ການແຂ່ງຂັນບານເຕະໂລກ 2022 ກໍາລັງດໍາເນີນຢ່າງຄຶກຄື້ນ ທ່າມກາງການໃຫ້ຄວາມສົນໃຈຊົມ ແລະ ເຊຍຈາກກອງເຊຍບານທົ່ວໂລກ ໂດຍການຕາມໄປເຊຍຢູ່ຂອບສະໜາມຕ່າງໆໃນປະເທດກາຕາ (ເຈົ້າພາບ) ແລະ ຜ່ານການຊົມການຖ່າຍທອດສົດທາງໂທລະພາບ ກໍຄືສື່ອອນນລາຍຕ່າງໆ.

ການແຂ່ງຂັນບານເຕະໂລກ 2022 ຮອບສຸດທ້າຍ ປະກອບມີ 32 ທີມເຂົ້າຮ່ວມ ໂດຍແບ່ງເປັນ 8 ກຸ່ມ ຄື:
- ກຸ່ມ A: ກາຕາ ເອກົວດໍ ເຊເນການ ໂຮນລັງ
- ກຸ່ມ B: ອັງກິດ ອີຣ່ານ ສະຫະລັດອາເມຣິກາ ແລະ ເວວ
- ກຸ່ມ C: ອາກຊັງຕິນ ຊາອຸດິອາຣາບີ ເມັກຊິກ ແລະ ໂປໂລຍ
- ກຸ່ມ D: ຝຣັ່ງ ອົດສະຕຣາລີ ເດັນມາກ ແລະ ຕູນີຊີ
- ກຸ່ມ E: ແອັດສະປາຍ ຄັອສຕາຣິກາ ເຢຍລະມັນ ແລະ ຍີ່ປຸ່ນ
- ກຸ່ມ F: ແບນຊິກ ການາດາ ໂມຣົກໂກ ແລະ ໂຄຣອາຊີ
- ກຸ່ມ G: ບຣາຊິນ ແຊັກບີ ສະວິດ ແລະ ກາເມີຣູນ
- ກຸ່ມ H: ປັອກຕຸຍການ ການາ ອູຣຸກວັຍ ແລະ ສ ເກົາຫຼີ.
ນັບແຕ່ມື້ໄຂເປັນທາງການວັນທີ 20 ພະຈິກ 2022 ເປັນຕົ້ນມາ ການແຂ່ງຂັນໃນຮອບແບ່ງກຸ່ມ ກໍມີຫຼາຍເຫດການທີ່ໜ້າສົນໃຈ ໂດຍສະເພາະ ນັດທໍາອິດ ກຸ່ມ C ອາກຊັງຕິນ ແຊັມໂລກ 2 ສະໄໝ ໜຶ່ງໃນບັນດາຕົວເກງແຊັມບານໂລກຄັ້ງນີ້ ເສຍໃຫ້ ຊາອຸດິອາຣາບີ 1-2 ປະຕູ ໃນວັນທີ 22 ພະຈິກ ກຸ່ມ E ເຢຍລະມັນ ເສຍໃຫ້ ຍີ່ປຸ່ນ 1-2 ປະຕູ ແອັດສະປາຍ ຊະນະ ຄັອສຕາຣິກາ 7-0 ປະຕູ ໃນວັນທີ 23 ພະຈິກ.
ສ່ວນຜົນການແຂ່ງນັດໄຂສະໜາມວັນທີ 20 ພະຈິກ ກຸ່ມ A ກາຕາ ເສຍໃຫ້ ເອກົວດໍ 0-2 ປະຕູ ວັນທີ 21 ພະຈິກ ກຸ່ມ A ເຊເນການ ເສຍໃຫ້ ໂຮນລັງ 0-2 ປະຕູ ກຸ່ມ B ອັງກິດ ຊະນະ ອີຣ່ານ 6-2 ປະຕູ ສະຫະລັດອາເມຣິກາ ສະເໝີ ເວວ 1-1 ປະຕູ ວັນທີ 22 ພະຈິກ ກຸ່ມ C ເມັກຊິກ ສະເໝີ ໂປໂລຍ 0-0 ປະຕູ ກຸ່ມ D ເດນມາກ ສະເໝີ ຕູນີຊີ 0-0 ປະຕູ ຝຣັ່ງ ຊະນະ ອົດສະຕຣາລີ 4-1 ປະຕູ ວັນທີ 23 ພະຈິກ ກຸ່ມ F ໂມຣົກໂກ ສະເໝີ ໂຄຣອາຊີ 0-0 ປະຕູ ແບນຊິກ ຊະນະ ການາດາ 1-0 ປະຕູ.
ສໍາລັບວັນທີ 24 ພະຈິກ ມີການແຂ່ງຂັນ 4 ຄູ່ ຄື: ກຸ່ມ G ສະວິດ ພົບ ກາເມຣູນ ເວລາ 17:00 ໂມງ ບຣາຊິນ ພົບ ແຊັກບີ ເວລາ 2:00 ໂມງ ກຸ່ມ H ອູຣຸກວັຍ ພົບ ສ ເກົາຫຼີ ເວລາ 20:00 ໂມງ ປັອກຕຸຍການ ພົບ ການາ ເວລາ 23:00 ໂມງ ເຊິ່ງຜົນການແຂ່ງຂັນ ຈະລາຍງານໃນວັນຕໍ່ໄປ.
(ສະບາໄພ)