ຜະລິດຕະພັນໄມ້ປ່ອງ ເປັນທີ່ນິຍົມຂອງຜູ້ຊົມໃຊ້ໃນປັດຈຸບັນ

    ປັດຈຸບັນ ຜະລິດຕະພັນທີ່ເຮັດຈາກໄມ້ປ່ອງ (ໄມ້ໄຜ່) ມີຫຼາຍລວດ ຫຼາຍຮູບແບບ ແລະ ຫຼາຍສີສັນ ພ້ອມນັ້ນຍັງມີຄວາມປານີດ ອັນໄດ້ຮັບຄວາມນິຍົມຈາກຜູ້ຊົມໃຊ້ເປັນຈໍານວນຫຼວງຫຼາຍ ເນື່ອງຈາກວ່າເປັນຜະລິດຕະພັນຂອງຄົນລາວ ແລະ ສີໄມ້ລາຍມືຂອງຄົນລາວ ເຊິ່ງເຮັດໃຫ້ຊາວຊ່າງຫັດຖະກໍາມີຄວາມກະຕືລືລົ້ນໃນການຈັກສານ ພ້ອມນັ້ນ ຍັງມີຕະຫຼາດຮອງຮັບຢ່າງໝັ້ນຄົງ.

    ທ່ານນາງ ບຸນຕອມ ຫົງວິໄລ ບ້ານເພຍລາດ ເມືອງສັງທອງ ນະຄອນຫຼວງວຽງຈັນ ໃນນາມຜູ້ຮັບຂາຍຜະລິດຕະພັນໄມ້ປ່ອງຈາກກຸ່ມຫັດຖະກໍາເມືອງສັງທອງ ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ຕົນໄດ້ປະກອບອາຊີບຂາຍຜະລິດຕະພັນໄມ້ປ່ອງມາໄດ້ຫຼາຍປີແລ້ວ ເຊິ່ງໃນເບື້ອງຕົ້ນ ຂາຍຍາກຫຼາຍ ຕໍ່ມາຈຶ່ງໄດ້ເອົາໃຈໃສ່ພັດທະນາສິນຄ້າໃຫ້ມີຄວາມປານີດ ສວຍງາມ ແລະ ແໜ້ນໜາຂຶ້ນຕື່ມອີກ ພ້ອມນັ້ນ ໄດ້ຖອດຖອນບົດຮຽນ ແລະ ນໍາເອົາຄໍາຕໍານິຕິຊົມຈາກລູກຄ້າ ກໍຄືຜູ້ຊົມໃຊ້ໄປພັດທະນາຜະລິດຕະພັນໃຫ້ດີຂຶ້ນເທື່ອລະກ້າວ ຈົນກາຍເປັນທີ່ຍອມຮັບຂອງລູກຄ້າ ແລະ ເປັນທີ່ຕ້ອງການຂອງຕະຫຼາດ ກໍຄືຜູ້ຊົມໃຊ້ໃນປັດຈຸບັນ ດ້ວຍເຫດນີ້ ຈຶ່ງໄດ້ຊຸກຍູ້ປະຊາຊົນພາຍໃນເມືອງສັງທອງ ຫັນມາຜະລິດຢ່າງແຂງແຮງ ພ້ອມນັ້ນ ຍັງຊຸກຍູ້ປະຊາຊົນທີ່ຢູ່ຕ່າງແຂວງຕື່ມອີກ ພິເສດໃນໄລຍະການແຜ່ລະບາດພະຍາດໂຄວິດ-19 ປະຊາຊົນຈໍານວນຫຼາຍໄດ້ມີຄວາມຕື່ນຕົວ ແລະ ເອົາໃຈໃສ່ຜະລິດຢ່າງຕໍ່ເນື່ອງ ເພື່ອຫາລາຍຮັບມາລ້ຽງສະມາຊິກພາຍໃນຄອບຄົວ ພ້ອມນັ້ນ ຍັງເປັນການພັດທະນາສີມືຂອງຊ່າງຫັດຖະກໍາຈັກສານ ໂດຍພັດທະນາຕາມຮູບແບບຂອງລູກຄ້າ ຕາມຮູບແບບຂອງສັງຄົມຕ້ອງການ ເຮັດໃຫ້ຜະລິດຕະພັນຂາຍໄດ້ແບບຍືນຍົງ.

    ຜະລິດຕະພັນໄມ້ປ່ອງທີ່ນໍາມາຈໍາໜ່າຍເປັນຜະລິດຕະພັນທີ່ມີຄຸນນະພາບ ແລະ ໄມ້ທີ່ນໍາມາຈັກສານເປັນໄມ້ທີ່ມີອາຍຸຄົບຕາມມາດຖານ ຮັບປະກັນບໍ່ມີໂຕມອດ ຫຼື ແມງໄມ້ມາເຈາະ ມີຄວາມທົນທານ ແລະ ໃຊ້ໄດ້ດົນນານ ເຊິ່ງຜະລິດຕະພັນປະກອບມີ ໂຕະ ຕັ່ງ ກະຕ່າ ຂັນ ກະເປົາ ຕິບເຂົ້າ ໝວກ ສາດທີ່ເຮັດດ້ວຍໃບລານ ແລະ ຜະລິດຕະພັນອື່ນໆ ມີລາຄາຈໍາໜ່າຍ 5.000-1.000.000 ກີບ ເຊິ່ງລູກຄ້າທ່ານໃດຢາກໄດ້ຜະລິດຕະພັນແບບໃດ ຫຼື ຈະສັ່ງຕາມຮູບແບບຂອງຕົນເອງ ກໍສາມາດຕິດຕໍ່ພວພັນກັບທາງຮ້ານໄດ້ ຕາມໂມງລັດຖະການ ສະຖານທີ່ຂາຍປະຈໍາແມ່ນຢູ່ສູນການຄ້າ ລາວ-ໄອເຕັກ ຕຶກເກົ່າ. ນອກຈາກມີຮ້ານຂາຍປະຈໍາແລ້ວ ຜະລິດຕະພັນໄມ້ປ່ອງຍັງຖືກນໍາໄປວາງສະແດງໃນງານຕ່າງໆທີ່ພາກສ່ວນກ່ຽວຂ້ອງຈັດຂຶ້ນ ພິເສດ ໃນງານບຸນນະມັດສະການພະທາດຫຼວງວຽງຈັນທີ່ຜ່ານມາ ຫັດຖະກໍາຈັກສານໄມ້ປ່ອງເມືອງສັງທອງ ກໍໄດ້ນໍາຜະລິດຕະພັນຂອງຕົນອອກໄປວາງຈໍາໜ່າຍ ໂດຍມີຈຸດປະສົງເພື່ອຢາກໃຫ້ຜູ້ໄປທ່ອງທ່ຽວພາຍໃນງານ ໄດ້ຊື້ນໍາໄປຊົມໃຊ້ຕາມຄົວເຮືອນ ແລະ ຊົມໃຊ້ຕາມຄວາມຕ້ອງການ ຜ່ານການວາງສະແດງ ເຫັນວ່າໄດ້ຮັບຄວາມສົນໃຈຈາກຜູ້ທີ່ມາທ່ຽວງານບຸນຫຼາຍສົມຄວນ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!