ກຸ່ມຜະລິດໄຄແຜ່ນບ້ານບົມ-ບ້ານລີ່ ໄດ້ຮັບກາໝາຍສິນຄ້າໂອດ໋ອບແຫ່ງຊາດ

    ພິທີໄຂປ້າຍກາໝາຍສິນຄ້າໂອດ໋ອບແຫ່ງຊາດ ກຸ່ມຜະລິດໄຄແຜ່ນບ້ານບົມ-ບ້ານລີ່ ເມືອງນໍ້າບາກ ແຂວງຫຼວງພະບາງ ຈັກຂຶ້ນວັນທີ 18 ພະຈິກຜ່ານມາ ຢູ່ໂຮງງານຜະລິດໄຄແຜ່ນບ້ານລີ່ ໂດຍມີທ່ານ ບຸນທັນ ຈັນທະສັກ ຮອງເຈົ້າເມືອງນ້ຳບາກ ທ່ານ ຄຳຕັນ ສົມພັນວິໄລ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຫຼວງພະບາງ ພ້ອມດ້ວຍຜູ້ຕາງໜ້າໂຄງການໃຫ້ທຶນ ອຳນວຍການໂຮງງານ ຄະນະກຳມະການຄັດເລືອກສິນຄ້າໂອດ໋ອບແຫ່ງຊາດຂັ້ນແຂວງ ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ກຸ່ມຜະລິດໄຄແຜ່ນ ບ້ານບົມ-ບ້ານລີ່ ເປັນກຸ່ມຜະລິດຕະພັນໜຶ່ງດ້ານກະສິກຳທີ່ລືຊື່ ຈົນກາຍເປັນສິນຄ້າທີ່ມີຊື່ສຽງ ແລະ ເປັນເອກະລັກສະເພາະຂອງຊາວເມືອງນ້ຳບາກ ສາມາດສົ່ງອອກໄປຂາຍຕ່າງເມືອງ ຕ່າງແຂວງ ສ້າງລາຍຮັບໃຫ້ປະຊາຊົນໃນແຕ່ລະປີ ເພື່ອຊຸກຍູ້ ສົ່ງເສີມ ແລະ ອະນຸຮັກໄຄແຜ່ນບ້ານບົມ ບ້ານລີ່ ໃຫ້ມີຄວາມຍືນຍົງ ປີ 2016 ກຸ່ມການຜະລິດໄດ້ຮັບທຶນຊວ່ຍເຫຼືອຈາກໂຄງການຂອງປະເທດ ສ ເກົາຫຼີ ເພື່ອມາປຸກສ້າງສູນຜະລິດ ສະໜອງເຄື່ອງຈັກທີ່ທັນສະໄໝຜະລິດໄຄແຜ່ນ ອຸປະກອນຂ້າເຊື້ອແບັກທີເລຍ ແລະ ອຸປະກອນປະກອບເຂົ້າການຜະລິດ ມູນຄ່າ 62.022 ໂດລາສະຫະລັດ ເຮັດໃຫ້ກຸ່ມຜະລິດສາມາດສົ່ງອອກຜະລິດຕະພັນໄຄແຜ່ນຫຼາຍຂຶ້ນ ປະມານ 14.000 ຖົງຕໍ່ປີ ເພື່ອສືບຕໍ່ຊຸກຍູ້ການຜະລິດໄຄແຜ່ນໃຫ້ເປັນສິນຄ້າພາຍໃນທີ່ຍອມຮັບຂອງສັງຄົມ ອົງການປົກຄອງເມືອງ ແລະ ຫ້ອງການທີ່ກ່ຽວຂອງ ໄດ້ນຳເອົາໄຄແຜ່ນໄປວິໄຈ ເພື່ອເປັນການຢັ້ງຢືນຄຸນນະພາບຂອງສິນຄ້າ ເຊິ່ງມີຄວາມປອດໄພ ໄຄແຜ່ນມີຄຸນຄ່າທາງໂພຊະນາການ ແລະ ໄດ້ຮັບຮອງຈາກກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ສາມາດຮັບຮອງເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ (ສິນຄ້າໂອດ໋ອບ) ຕາມມາດຕະຖານ.

    ປັດຈຸບັນ ເມືອງນໍ້າບາກມີປະຊາຊົນ 15 ບ້ານ ຢູ່ຕາມສາຍນໍ້າ ແລະ ນໍ້າບາກ ທີ່ໄດ້ຜະລິດໄຄແຜ່ນຂາຍເປັນສິນຄ້າ ແຕ່ຈັດຕັ້ງເປັນກຸ່ມຜະລິດ ມີ 2 ບ້ານ ຄື: ບ້ານບົມ ແລະ ບ້ານລີ່ ເຊິ່ງໃນອະນາຄົດ ອົງການປົກຄອງເມືອງນໍ້າບາກ ຈະຂະຫຍາຍກຸ່ມການຜະລິດໃຫ້ກວ້າງຂວາງ ຕື່ມອີກ.

(ສະບາໄພ)

error: Content is protected !!