ກອງປະຊຸມເຜີຍແຜ່ເອກະສານນິຕິກໍາ ກ່ຽວກັບວຽກງານການປະຢັດ ແລະ ອະນຸຮັກພະລັງງານໃນພາກ ອາຄານ ແລະ ໂຮງງານຄວບຄຸມ ໄດ້ຮັບການສະໜັບສະໜູນຈາກກະຊວງການຕ່າງປະເທດ ແລະ ການຄ້າ ນູແວນເຊລັງ ຈັດຂຶ້ນວັນທີ 23 ພະຈິກ 2022 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເປັນປະທານຮ່ວມຂອງທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ທ່ານ ທຣີສຕັນ ເບວລີງແຮມ (Tristan Bellingham) ຫົວໜ້າຫ້ອງການອຳນວຍຄວາມສະດວກດ້ານພະລັງງານທົດແທນ ລະຫວ່າງ ສປປ ລາວ – ນູແວນເຊລັງ ມີຕາງໜ້າຈາກໂຮງງານ ແລະ ອາຄານຄວບຄຸມ ຫຼາຍກວ່າ 60 ທ່ານເຂົ້າຮ່ວມ.



ທ່ານ ຈັນໂທ ມີລັດຕະນະແພງ ໄດ້ກ່າວວ່າ: ການປະຢັດ ແລະ ອະນຸຮັກພະລັງງານ ແມ່ນເປັນວຽກງານໜຶ່ງທີ່ລັດຖະບານ ສປປ ລາວ ໃຫ້ຄວາມສຳຄັນ ແລະ ສົ່ງເສີມການຈັດຕັ້ງປະຕິບັດ ເວົ້າສະເພາະ ວຽກງານດັ່ງກ່າວແມ່ນວິທີໜຶ່ງທີ່ສາມາດຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍຂອງການນໍາໃຊ້ພະລັງງານໄດ້ດີ ແຕ່ວ່າຍັງບໍ່ທັນຖືກນຳໃຊ້ຢ່າງກວ້າງຂວາງ ແລະ ເປັນຮູບປະທຳ ເນື່ອງຈາກວ່າ: ໃນໄລຍະຜ່ານມາ ແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ 19 ເຮັດໃຫ້ການເຜີຍແຜ່ເອກະສານນິຕິກຳກ່ຽວກັບວຽກງານການປະຢັດ ແລະ ອະນຸຮັກພະລັງງານ ສໍາລັບ 4 ຂະແໜງການເຊັ່ນ: ພາກອຸດສາຫະກໍາ ພາກທີ່ຢູ່ອາໄສ ພາກຕຶກ-ອາຄານ ທຸລະກິດ-ສໍານັກງານລັດ ແລະ ພາກຂົນສົ່ງ ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດເທົ່າທີຄວນ ໂດຍສະເພາະ ການໂຄສະນາເຜີຍແຜ່ ການໃຫ້ຄວາມຮູ້ ຄວາມເຂົ້າໃຈ ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຜູ້ບໍລິຫານໂຮງງານ ແລະ ອາຄານຄວບຄຸມ ໃນ ສປປ ລາວ.



ວຽກງານການອະນຸຮັກ ແລະ ປະຢັດພະລັງງານ ຍັງມີບົດບາດສຳຄັນໃນການປະກອບສ່ວນເພື່ອຫຼຸດຜ່ອນການປ່ອຍທາດອາຍກາກບອນ (CO2) ແລະ ນອກຈາກນີ້ ຍັງເປັນການຊ່ວຍລັດຖະບານໃນການຫຼຸດຜ່ອນການນຳເຂົ້າພະລັງງານຈາກຕ່າງປະເທດອີກດ້ວຍ ເຊັ່ນ: ການນຳເຂົ້ານ້ຳມັນເຊື້ອໄຟ ພ້ອມທັງເພີ່ມຄວາມໝັ້ນຄົງ ແລະ ເພີ່ມຄວາມອາດສາມາດໃນການແຂ່ງຂັນທາງດ້ານທຸລະກິດໃນພາກການຜະລິດ ແລະ ການບໍລິການ ຈາກຜົນປະໂຫຍດດັ່ງກ່າວ ເຮັດໃຫ້ລັດຖະບານເກີດມີການພັດທະນາ ແລະ ນຳໃຊ້ນະໂຍບາຍແຫ່ງຊາດວ່າດ້ວຍການອະນຸຮັກ ແລະ ປະຢັດພະລັງງານ ໃນປີ 2016 ເປົ້າໝາຍຂອງນະໂຍບາຍດັ່ງກ່າວ ແມ່ນເພື່ອບັນລຸ 10% ໃນປີ 2030ໂດຍການຫຼຸດຜ່ອນການຊົມໃຊ້ພະລັງງານຕາມການເຕີບໂຕທາງດ້ານເສດຖະກິດ.

ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປະຢັດ ແລະ ອະນຸລັກພະລັງງານໄດ້ຖືກຮັບຮອງໃນປີ 2020 ໂດຍໄດ້ກຳນົດຫຼັກການ ລະບຽບ ແລະ ມາດຕະການເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວ ດຳລັດໄດ້ລະບຸຈະແຈ້ງ ກ່ຽວກັບຄວາມໝາຍຂອງໂຮງງານ ແລະ ອາຄານ ຄວບຄຸມ ແລະ ລະບຽບການທີ່ທາງໂຮງງານ ແລະ ອາຄານດັ່ງກ່າວຕ້ອງຈັດຕັ້ງປະຕິບັດ ລະບຽບການລວມມີ ການແຕ່ງຕັ້ງຜູ້ບໍລິຫານພະລັງງານ ການເກັບກຳ ແລະ ລາຍງານຂໍ້ມູນການຊົມໃຊ້ພະລັງງານ ແລະ ການຈັດຕັ້ງປະຕິບັດລະບົບຄຸ້ມຄອງພະລັງງານເພື່ອການພັດທະນາ ວຽກງານການອະນຸຮັກ ແລະ ປະຢັດພະລັງງານ ດັ່ງທີ່ກ່າວມາຂ້າງເທິງນັ້ນ ມາດຕະການເຫຼົ່ານັ້ນຈະຊ່ວຍໃຫ້ບັນດາໂຮງງານ ແລະ ອາຄານຄວບຄຸມຫຼຸດຜ່ອນຄ່າໃຊ້ຈ່າຍທາງດ້ານພະລັງງານ ແລະ ລວມທັງເປັນການຊ່ວຍຫຼຸດຜ່ອນການປ່ອຍທາດອາຍກາກບອນ (CO2) ແລະ ການເພິ່ງພາການນຳເຂົ້ານ້ຳມັນເຊື້ອໄຟຈາກຕ່າງປະເທດ ພ້ອມດ້ວຍເພີ່ມການແຂ່ງຂັນ ແລະ ຄວາມໝັ້ນຄົງດ້ານພະລັງງານ.
ກອງປະຊຸມຄັ້ງນີ້ ເປັນການປະກອບສ່ວນອັນສຳຄັນໃນການຜັນຂະຫຍາຍການໂຄສະນາການເຜີຍແຜ່ນະໂຍບາຍແຫ່ງຊາດວ່າດ້ວຍການປະຢັດ ແລະ ອະນຸຮັກພະລັງງານ ແລະ ດຳລັດວ່າດ້ວຍການອະນຸຮັກ ແລະ ປະຢັດພະລັງງານ ລະບຽບການທີ່ຕິດພັນກັບໂຮງງານ ແລະ ອາຄານ ຄວບຄຸມ.
# ຂ່າວ – ພາບ : ເພັດສະໝອນ