສົງຂອງກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອປຶກສາຫາລືແລກປ່ຽນ ແລະ ກະກຽມບັນດາໜ້າວຽກຂອງໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທີ່ຈະສິ້ນສຸດໃນປີ 2022.

    ທ່ານ  ລີ ອຶງໂຮ ຜູ້ຈັດການໂຄງການ ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການດັ່ງກ່າວວ່າ: ໂຄງການໄດ້ຈັດຕັ້ງປະຕິບັດເລີ່ມມາແຕ່ປີ 2019 ມີຈຸດປະສົງເພື່ອຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີການຜະລິດທີ່ເໝາະສົມໃນສະພາບແວດລ້ອມຂອງ ສປປ ລາວ ສ້າງຄວາມເຂັ້ມແຂງໃຫ້ນັກຄົ້ນຄວ້າ ນັກສົ່ງເສີມ ນັກສຶກສາ ຊາວກະສິກອນ ທາງດ້ານເຕັກໂນໂລຊີການຜະລິດພືດຜັກ ເພີ່ມລາຍຮັບໃຫ້ຊາວກະສິກອນຜ່ານການນໍາໃຊ້ເຕັກໂນໂລຊີແບບໃໝ່ ທີ່ສາມາດເພີ່ມຜົນຜະລິດ ແລະ ປັບປຸງໂຄງລ່າງພື້ນຖານຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໃນການເປັນພື້ນທີ່ຕົວແບບ ແລະ ເປັນບ່ອນຮຽນຮູ້ ພື້ນທີ່ເປົ້າໝາຍໂຄງການປະກອບມີ 4 ບ້ານຂອງເມືອງຫາດຊາຍຟອງ ຄື ບ້ານ ຫົວຫ້າ ບ້ານທ່າແຂກ ຊາຍຟອງເໜືອ ແລະ ສິມມະໂນ ຮອດປັດຈຸບັນໄດ້ມີການຄົ້ນຄວ້າ ແລະ ທົດສອບແນວພັນພືດ ແລະ ເຕັກນິກການຜະລິດເຊັ່ນ ໝາກເລັ່ນ  ໝາກເຜັດ  ແລະ   ໝາກແຕງ ເພື່ອໃຫ້ໄດ້ແນວພັນທີ່ມີຜົນຜະລິດສູງ ແລະ ນິຍົມຂອງຕະຫຼາດ ສາຍພັນທີ່ເໝາະສົມໃນລະບົບເຮືອນຮົ່ມ ສໍາເລັດການປັບປຸງ ແລະ ສ້ອມແປງອາຄານຫຼັງເກົ່າ ກໍ່ສ້າງອາຄານທີ່ປະກອບດ້ວຍຫ້ອງການ ຫ້ອງວິໄຈ ຫ້ອງປະຊຸມ ຫ້ອງເຝິກອົບຮົມ ຫ້ອງວາງສະແດງ ຫ້ອງເກັບສາງເຢັນ ປັບປຸງພື້ນທີ່ສາທິດ ແລະ ຕົວແບບທາງດ້ານການຜະລິດຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສະໜອງອຸປະກອນທາງດ້ານການຄົ້ນຄວ້າ ອຸປະກອນເຄື່ອງກົນຈັກກະສິກໍາ ເຝິກອົບຮົມໃຫ້ຊາວກະສິກອນ ວິຊາການ ສ້າງຕັ້ງ 4 ກຸ່ມການຜະລິດພືດຜັກໃນ 4 ບ້ານເປົ້າໝາຍ ໄດ້ສະໜອງເຮືອນຮົ່ມຈໍານວນ 184 ຫຼັງໃຫ້ຊາວກະສິກອນ ໂຮງຄັດລ້າງຜົນຜະລິດຂອງກຸ່ມ ເຮືອນກ້າເບ້ຍ ພ້ອມທັງສະໜັບສະໜູນໃນການດຶງຜູ້ປະກອບການມາຊ່ວຍທາງດ້ານການຕະຫຼາດຂອງກຸ່ມ ເຊິ່ງໄດ້ມີການເຊັນສັນຍາຊື້ຂາຍຜົນຜະລິດຮ່ວມກັບບໍລິສັດເມືອງ ລາວຟູດ ພາຍຫຼັງການລາຍງານບັນດາຜົນສໍາເລັດໃນທີ່ປະຊຸມກໍໄດ້ຮ່ວມກັນແລກປ່ຽນຄໍາຄິດເຫັນຕໍ່ກັບໜ້າວຽກ ແລະ ແຜນການຕໍ່ໜ້າຫຼັງໂຄງການສິ້ນສຸດການຄຸ້ມຄອງໃຫ້ຊາວກະສິກອນສາມາດສືບຕໍ່ເຮັດໄດ້ ເກີດມີຄວາມຍືນຍົງ ເປົ້າໝາຍຊ່ວຍພັດທະນາຊີວິດການເປັນຢູ່ຂອງຊາວກະສິກອນລາວ ສົ່ງເສີມການຜະລິດເປັນສິນຄ້າທີ່ໄດ້ມາດຕະຖານຕາມຄວາມຕ້ອງການຂອງຕະຫຼາດ.

# ຂ່າວ – ພາບ : ເພັດສະໝອນ

 

 

error: Content is protected !!