ພາຍໃຕ້ການນໍາພາຂອງພັກ ປະເທດຊາດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

    ທ່ານສີສຸວັນ ທໍາມະວົງສາ ເລຂາພັກບ້ານ ນາຍບ້ານໂພນໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດເນື່ອງໃນວັນຊາດທີ 2 ທັນວາ ຄົບຮອບ 47 ປີ ທີ່ຈະໜູນວຽນມາເຖິງໃນມໍ່ໆນີ້ວ່າ: (2 ທັນວາ1975- 2 ທັນວາ 2022) ວ່າ:ໃນເມື່ອກ່ອນບໍ່ທັນໄດ້ຮັບການປົດປ່ອຍ ເຫັນວ່າປະເທດຊາດບໍ່ໄດ້ຮັບການພັດທະນາ ປະຊາຊົນຕົກທຸກໄດ້ຍາກ ບໍ່ໄດ້ຮັບການສຶກສາ ເວລາເຈັບປ່ວຍບໍ່ໄດ້ຮັບການປິ່ນປົວ ຈຶ່ງຫັນໄປເພິ່ງການງົມງວາຍເຊື່ອຖືໃນທາງທີ່ຜິດ ແຕ່ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສ ປປ ລາວ ໃນວັນທີ 2 ທັນວາ 1975 ພັກ-ລັດໄດ້ນໍາເອົາແນວທາງປ່ຽນແປງໃໝ່ມາສູ່ປວງຊົນລາວທັງຊາດ. ຕະຫຼອດໄລຍະ 47 ປີ ພາຍໃຕ້ການນໍາພາທີ່ສະຫຼາດສ່ອງໃສ ມີໄຫວພິບຂອງພັກປະຊາຊົນປະຕິວັດລາວ ປະເທດຊາດໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ເປັນຕົ້ນ ປະຊາຊົນທົ່ວປະເທດໄດ້ຊົມໃຊ້ໄຟຟ້າ ນໍ້າປະປາທີ່ສະອາດ ສຸກສາລາປະຈໍາບ້ານ ໂຮງໝໍ ໂຮງຮຽນ ປະຊາຊົນ ລູກຫຼານໄດ້ເຂົ້າຮຽນຢ່າງທົ່ວເຖິງ ດ້ານຄົມມະນາຄົມມີເສັ້ນທາງທຽວໄດ້ຕະຫຼອດປີ ເສັ້ນທາງເຊື່ອມໂຍງ-ເຊື່ອມຈອດ ເສັ້ນທາງດ່ວນ ເສັ້ນທາງລົດໄຟລາວ-ຈີນ ເສັ້ນທາງສາຍເໜືອ-ສາຍໃຕ້ ໄດ້ຮັບການປັບປຸງປົວແປງທີ່ດີ ໄດ້ຄົບຄ້າສະມາຄົມໄປ-ມາຫາສູ່ກັນຢ່າງສະດວກ ທາງອາກາດມີສາຍການບິນທັງພາຍໃນ-ຕ່າງປະເທດ ພ້ອມນັ້ນຍັງມີສາຍພົວພັນ ແລະ ຮ່ວມມືກັບພາກພື້ນ-ສາກົນ ໃນການພັດທະນາສ້າງເສດຖະກິດເປັນສິນຄ້າ ດໍາເນີນທຸລະກິດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດໃຫ້ເຂັ້ມແຂງເວົ້າລວມ ເວົ້າສະເພາະ ປະຊາຊົນພາຍໃນບ້ານໂພນໄຊ ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໄດ້ຮັບການພັດທະນາທີ່ດີຂຶ້ນ ແລະ ເຫັນໄດ້ວ່າ ປະຊາຊົນມີຄວາມພາກພູມໃຈຫຼາຍຕໍ່ການນໍາພັກ-ລັດ ສະແດງອອກ ປະຊາຊົນຫັນປ່ຽນຈາກແນວຄິດເກົ່າແກ່ຄອງເດີມ ກ້າວສູ່ແນວຄິດ ໄກສອນ ພົມວິຫານ ແນວທາງທີ່ສະຫຼາດສ່ອງໃສ ແນວທາງທີ່ໄດ້ຢູ່ຮ່ວມກັນໂດຍສັນຕິ ພ້ອມກັນພັດທະນາກ້າວຂຶ້ນສູ່ຄວາມຈະເລີນຮັ່ງມີເປັນກ້າວໆ ອັນໄດ້ເຮັດໃຫ້ປະຊາຊົນໄດ້ສະໝັກໃຈປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຊັ່ນ: ປະກອບອາຊີບເປັນພະນັກງານສັງກັດລັດ ພະນັກງານນໍາບໍລິສັດເອກກະຊົນ ພະນັກງານຮ້ານອາຫານ ພະນັກງານໂຮງແຮມ ທຸລະກິດຄ້າຂາຍຍ່ອຍ ແລະ ປະກອບອາຊີບອື່ນໆ ເພື່ອຍູ້ໃຫ້ເສກຖະກິດແຂງແຮງ ຄຽງຄູ່ກັນນັ້ນ ປະຊາຊົນພາຍໃນບ້ານຍັງໄດ້ເຊື່ອມຊຶມ ກໍາແໜ້ນລະບຽບແບບແຜນວິທີເຮັດວຽກເປັນໝູ່ຄະນະ ຮູ້ຈັກຊອກຮູ້ຮໍ່າຮຽນຕາມປຶ້ມກົດໝາຍຢ່າງກວ້າງຂວາງ ແລະ ມີຄວາມເຊື່ອໝັ້ນຕໍ່ການນໍາຂັ້ນເທິງ ກໍຄືການນໍາຂອງພັກຢ່າງສະເໝີມາ.

