ລັດຖະບານຍີ່ປຸ່ນ ຊ່ວຍເຫຼືອທຶນກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນນາທົ່ມ

    ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນນາທົ່ມ ເມືອງ ອາດສະພອນ ແຂວງສະຫວັນນະເຂດ ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດໃນຂັ້ນຮາກຖານ ຈັດຂຶ້ນວັນທີ 23 ພະຈິກ 2022 ທີ່ສະຖານທູດຢີ່ປຸ່ນປະຈໍາລາວ ໂດຍການລົງນາມຂອງທ່ານ ສີສົມບັດ ເກດເກສອນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງອາດສະພອນ ແລະ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະລາຊະທູດຢີ່ປຸ່ນປະຈໍາລາວ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    ທ່ານ ສີສົມບັດ ເກດເກສອນ ກ່າວສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ສະຖານທູດຢີ່ປຸ່ນປະຈໍາລາວ ທີ່ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃຫ້ທຶນຊ່ວຍເຫຼືອລ້າການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ນາທົ່ມ ເມືອງອາດສະພອນ ແຂວງສະຫວັນນະເຂດ ມູນຄ່າ 61.623 ໂດລາສະຫາລັດ ເພື່ອປະກອບສ່ວນ ເຊິ່ງການຊ່ວຍເຫຼືອນີ້ ເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາການສຶກສາພາຍໃນເມືອງອາດສະພອນ ແຂວງ ສະຫວັນນະເຂດ ໄລຍະຜ່ານມາ ລັດຖະບານ ແລະ ປະຊາຊົນຢີ່ປຸ່ນ ກໍເຄີຍໄດ້ໃຫ້ການຊ່ວຍເຫຼືອໃນການປຸກສ້າງໂຮງຮຽນປະຖົມ ມັດທະຍົມຕອນຕົ້ນ ແລະ ໂຮງຮຽນມັດທະຍົມຕອນປາຍ ອັນໄດ້ຊ່ວຍສະໜອງພື້ນຖານໂຄງລ່າງໃຫ້ແກ່ເປົ້າໝາຍການສຶກສາ ພິເສດ ຊ່ວຍໃຫ້ລູກຫຼານປະຊາຊົນຜູ້ດ້ອຍໂອກາດ ໄດ້ເຂົ້າໂຮງຮຽນຫຼາຍຂຶ້ນ ສໍາລັບການກໍ່ສ້າງໂຮງຮຽນແຫ່ງນີ້ ຈະເລີ່ມລົງມືກໍ່ສ້າງໃນເດືອນທັນວາ 2022 ແລະ ຄາດວ່າຈະໃຫ້ສໍາເລັດພາຍໃນ 6 ເດືອນ ນັບແຕ່ມື້ລົງມືກໍ່ສ້າງເປັນຕົ້ນໄປ.

    ທ່ານ ໂຄບະຢະຊິ ເຄັນອິຈິ ກ່າວວ່າ: ລັດຖະບານຢີ່ປຸ່ນໃຫ້ການສະໜັບສະໜູນໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນນາທົ່ມ ເມືອງອາດສະພອນ ປະກອບມີກໍ່ສ້າງອາຄານຮຽນ ຫ້ອງນໍ້າ ແລະ ສະໜອງອຸປະກອນການຮຽນທີ່ຈໍາເປັນສໍາລັບໂຮງຮຽນດັ່ງກ່າວ ປັດຈຸບັນ ໂຮງຮຽນມັດທະຍົມຕອນຕົ້ນນາທົ່ມ ມີອາຄານຮຽນ 2 ຫຼັງ ໃນນັ້ນ 1 ຫຼັງແມ່ນພໍ່ແມ່ປະຊາຊົນເປັນຄົນສ້າງຂຶ້ນ ແຕ່ເປັນອາຄານທີ່ປ່ອງຢ້ຽມບໍ່ມີປະຕູອັດ ແລະ ສ້າງຂຶ້ນດ້ວຍໄມ້ອັດ ສັງກະສີເກົ່າ ເຮັດໃຫ້ຫຼັງຄາຮົ່ວເວລາຝົນຕົກ ພ້ອມນັ້ນ ຫ້ອງຮຽນຍັງບໍ່ພຽງພໍ ເຮັດໃຫ້ບໍ່ສາມາດຮັບເອົານັກຮຽນທີ່ມີຄວາມຕັ້ງໃຈເຂົ້າມາຮຽນໄດ້ທັງໝົດ ຍ້ອນເຫດນີ້ ລັດຖະບານຍີ່ປຸ່ນຈຶ່ງໄດ້ໃຫ້ການຊ່ວຍເຫຼືອ ແລະ ຫວັງວ່າການຊ່ວຍເຫຼືອນີ້ຈະຊ່ວຍໃຫ້ສະພາບແວດລ້ອມການສຶກສາຮໍ່າຮຽນຂອງນັກຮຽນ ແລະ ການສິດສອນຂອງຄູ-ອາຈານ ໄດ້ຮັບການແກ້ໄຂ ພ້ອມທັງເປັນການຮັກສາ ແລະ ຍົກລະດັບສຸຂະອະນາໄມຂອງໂຮງຮຽນຕື່ມອີກ.

#  ຂ່າວ – ພາບ : ຂັນທະວີ

error: Content is protected !!