ເຈົ້າແຂວງອັດຕະປື ເນັ້ນໃຫ້ນັກກີລາຕັດສິນໃຈສູງ ເຂົ້າຮ່ວມງານມະຫະກໍາກີລາແຫ່ງຊາດ

    ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ເນັ້ນໜັກໃຫ້ຄະນະນໍາ ຄູເຝິກ ແລະ ນັກກີລາ ສະຫະພັນນັກກີລາ ແຂວງອັດຕະປື ມີຄວາມຕັດສິນໃຈສູງ ກ່ອນຈະເດີນທາງເຂົ້າຮ່ວມງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເຊິ່ງຈະແຂ່ງຂັນໃນລະຫວ່າງວັນທີ 13-22 ທັນວາ​ 2022 ທີ່ຈະມາເຖິງນີ້.

     ພິທີໂອ້ລົມ ແລະ ພົບປະຄະນະນໍາ ຄູເຝິກ ແລະ ນັກກີລາ ໄດ້ມີຂຶ້ນໃນວັນທີ 23 ພະຈິກ 2022 ທີ່ຫໍປະຊຸມໃຫຍ່ຂອງແຂວງ ມີທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ເຂົ້າຮ່ວມຮັບຟັງມີທ່ານ ອຸດົມສິນ ສີຊານົນ ຫົວຫນ້າພະແນກສຶກສາທິການ ແລະ ກີລາແຂວງ ມີຄະນະສະຫະພັນກີລາແຂວງ ພ້ອມດ້ວຍຄູເຝີກ ແລະ ນັກກີລາຈຳນວນ 100 ກວ່າຄົນເຂົ້າຮ່ວມ.

    ທ່ານ ອຸດົມສິນ ສີຊານົນ ໄດ້ລາຍງານການກະກຽມຄວາມພ້ອມກ່ອນເຂົ້າຮ່ວມງານແຂ່ງຂັນກີລາດັ່ງກ່າວວ່າ: ມາຮອດປັດຈຸບັນ ສະຫະພັນກີລາແຂວງໄດ້ມີຄວາມພ້ອມແລ້ວທຸກດ້ານ 100% ພາຍຫຼັງທີ່ໄດ້ມີການດຳເນີນການຄັດເລືອກເອົາຕົວນັກກີລາທີ່ດີເດັ່ນ ມີພອນສະຫວັນ ໄດ້ຕາມເປົ້າຫມາຍໃນ 5 ຕົວເມືອງ ແລະ ພ້ອມທັງໄດ້ດຳເນີນການເຝີກຊ້ອມຢ່າງຖືກຕາມຫຼັກການວິທະຍາສາດການກີລາ-ກາຍະກຳທຸກປະການ ພ້ອມທັງຕັ້ງເປົ້າໄວ້ໃນເບື້ອງຕົ້ນ ໃນການເຂົ້າຮ່ວມແຂ່ງຂັນກີລາໃນຈຳນວນ 11 ປະເພດຄັ້ງນີ້ ຢ່າງໜ້ອຍ ຕ້ອງໄດ້ຜ່ານເຂົ້າໄປຢືນຢູ່ໃນຮອບຄັດເລືອກຢ່າງແນ່ນອນ.

    ໂອກາດດຽວກັນ ທ່ານ ເລັດ ໄຊຍະພອນ ກໍໄດ້ໃຫ້ການພົບປະໂອ້ລົມຫຼາຍບັນຫາ ເພື່ອສ້າງຂວັນໃຈ ແລະ ໃຫ້ກຳລັງໃຈແກ່ຄະນະນຳນັກກີລາ ຄູເຝິກ ແລະ ນັກກີລາ ກ່ອນເຂົ້າຮ່ວມການແຂ່ງຂັນຊີງໄຊທົ່ວປະເທດໃນຄັ້ງນີ້ ຕ້ອງມີຄວາມສາມັກຄີ ມີຄວາມເສຍສະຫຼະ ມີຄວາມອົດທົນ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນເປັນຢ່າງສູງ ທຸ່ມເທທັງພະລະກໍາລັງ ເຕັກນິກສະເພາະຕົວ ລົງແຂ່ງຂັນເຕັມທີ່ ສູ້ດ້ວຍນໍ້າໃຈນັກກີລາ ຄູເຝິກ ແລະ ນັກກີລາທຸກຄົນໃຫ້ມີຄວາມຕັ້ງໃຈ ແລະ ຕັດສິນໃຈສູງ ເຂົ້າໃຈເປົ້າໝາຍລວມອັນດຽວກັນ ເປັນເຈົ້າການນຳກັນທຸກດ້ານ ມີຄວາມອົດທົນ ເດັດດ່ຽວ ສູ້ສຸດຄວາມສາມາດ ບົນພື້ນຖານກົດກະຕິກາການແຂ່ງຂັນ ພ້ອມກັນກ້າວໄປສູ່ໄຊຊະນະຢ່າງມີສັກສີ.

# ຂ່າວ – ພາບ : ສີພອນ

error: Content is protected !!