ລັດຖະບານຍີ່ປຸ່ນ ຊ່ວຍເຫຼືອກໍ່ສ້າງໂຮງຮຽນມັດທະຍົມສົມບູນບ້ານຕິ້ວ ເມືອງລະມາມ

     ລັດຖະບານຍີ່ປຸ່ ນໃຫ້ການຊ່ວຍເຫຼືອມູນຄ່າ 66.892 ໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດໂຄງການດ້ານການສຶກສາໃນໂຮງຮຽນມັດທະຍົມສົມບູນບ້ານຕິ້ວ ເມືອງລະມາມ ແຂວງເຊກອງ ພ້ອມທັງປະກອບສ່ວນເຂົ້າໃນການປັບປຸງສະພາບແວດລ້ອມການສຶກສາ ແລະ ສະພາບສຸຂະອານະໄມຂອງໂຮງຮຽນດັ່ງກ່າວ ເຊິ່ງພິທີເຊັນສັນຍາ ໄດ້ຈັດຂຶ້ນວັນທີ 23 ພະຈິກ 2022 ລະຫວ່າງທ່ານນາງ ພອນໄພ ສີວິໄລ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງລະມາມ ແລະ ທ່ານ ໂຄບະຢະ ເຄັນອິຈິ ເອກອັກຄະລາຊະທູດຍີ່ປຸ່ນປະຈຳ ລາວ ມີທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

    ທ່ານ ເຫຼັກໄຫຼ ສີວິໄລ ໄດ້ສະແດງຄວາມຂອບໃຈຕໍ່ສະຖານທູດຍີ່ປຸ່ນປະຈຳລາວ ທີ່ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃຫ້ທຶນຊ່ວຍເຫຼືອໃນການກໍ່ສ້າງໂຮງຮຽນມັດທະຍົມສົມບູນບ້ານຕິ້ວ ເມືອງລະມາມ ແຂວງ ເຊກອງ ເຊິ່ງການຊ່ວຍເຫຼືອດັ່ງກ່າວ ເປັນການປະກອບສ່ວນອັນສຳຄັນເຂົ້າໃນການສະໜັບສະໜູນ-ຊ່ວຍພັດທະນາການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດຢູ່ພາຍໃນແຂວງເຊກອງ ເວົ້າສະເພາະ ໃນເມືອງລະມາມ ໄລຍະຜ່ານມາ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອແກ່ເມືອງລະມາມ ໃນການປຸກສ້າງໂຮງຮຽນມັດທະຍົມຕອນຕົ້ນເຊນ້ອຍ ແລະ ມັດທະຍົມຕົ້ນບ້ານໂມ ເຊິ່ງເປັນການຊ່ວຍເຫຼືອທີ່ຍິ່ງໃຫຍ່ ແລະ ເປັນຂອງຂວັນທີ່ຫາອັນປຽບບໍ່ໄດ້ ຊ່ວຍເຮັດໃຫ້ມີສະຖານທີ່ຮັບໃຊ້ການຮຽນ-ການສອນທີ່ມີຄຸນະພາບ ເຮັດໃຫ້ລູກຫຼານ ນັກຮຽນ ໄດ້ມີໂອກາດໄດ້ເຂົ້າຮຽນຫຼາຍຂຶ້ນ.   

    ທ່ານ ໂຄບະຢະ ເຄັນອິຈິ ກ່າວວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP) ແມ່ນການສະໜອງທຶນທີ່ຈຳເປັນໃຫ້ແກ່ໂຄງການຂະໜາດນ້ອຍທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫຼັກ ລັດຖະບານຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫຼືອລັດຖະບານລາວ ປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປ ເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.

#  ຂ່າວ – ພາບ : ຂັນທະວີ

error: Content is protected !!