ປະທານສະພາແຫ່ງຊາດ ພົບປະກັບປະທານລັດຖະສະພາສິງກະໂປ

    ຕອນບ່າຍຂອງວັນທີ 22 ພະຈິກ 2022 ທີ່ພະນົມເປັນ ລາຊະອະນາຈັກກໍາປູເຈຍ ໄດ້ມີການພົບປະສອງຝ່າຍລະຫວ່າງຄະນະຜູ້ແທນສະພາແຫ່ງຊາດແຫ່ງ ສປປ ລາວ ກັບ ຄະນະຜູ້ແທນລັດຖະສະພາສິງກະໂປ ຝ່າຍລາວນໍາໂດຍທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ແລະ ຝ່າຍສິງກະໂປ ນໍາໂດຍທ່ານທ່ານ ຕັນ ສວນ ຈິນ ປະທານລັດຖະສະພາ ຫົວໜ້າຄະນະຜູ້ແທນລັດຖະສະພາສິງກະໂປ ມີບັນດາທ່ານຄະນະຜູ້ແທນຈາກສະພາສອງປະເທດເຂົ້າຮ່ວມ.

    ໃນພິທີພົບປະ ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສະແດງຄວາມດີໃຈທີ່ໄດ້ມີໂອກາດພົບປະເຮັດວຽກຮ່ວມກັບທ່ານ ຕັນ ສວນ ຈິນ ເຊິ່ງເປັນໂອກາດດີທີ່ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນນໍາກັນກ່ຽວກັບການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມລະຫວ່າງສອງປະເທດ ສປປ ລາວ-ສ ສິງກະໂປ ກໍຄືລະຫວ່າງສອງອົງການນິຕິບັດຍັດຂອງສອງປະເທດໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ເຊິ່ງ ສປປ ລາວ ແລະ ສ ສິງກະໂປ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີນຳກັນມາຕະຫຼອດມາ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ ເຫັນໄດ້ຈາກສອງປະເທດໄດ້ມີການແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິລະຫວ່າງການນຳຂັ້ນສູງໃນລະດັບຕ່າງໆ ເພື່ອສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ເປັນຕົ້ນແມ່ນທາງດ້ານການເມືອງ ເສດຖະກິດ ການສຶກສາ ແລະ ອື່ນໆ ອັນນຳເອົາຜົນປະໂຫຍດມາໃຫ້ປະຊາຊົນສອງຊາດ ພ້ອມທັງແຈ້ງໃຫ້ຮູ້ກ່ຽວກັບກົງຈັກ ສະພາບການເຄື່ອນໄຫວຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ຊຸດທີ IX ການຮ່ວມມືຂອງສອງອົງການນິຕິບັນຍັດໂດຍຫຍໍ້ ແລະ ເພື່ອເປັນການສືບຕໍ່ສາຍພົວພັນລະຫວ່າງສອງສະພາ.

    ໂອກາດນີ້ ທ່ານປະທານສະພາແຫ່ງຊາດລາວ ຍັງໄດ້ສະເໜີຕໍ່ທ່ານ ຕັນ ສວນ ຈິນ ຄື: ສະເໜີໃຫ້ມີການແລກປ່ຽນຄະນະຜູ້ແທນໃນລະດັບຕ່າງໆນຳກັນ ເປັນຕົ້ນ ຄະນະປະທານສະພາແຫ່ງຊາດ ຄະນະປະທານກຳມາທິການຄະນະມິດຕະພາບລາວ-ສິງກະໂປ ແລະ ຄະນະ ອື່ນໆຢ່າງເປັນປົກກະຕິ ສະເໜີໃຫ້ການຮ່ວມມືທາງວິຊາການ ໂດຍຮູບການຈັດສຳມະນາ ເຝິກອົບຮົມ ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນທີ່ດິຮ່ວມກັນ ເພື່ອຍົກສູງຂີດຄວາມສາມາດແກ່ພະນັກງານພາຍໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງຂອງ ສປປ ລາວ ສະເໜີໃຫ້ສອງອົງການນິຕິບັນຍັດ ຊຸກຍູ້ໃຫ້ສອງລັດຖະບານ ລາວ-ສິງກະໂປ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາສັນຍາ ສົນທິສັນຍາ ແລະ ນິຕິກຳອື່ນໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນໃຫ້ເປັນຮູບປະທໍາ ເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນຂອງສອງປະເທດ ສືບຕໍ່ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເພື່ອປະກອບສ່ວນໃນພາລະກິດປົກປັກຮັກສາສັນຕິພາບ ສະຖຽນລະພາບ ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງໃນພາກພື້ນ ແລະ ສາກົນ ເຊິ່ງໃນປີ 2024 ສະພາແຫ່ງຊາດລາວຈະເປັນເຈົ້າພາບຈັດກອງປະຊຸມໃຫຍ່ໄອປາ ຄັ້ງທີ່ 45 ຫວັງຢ່າງຍິ່ງຈະໄດ້ຮັບການຮ່ວມມື ແລະ ສະໜັບສະໜຸນຈາກລັດຖະສະພາສິງກະໂປ ແລະ ເຊື້ອເຊີນທ່ານ ຕັນ ສວນ ຈິນ ຫົວໜ້າຄະນະຜູ້ແທນລັດຖະສະພາສິງກະໂປ ພ້ອມດ້ວຍຄະນະ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມວັນເວລາທີ່ທ່ານມີຄວາມສະດວກ ນອກຈາກນີ້ ທ່ານ ຕວນ ສັນ ຈິນ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ເຫັນດີຕໍ່ຂໍ້ສະເໜີທີ່ຝ່າຍລາວສະເໜີ ໂດຍເຫັນດີທີ່ສຸດຕອບສະໜອງໃຫ້ນັ້ນ ແມ່ນການຊອກທຶນໃຫ້ພະນັກງານວິຊາການໄປຮຽນພາສາອັງກິດໃນການກະກຽມຮັບໃຊ້ກອງປະຊຸມ AIPA ທີ່ ສປປ ລາວ ຈະເປັນເຈົ້າພາບໃນປີ 2024 ນີ້ ແລະ ໄດ້ເຊື້ອເຊີນໃຫ້ຄະນະຜູ້ແທນລາວ ສືບຕໍ່ຢ້ຽມຢາມ ສ.ສິງກະໂປ ເພື່ອສືບຕໍ່ຮັດແໜ້ນຄວາມສາມັກຄີຮ່ວມມືກັນໃຫ້ດີຍິ່ງຂຶ້ນກວ່າເກົ່າ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!