ສຳເລັດເຝິກອົບຮົມວຽກງານສັກວັກຊີນກັນພະຍາດທົ່ວປະເທດ

    ກະຊວງສາທາລະນະສຸກ ຮ່ວມກັບອົງການອະນາໄມໂລກ (WHO) ອົງການອຸຍນີເຊັບ (UNICEF) ສະໜັບສະໜູນໂດຍລັດຖະບານອົດສະຕຣາລີ ຈັດໄດ້ເຝິກອົບຮົມການສັກວັກຊີນກັນພະຍາດໃຫ້ແກ່ບຸຄະລາກອນການແພດທົ່ວປະເທດຂຶ້ນທີ່ແຂວງຄຳມ່ວນ.

    ການເຝິກອົບຮົມໃນຄັ້ງນີ້ ມີເປົ້າໝາຍເພື່ອປິດຊ່ອງວ່າງທີ່ເປັນອຸປະສັກໃນການສັກວັກຊີນປ້ອງກັນພະຍາດໂຄວິດ-19 ແລະ ການສັກວັກຊີນກັນພະຍາດອື່ນໆ ໂດຍສະເພາະ ໃນກຸ່ມທີ່ມີຄວາມສ່ຽງສູງ ເຊັ່ນ ຜູ້ສູງອາຍຸ ແມ່ຍິງຖືພາ ແລະ ຜູ້ທີ່ມີພະຍາດປະຈຳຕົວ ຖືເປັນສ່ວນໜຶ່ງໃນບູລິມະສິດຫຼັກ ການເຝິກອົບຮົມແມ່ນຈະຊ່ວຍໃຫ້ຮັບປະກັນໃຫ້ບຸຄະລາກອນການແພດໃນຂັ້ນສູນກາງ ແຂວງ ເມືອງ ແລະ ຊຸມຊົນ ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ ແລະ ເພື່ອຊ່ວຍໃຫ້ສາມາດສືບຕໍ່ການສັກວັກຊີນຮອບປົກກະຕິ ຫຼັງຈາກທີ່ຖືກກະທົບຈາກການລະບາດຂອງພະຍາດໂຄວິດ-19 ນອກຈາກນີ້ ການເຝິກອົບຮົມດັ່ງກ່າວ ຍັງໄດ້ຈັດຂຶ້ນຢູ່ຂັ້ນເມືອງ ປະກອບມີທັງໝົດ 148 ເມືອງ ຈາກທົ່ວທຸກແຂວງ ເຊິ່ງເປັນການເຝິກອົບຮົມໃຫ້ແກ່ພະນັກງານໃນໂຮງໝໍ ແລະ ສະຖານທີ່ບໍລິການສາທາລະນະສຸກໃນຊຸມຊົນ ເຖິງ 2.500 ຄົນ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!