ໃຫ້ຄວາມຮູ້ວຽກງານແຂ່ງຂັນ ແລະ ຍ້ອງຍໍ ໃຫ້ພະນັກງານ-ລັດຖະກອນຄັງເງິນແຫ່ງຊາດ

     ຄັງເງິນແຫ່ງຊາດ ກະຊວງການເງິນ ໄດ້ຈັດກອງປະຊຸມເຝິກອົບຮົມວຽກງານແຂ່ງຂັນ ແລະ ຍ້ອງຍໍໃຫ້ພະນັກງານ-ລັດຖະກອນຂອງຄັງເງິນແຫ່ງຊາດ ຂຶ້ນວັນທີ 22 ພະຈິກ 2022 ທີ່ກະຊວງການເງິນ ມີທ່ານນາງ ຄອນມະນີ ພິມມະສັກ ຮອງຫົວໜ້າຄັງເງິນແຫ່ງຊາດ ທ່ານ ວັນນະ ບຸບຜາ ຫົວໜ້າກົມແຂ່ງຂັນ-ຍ້ອງຍໍ ກະຊວງພາຍໃນ ພ້ອມດ້ວຍຮອງຫົວໜ້າຄັງເງິນແຫ່ງຊາດ ຫົວໜ້າພະແນກ-ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງຄັງເງິນແຫ່ງຊາດ ເຂົ້າຮ່ວມ.

     ທ່ານ ນາງ ຄອນມະນີ ພິມມະສັກ ໃຫ້ຮູ້ວ່າ: ຊຸດເຝິກອົບຮົມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍ ເພື່ອສ້າງຂີດຄວາມສາມາດໃຫ້ພະນັກງານ-ລັດຖະກອນຄັງເງິນແຫ່ງຊາດ ໃຫ້ຮັບຮູ້ ເຂົ້າໃຈເລິກເຊິ່ງໃນວຽກງານແຂ່ງຂັນ ແລະ ຍ້ອງຍໍ ແລະ ເພື່ອເປັນການປ່ຽນແປງໃໝ່ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຄຸນນະພາບເທື່ອລະກ້າວ ໃນຊຸດເຝິກອົບຮົມ ແມ່ນໄດ້ພ້ອມຄົ້ນຄວ້າ ສົນທະນາ ແລກປ່ຽນບົດຮຽນ ແລະ ຍາດແຍ່ງເອົາຄວາມຮູ້ນໍາຄູເຝິກ ກ່ຽວກັບວຽກງານແຂ່ງຂັນ ແລະ ຍ້ອງຍໍ ສ້າງຄວາມເຂົ້າໃຈເປັນເອກະພາບສູງຕໍ່ການນໍາເອົາເນື້ອໃນຈິດໃຈຂອງວຽກງານດັ່ງກ່າວ ນໍາມາຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ.

    ໃນຊຸດເຝິກອົບຮົມດັ່ງກ່າວ ທ່ານ ວັນນະ ບຸບຜາ ໄດ້ນໍາສະເໜີໃຫ້ເຫັນໄດ້ຄວາມໝາຍຄວາມສໍາຄັນການກໍາເນີດເຕີບໃຫຍ່ ກໍາໄດ້ວຽກງານແຂ່ງຂັນ ແລະ ຍ້ອງຍໍ ເພາະວຽກງານດັ່ງກ່າວແມ່ນພັກ-ລັດໄດ້ໃຫ້ຄວາມສຳຄັນເປັນຢ່າງຍິ່ງ ເພື່ອສ້າງຄວາມເຕີບໃຫຍ່ເຂັ້ມແຂງໃຫ້ຖັນແຖວພະນັກງານ ຖືເປັນຍຸດທະສາດໜຶ່ງທີ່ສຳຄັນຂອງພັກ ແລະ ລັດ ໃນການແຂ່ງຂັນຍ້ອງຍໍຄົ້ນຄວ້າໄຈ້ແຍກໃຫ້ໄດ້ວຽກດີຄົນເດັ່ນ ເພື່ອເສີມຂະຫຍາຍດ້ານດີດ້ານເດັ່ນ ພ້ອມກັນຊອກຫາວິທີການປັບປຸງກໍ່ສ້າງບັນຫາທີ່ຍັງຂາດຕົກບົກຜ່ອງ ແລະ ມີຄວາມຈຳເປັນທີ່ຕ້ອງໄດ້ຈັດຕັ້ງປະຕິບັດ ເພາະວຽກງານດັ່ງກ່າວ ຖືເປັນເຄື່ອງມືວັດແທກດ້ານຕັ້ງໜ້າ ແລະ ຫຍໍ້ທໍ້ຂອງບຸກຄົນ ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ພະນັກງານຄັງເງິນແຫ່ງຊາດມີຄວາມຮັບຮູ້ໃນວຽກງານດັ່ງກ່າວ ແລະ ພັດທະນາຕົນເອງໃຫ້ກາຍເປັນຄົນດີເດັ່ນ ສາມາດປະຕິບັດວຽກງານໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງມີປະສິທິຜົນດີຂຶ້ນເປັນກ້າວໆ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!