11 ເດືອນ ສ່ວຍສາອາກອນເກັບລາຍຮັບໄດ້ 17 ພັນຕື້ກວ່າກີບ

    ຄະນະພັກຮາກຖານກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານພັກ-ພະນັກງານໄລຍະ 11 ເດືອນ ແລະ ທິດທາງແຜນການເດືອນ 12 ປີ 2022 ຂຶ້ນວັນທີ 22 ພະຈິກ 2022 ທີ່ ກົມສ່ວຍສາອາກອນ ເປັນປະທານຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງການເງິນ ມີສະຫາຍ ບຸນປະເສີດ ສີກຸນລະບຸດ ກຳມະການພັກກະຊວງ ເລຂາ ຄະນະພັກຮາກຖານກົມສ່ວຍສາອາກອນ ຮອງເລຂາຄະນະພັກຮາກຖານ ຄະນະເລຂາໜ່ວຍພັກ ສະມາຊິກພັກທີ່ຂຶ້ນກັບຄະນະພັກຮາກຖານ ກົມສ່ວຍສາອາກອນເຂົ້າຮ່ວມ.

    ໃນກອງປະຊຸມ ສະຫາຍ ບຸນປະເສີດ ສີກຸນລະບຸດ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານພັກ-ພະນັກງານ ໄລຍະຜ່ານມາ ສະຫຼຸບຕີລາຄາລວມເຫັນວ່າ ຄະນະພັກຮາກຖານ ໄດ້ເອົາໃຈໃສ່ຊີ້ນຳ-ນໍາພາບັນດາໜ່ວຍພັກອ້ອມຂ້າງຄະນະພັກຮາກຖານຢ່າງໃກ້ຊິດຕິດແທດ ເພີ່ມທະວີເອົາໃຈໃສ່ໃນການສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ພະນັກງານ-ສະມາຊິກພັກ ກວດກາ ຕິດຕາມ ປະເມີນຜົນການຈັດຕັ້ງປະຕິບັດວຽກງານປະຈໍາປີຂອງພະນັກງານ-ສະມາຊິກພັກທັງໝົດ ຄະນະພັກຮາກຖານກົມສ່ວຍສາອາກອນ ໄດ້ເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄະນະບໍລິຫານງານພັກເປີດກ້ວາງ ຄັ້ງທີ 1 ຫາ 6 ສະໄໝທີ III ຂອງອົງຄະນະພັກກະຊວງການເງິນຢ່າງຕັ້ງໜ້າ ເອົາໃຈໃສ່ໃນການຜັນຂະຫຍາຍມະຕິຄຳສັ່ງຕ່າງໆທີ່ທາງຂັ້ນເທິງວາງອອກແຕ່ລະໄລຍະໃຫ້ເຂົ້າສູ່ລວງເລິກ ແລະ ຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະຕົວຈິງ ໂດຍສະເພາະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຄໍາສັ່ງເລກທີ 18/ນຍ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ.

    ຜ່ານການຈັດຕັ້ງປະຕິບັດບັນດາມະຕິຄຳສັ່ງໃນ 11 ເດືອນ ປີ 2022 ຄະນະພັກຮາກຖານກົມສ່ວຍສາອາກອນ ສາມາດຍາດມາໄດ້ຜົນສຳເລັດໃນການຈັດຕັ້ງປະຕິບັດເກັບລາຍຮັບໄດ້ທັງໝົດຮອດວັນທີ 14 ພະຈິກ 2022 ສາມາດເກັບໄດ້ 17.602 ຕື້ກວ່າກີບ ເທົ່າກັບ 88,8% ຂອງແຜນການດັດແກ້ ໃນນີ້ ສ່ວຍສາອາກອນປະຕິບັດໄດ້ 11.727 ຕື້ກວ່າກີບ ເທົ່າກັບ 81,31% ລາຍຮັບຊັບສິນປະຕິບັດໄດ້ 4.233 ຕື້ກີບ ເທົ່າກັບ 108,9% ລາຍຮັບຈາກກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ປະຕິບັດໄດ້ 1,640 ຕື້ກີບ ເທົ່າກັບ 108,5% ຂອງແຜນດັດແກ້.

    ພ້ອມກັນນັ້ນ ກົມສ່ວຍສາອາກອນ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຊຸກຍູ້ລາຍຮັບທ້າຍປີ ໂດຍແບ່ງຄວາມຮັບຜິດຊອບໃຫ້ຄະນະກົມໃນການຕິດຕາມ ກວດກາ  ແລະ ຊຸກຍູ້ການເກັບລາຍຮັບຈາກຫົວໜ່ວຍທຸລະກິດຂະ ໜາດໃຫຍ່ ແລະ ຄາດວ່າໝົດປີຈະສາມາດປະຕິບັດລາຍຮັບທັງໝົດເທົ່າກັບ 113,6% ໃນນີ້ ສ່ວຍສາອາກອນລາຍຮັບໝົດປະຕິບັດໄດ້ 104,6%, ລາຍຮັບຊັບສິນປະຕິບັດໄດ້ 140,0% ແລະ ລາຍຮັບຈາກ ປລປ ໝົດປີຈະປະຕິບັດໄດ້ 113,6%.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!