     ໂອກາດໃກ້ຈະເຖິງວັນຊາດ 2 ທັນວາ ອໍານາດການປົກຄອງບ້ານໂພນໄຊ ໄດ້ນໍາພາປະຊາຊົນພາຍໃນບ້ານສ້າງຂະບວນການຕ້ອນຮັບວັນສໍາຄັນດັ່ງກ່າວ ດ້ວຍການອອດແຮງງານອະນາໄມ້ບ້ານ ເຮືອນ ໃຫ້ມີຄວາມສະອາດງາມຕາ ຕິດທຸງຊາດ ທຸງທິວ ເພື່ອຄວາມເອກອ້າງທະນົງໃຈຂອງຄວາມເປັນຊາດລາວ-ຄົນລາວ ຍ້ອນພັກມີຄຸນງາມຄວາມດີຕໍ່ປະເທດຊາດ-ຕໍ່ປະຊາຊົນ ຈຶ່ງນໍາພາຫຼຸດພົ້ນຈາກຄວາມທຸກຍາກ ຖ້າຫາກວ່າບໍ່ມີພັກ-ລັດນໍາພາໃນມື້ນັ້ນ ກໍ່ບໍ່ມີວັນນີ້ ໃນໂອກາດສະຫງ່າລາສີນີ້ ຂໍສະແດງຄວາມຮູ້ບູນຄຸນຕໍ່ບັນດາທ່ານການນໍາພັກ-ລັດ ຂໍໃຫ້ມີສຸຂະພາບແຂງແຮງສຸກກາຍສະບາຍໃຈໃນຊີວິດສ່ວນຕົວ ແລະສ່ ວນລວມ ແລະ ຈົ່ງສືບຕໍ່ຊີ້ນໍາໆພາປະຊາຊົນ ກໍຄືປະເທດຊາດກ້າວຂຶ້ນໄປສູ່ຄວາມຮັ່ງມີຢ່າງບໍ່ຢຸດຢັ້ງ.

#  ຂ່າວ – ພາບ : ຂັນທະວີ

error: Content is protected !!