ຈຳປາສັກຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນສຳຄັນຂອງຊາດ

    5 ອົງການຈັດຕັ້ງແຂວງຈໍາປາສັກ ຄື ແນວລາວສ້າງຊາດ ຊາວໜຸ່ມ ແມ່ຍິງ ກໍາມະບານ ແລະ ສະຫະພັນນັກຮົບເກົ່າແຂວງ ຮ່ວມກັນຈັດກິດຈະກຳຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ສະເຫຼີມສະຫຼອງວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ (ວັນທີ 25 ພະຈິກ) ໃນວັນທີ 24 ພະຈິກ ທີ່ໜ້າສຳນັກງານຫ້ອງວ່າການແຂວງ ເປັນກຽດເຂົ້າຮ່ວມຂອງທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ ມີທ່ານນາງ ວາດສະໜາ ສີລິມາ ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ແລະ ສະຫະພັນນັກຮົບເກົ່າແຂວງ ບັນດາການນຳແຂວງ ເຈົ້ານະຄອນປາກເຊພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານນາງ ວາດສະໜາ ສີລິມາ ກ່າວວ່າ ການຍ່າງເພື່ອສຸຂະພາບຄັ້ງນີ້ ເປັນການສ້າງຜົນງານ ສ້າງຂະບວນການຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ເປັນການສະເຫຼີມສະຫຼອງວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃຫ້ມີບັນຍາກາດຟົດຟື້ນ ປູກຈິດສຳນຶກໃຫ້ທົ່ວສັງຄົມໄດ້ຮັບຮູ້-ເຂົ້າໃຈ ແລະ ຢຸດຕິພຶດຕິກຳທີ່ໃຊ້ຄວາມຮຸນແຮງຕໍ່ແມ່ຍິງທາງດ້ານຮ່າງກາຍຈິດໃຈໃຫ້ໄດ້ຢ່າງກວ້າງຂວາງ ແລະ ໃຫ້ຄວາມສຳຄັນ ເຊີດຊູບົດບາດຂອງແມ່ຍິງໃຫ້ສູງຂຶ້ນເທື່ອລະກ້າວ ຂະບວນຍ່າງຄັ້ງນີ້ ໄດ້ເລີ່ມຈາກເດີ່ນດ້ານໜ້າຫ້ອງວ່າການແຂວງ ໄປຫາວົງວຽນໂຮງແຮມຈໍາປາສັກພາເລດ ນະຄອນປາກເຊ ແລ້ວຍ່າງກັບຄືນ ຂະບວນດຳເນີນໄປຢ່າງມີຄວາມໝາຍເລິກເຊີ່ງ ທັງເປັນການອອກກຳລັງກາຍ ເຮັດໃຫ້ສຸຂະພາບແຂງແຮງອີກດ້ວຍ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!