ຄະນຜູ້ແທນສະພາແຫ່ງຊາດລາວ ພົບປະສອງຝ່າຍກັບອົດສະຕຣາລີ

    ໃນໂອກາດເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 43 ທີ່ພະນົມເປັນ ລາຊະອານາຈັກກໍາປູເຈຍ ຂອງຄະນະຜູ້ແທນສະພາແຫ່ງຊາດລາວ ໃນຕອນເຊົ້າວັນອັງຄານທີ 22 ພະຈິກ 2022 ທີ່ພະນົມເປັນ ໄດ້ມີການພົບປະສອງຝ່າຍ ລະຫວ່າງຄະນະຜູ້ແທນສະພາແຫ່ງຊາດແຫ່ງ ສປປ ລາວ ແລະ ຄະນະຜູ້ແທນລັດຖະສະພາອົດສະຕຣາລີ ເຊິ່ງຝ່າຍລາວ ນໍາໂດຍທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ ສະພາແຫ່ງຊາດລາວ ແລະ ຝ່າຍອົດສະຕຣາລີ ນໍາໂດຍທ່ານນາງ ເດັບໂບຣາ ໂອນຽວ ສະມາຊິກສະພາສູງ ປະທານກໍາມາທິການຮ່ວມມື ແລະ ການບໍລິການດ້ານການເງິນອົດສະຕຣາລີ ມີບັນດາທ່ານຄະນະຜູ້ແທນຈາກສອງປະເທດເຂົ້າຮ່ວມ.

    ໂອກາດດັ່ງກ່າວ ທ່ານ ສັນຍາ ປຣະເສີດ ໄດ້ກ່າວຄວາມສະແດງຍິນດີທີ່ໄດ້ມີໂອກາດໄດ້ພົບປະເຮັດວຽກຮ່ວມກັບທ່ານນາງ ເດັບໂບຣາ ໂອນຽວ ເຊິ່ງເປັນໂອກາດດີໃຫ້ແກ່ສອງຄະນະຜູ້ແທນລາວ-ອົດສະຕຣາລີ ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນນໍາກັນກ່ຽວກັບການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ກໍຄືລະຫວ່າງສອງອົງການນິຕິບັນຍັດໃຫ້ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ ພ້ອມທັງຕີລາຄາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ ແລະ ອົດສະຕຣາລີ ເຊິ່ງປີ 2022 ນີ້ ເປັນປີແຫ່ງການສ້າງສາຍພົວພັນການທູດຄົບຮອບ 70 ປີການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ ສອງປະເທດໄດ້ມີການແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິລະຫວ່າງການນຳຂັ້ນສູງ ແລະ ລະດັບຕ່າງໆຂອງສອງປະເທດ ການຮ່ວມມືທາງດ້ານການເມືອງ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເສດຖະກິດ-ການຄ້າ ການລົງທຶນ ການສຶກສາ ແລະ ອື່ນໆ ໄດ້ຮັບການຂະຫຍາຍຕົວເປັນຢ່າງດີ ພ້ອມດຽວກັນນັ້ນ ໄດ້ສະເໜີໃຫ້ມີການສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເພື່ອປະກອບສ່ວນໃນການປົກປັກຮັກສາສັນຕິພາບ ສະຖຽນລະພາບ ແລະ ການພັດທະນາແບບຢືນຍົງໃນພາກພື້ນ ແລະ ໃນໂລກ.

.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!