ມສ ລຽວໂຕວ໌ ມອບເງິນຊຸກຍູ້ນັກກີລາບານບ້ວງ ຍິງ-ຊາຍ ນວ ຮ່ວມ ຊຽງຂວາງ ເກມ

    ພິທີມອບ-ຮັບເງິນສະໜັບສະໜູນກີລາບານບ້ວງ ຍິງ-ຊາຍ ນະຄອນຫຼວງວຽງຈັນ (ນວ) ແລະ ພົບປະໂອ້ລົມຄະນະຮັບຜິດຊອບ ຄູເຝິກ ແລະ ນັກກີລາ ກ່ອນເດີນທາງເຂົ້າຮ່ວມແຂ່ງຂັນໃນມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ຢູ່ແຂວງຊຽງຂວາງ (ຊຽງຂວາງ ເກມ) ຈັດຂຶ້ນວັນທີ 23 ພະຈິກ 2022 ຢູ່ຫ້ອງວ່າການປົກຄອງເມືອງຈັນທະບູລີ ເຊິ່ງມອບໂດຍທ່ານ ສົມປະສົງ ຈັນທະວົງ ປະທານປົກຄອງໂຮງຮຽນ ມສ ລຽວໂຕວ໌ ແລະ ຮັບໂດຍມີທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ມີຄະນະຮັບຜິດຊອບ ຄູເຝິກ ນັກກີລາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.  

    ເມືອງຈັນທະບູລີ ແລະ ໂຮງຮຽນ ມສ ລຽວໂຕວ໌ ໄດ້ຮັບມອບໝາຍໃຫ້ເປັນຜູ້ຮັບຜິດຊອບກະກຽມນັກກີລາບານບ້ວງ ຍິງ-ຊາຍ ຕາງໜ້າ ນວ ເພື່ອໄປເຂົ້າຮ່ວມແຂ່ງຂັນໃນມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ຢູ່ແຂວງຊຽງຂວາງ ເຊິ່ງໄລຍະຜ່ານມາ ກໍໄດ້ມີການຄັດເລືອກນັກກີລາ ລະດົມທຶນຈາກພາກສ່ວນຕ່າງໆ ແລະ ເຝິກຊ້ອມເປັນປົກກະຕິຢູ່ໂຮງຮຽນ ມສ ລຽວໂຕວ໌ ເລີ່ມແຕ່ວັນທີ 19 ຕຸລາ 2022 ເປັນຕົ້ນມາ ປັດຈຸບັນ ມີຄວາມພ້ອມເຕັມທີ່ ແລະ ຈະເດີນທາງຈາກ ນວ ໄປແຂວງຊຽງຂວາງ ວັນທີ 25 ພະຈິກ 2022 ເຊິ່ງທັບນັກກີລາບານບ້ວງ ນວ ປະກອບມີຄະນະເຕັກນິກ 1 ທ່ານ ຄູເຝິກ 4 ທ່ານ ນັກກີລາ 24 ຄົນ ຍິງ 12 ຄົນ ຈະເຂົ້າຮ່ວມແຂ່ງຂັນ 2 ລາຍການ.     

    ໂອກາດນີ້ ທ່ານ ດວງຕາ ສຸລິວົງ ກໍໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບ ຄູເຝິກ ແລະ ນັກກີລາບານບ້ວງ ຍິງ-ຊາຍ ນວ ປະຕິບັດກະຕິກາ ລະບຽບ ແລະ ຂໍ້ຫ້າມຕ່າງໆໃນການເຂົ້າຮ່ວມແຂ່ງຂັນຢ່າງເຄັ່ງຄັດ ຮຽກຮ້ອງໃຫ້ຄູເຝິກນໍາພານັກກີລາເຝິກຊ້ອມເປັນປົກກະຕິ ສ່ວນນັກກີລາຕ້ອງເອົາໃຈໃສ່ຮັກສາສຸຂະພາບໃຫ້ມີຄວາມເຂັ້ມແຂງ ເຂົ້າຮ່ວມເຝິກຊ້ອມໃຫ້ຄົບຕາມມາດຖານ ປະຕິບັດລະບຽບຕ່າງໆຢ່າງເຄັ່ງຄັດ ແລະ ແຂ່ງຂັນສຸດຄວາມສາມາດຂອງຕົນ ເພື່ອໃຫ້ໄດ້ຮັບໄຊຊະນະ ແລະ ຍາດເອົາຫຼຽນຄໍາ ມາໃຫ້ ນວ.

(ສະບາໄພ)

error: Content is protected !!