ເຜີຍແຜ່ດໍາລັດວ່າດ້ວຍລົດຂອງລັດ ແລະ ນິຕິກໍາກ່ຽວຂ້ອງ

    ກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ລົງວັນທີ 29 ກັນຍາ 2021 ແລະ ນິຕິກໍາກ່ຽວຂ້ອງ ຈັດຂຶ້ນວັນທີ 23 ພະຈິກ 2022 ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ໂດຍເປັນປະທານຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ນວ ມີທ່ານ ສົມບູນ ແກ່ນປະເສີດ ຫົວໜ້າພະແນກຄຸ້ມຄອງສັງຫາລິມະຊັບ ກົມຄຸ້ມຄອງຊັບສິນແຫ່ງລັດ ພ້ອມດ້ວຍຜູ້ຕາງໜ້າຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ບັນດາພະແນກການ ອົງການ ເຈົ້າເມືອງ-ຮອງເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ພູວົງ ວົງຄໍາຊາວ ກ່າວວ່າ: ວຽກງານຈັດຕັ້ງຜັນຂະຫຍາຍນະໂຍບາຍການຄຸ້ມຄອງນໍາໃຊ້ລົດບໍລິ ຫານລັດ ຕາມດໍາລັດສະບັບເລກທີ 599/ລບ ລົງວັນທີ 29 ກັນຍາ 2021 ເຊິ່ງຈະຕ້ອງໄດ້ພ້ອມກັນກວດກາ ຕີລາຄາ ແລະ ປະເມີນຜົນຄືນ ນັບແຕ່ສູນກາງຮອດທ້ອງຖິ່ນ ທີ່ຕິດພັນກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ໄລຍະຜ່ານມາ ນວ ໄດ້ຖືເອົາວຽກດັ່ງກ່າວເປັນບັນຫາສໍາຄັນຂອງອົງຄະນະພັກ ນວ ໂດຍໄດ້ແຕ່ງ ຕັ້ງຄະນະກໍາມະການຮັບຜິດຊອບອອກເປັນຂໍ້ຕົກລົງຂອງທ່ານເຈົ້າຄອງ ນວ 3 ສະບັບ ຄື: ເລກທີ 596/ຈນວ ລົງວັນທີ 30 ກໍລະກົດ 2021 ເພື່ອກວດກາ ເກັບກໍາສະຖິຕິພາຫະນະທີ່ມີບັນຊີໃນການຄຸ້ມຄອງຂອງ ນວ ກ່ອນດໍາລັດວ່າດ້ວຍລົດຂອງລັດຈະຈັດຕັ້ງປະຕິບັດ ເຊິ່ງໝ!ຍເຖິງການໃຫ້ຄວາມສໍາຄັນຂອງການນໍາ ນວ ຈາກນັ້ນ ຈຶ່ງໄດ້ປັບປຸງເປັນຂໍ້ຕົກລົງ ສະບັບເລກທີ 203/ຈນວ ລົງວັນທີ 9 ມີນາ 2022 ແລະ ສະບັບເລກທີ 590/ຈນວ ລົງວັນທີ 18 ກໍລະກົດ 2022 ເພື່ອຊີ້ນໍາໃນການກວດກາ ເກັບກໍາຂໍ້ມູນສະຖິຕິ ແລະ ຄົ້ນຄວ້ານະໂຍ ບາຍການຄຸ້ມຄອງນໍາໃຊ້ພາຫະນະຂອງລັດທົ່ວ ນວ ແລະ ໄດ້ແຕ່ງຕັ້ງກອງເລຂາຈໍານວນໜຶ່ງເພື່ອຊ່ວຍວຽກ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະຜ່ານມາ ໄດ້ເກັບກໍາສະຖິຕິພາຫະນະທີ່ຂຶ້ນກັບການຄຸ້ມຄອງຂອງ ນວ (36 ພະແນກການ-ອົງການທຽບເທົ່າ ແລະ 9 ເມືອງ) ໄດ້ທັງໝົດ 1.927 ຄັນ ໃນນີ້ລົດໃຫຍ່ 861 ຄັນ ລົດຈັກ 1.066 ຄັນ ສັງລວມແຍກໃຫ້ເຫັນພາຫະນະທີ່ນໍາໃຊ້ເກີນ 10 ປີ ພາຫະນະທີ່ພະນັກງານບໍານານນໍາໃຊ້ ຍົກຍ້າຍໜ້າທີ່ແລ້ວເອົາໄປນໍາ ພາຫະນະເປ່ເພໃຊ້ການບໍ່ໄດ້ ແລະ ພາຫະນະທີ່ຍັງນໍາໃຊ້ຢູ່ໃນວຽກງານບໍລິຫານຕົວຈິງ ນອກນີ້ ຍັງໄດ້ຄົ້ນຄວ້າຜັນຂະຫຍາຍເພື່ອອອກລະບຽບການໃນການຄຸ້ມຄອງນໍາໃຊ້ ວິຊາການຮັບຜິດຊອບໄດ້ເຂົ້າຮ່ວມເຝິກອົບຮົມການນໍາໃຊ້ໂປຣແກຣມ AMIS ເພື່ອກຽມປ້ອນຂໍ້ມູນສະຖິຕິພາຫະນະ ເຂົ້າໃນຖານຂໍ້ມູນເພື່ອກຽມຕິດກາໝາຍສະຕິກເກີ້ໃສ່ລົດບໍລິຫານລັດແຕ່ລະຄັນໃນຂັ້ນຕໍ່ໄປ ເຊິ່ງ ນວ ໄດ້ຈັດຕັ້ງຜັນຂະຫຍາຍໄດ້ດີສົມຄວນ ຖ້າທຽບໃສ່ທ້ອງຖິ່ນອື່ນໆ.

    ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ເຂົ້າໃຈຢ່າງລະອຽດ ຈະແຈ້ງ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ ຈໍາເປັນຕ້ອງໄດ້ຮັບຮູ້-ເຂົ້າໃຈຕໍ່ນິຕິກໍາຕ່າງໆ ເຊິ່ງກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນເຊື່ອມຊຶມບັນດານິຕິກໍາສໍາຄັນ ເປັນຕົ້ນ ດໍາລັດວ່າດ້ວຍລົດລັດ ສະບັບເລກທີ 599/ລບ ລົງວັນທີ 29 ກັນຍາ 2021 ຄໍາແນະນໍາຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດດໍາລັດວ່າດ້ວຍລົດລັດ ສະບັບເລກທີ 599/ລບ ສະບັບເລກທີ 02/ຫສນຍ ລົງວັນທີ 30 ທັນວາ 2021 ຄໍາແນະນໍາກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ລົດບໍລິຫານຂອງລັດ ສະບັບເລກທີ 0393/ ກງ ລົງວັນທີ 4 ກຸມພາ 2022 ແລະ ພ້ອມກັນປະກອບຄໍາເຫັນແລກປ່ຽນ ເພື່ອໃຫ້ເຂົ້າໃຈ ແລະ ພ້ອມກັນນໍາໄປຈັດຕັ້ງປະຕິບັດດ້ວຍຄາວມເປັນເອກະພາບ ແລະ ມີປະສິດທິຜົນສູງ.

(ສະບາໄພ)       

error: Content is protected !!