ເຜີຍແຜ່ຄວາມຮູ້ພື້ນຖານດ້ານເງິນໃຫ້ແກ່ພະນັກງານຫຼັກແຫຼ່ງເມືອງໄຊທານີ

    ວັນທີ 24 ພະຈິກ 2022 ທີ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມເຜີຍແຜ່ຄວາມຮູ້ພື້ນຖານທາງດ້ານການເງິນໃຫ້ແກ່ຄະນະພັກເມືອງ ຫົວໜ້າຫ້ອງການ ພະນັກງານວິຊາການຮັບຜິດຊອບວຽກງານບໍລິຫານການເງິນ ແລະ ຕາງໜ້າອົງການປົກຄອງບ້ານທົ່ວເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມໂດຍທ່ານ ບົວລີ ແກ້ວມະນີວັນ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດເມືອງ ພ້ອມດ້ວຍຄະນະພັກເມືອງ ຫົວໜ້າຫ້ອງການ ພະນັກງານວິຊາການຜູ້ຮັບຜິດຊອບວຽກງານບໍລິຫານການເງິນ ຕາງໜ້າອົງການປົກຄອງບ້ານທົ່ວເມືອງເຂົ້າຮ່ວມ.

     ທ່ານ ນາງ ຈັນດາລີ ຈິດຂັນຕີ ຮອງຫົວໜ້າພະແນກກົມຄຸ້ມຄອງສະຖາບັນການເງິນ ຂຶ້ນເຜີຍແຜ່ຄວາມຮູ້ພື້ນຖານທາງດ້ານການເງິນວ່າ: ຈຸດປະສົງການລົງມາເຜີຍແຜ່ໃນຄັ້ງນີ້ ກໍເພື່ອສ້າງຄວາມເຂົ້າໃຈກ່ຽວກັບພື້ນຖານທາງດ້ານການເງິນ ເຊິ່ງຈະເນັ້ນໃຫ້ເຫັນເຖິງສິ່ງທີ່ຈຳເປັນ ແລະ ສິ່ງທີ່ຕ້ອງການ ຄວາມສຳຄັນຂອງການທ້ອນເງິນ ນອກຈາກການເຜີຍແຜ່ເອກະສານດັ່ງກ່າວ ຍັງໄດ້ນຳສະເໜີລະຄອນສັ້ນ 5 ເລື່ອງ ເຊິ່ງສະທ້ອນໃຫ້ເຫັນເຖິງບັນຫາທີ່ພົວພັນໃນຊີວິດປະຈຳວັນ ຄືເລື່ອງ ຊື້ກ່ອນຄິດ ອະບາຍຍະມຸກພາຊວຍ ສານຝັນອອກດອກບໍ່ອອກຜົນ ແລະ ດີເກີນຈິງ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!