ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ສໍາເລັດຫຼາຍກວ່າ 70%

    ມາຮອດປັດຈຸບັນ ໂຄງການກໍ່ສ້າງທາງດ່ວນຈາກນະຄອນຫຼວງວຽງຈັນ ຫາເມືອງວັງວຽງ ແຂວງວຽງຈັນ ສໍາເລັດຫຼາຍກວ່າ 70% ຊອງໜ້າວຽກທັງໝົດ ຫຼັງຈາກເລີ່ມລົງມືກໍ່ສ້າງມາແຕ່ກາງເດືອນພະຈິກ 2018 ຄາດວ່າການກໍ່ສ້າງຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ ໃນໂອກາດສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ 2020.

   ໂຄງການດັ່ງກ່າວ ມີຄວາມຍາວທັງໝົດປະມານ 109,12 ກິໂລແມັດ ກວ້າງ 23 ແມັດ ເປັນເສັ້ນ ທາງຄູ່ຂະໜານ ນັບແຕ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍຜ່ານເມືອງໂພນໂຮງ ເມືອງຫີນເຫີບ ແລະ ເມືອງວັງວຽງ ແຂວງວຽງຈັນ ເສັ້ນທາງນີ້ ເປັນການລົງທຶນຂອງນັກທຸລະກິດຈີນ ມີອາຍຸສໍາປະທານທັງໝົດ 50 ປີ ມູນຄ່າການກໍ່ສ້າງທັງໝົດ 1,2 ຕື້ໂດລາສະຫະລັດ ໃນນີ້ ລັດຖະບານລາວຖືຮຸ້ນນໍາ 5% ເຊີ່ງຖືກອອກແບບໃຫ້ມີວົງວຽນຈຸດເຊື່ອມຕໍ່ເຂົ້າ-ອອກ 7 ຈຸດ ມີອຸໂມງ 1 ແຫ່ງ (ເຂດພູພະນັງ) ມີຂົວຂ້າມທາງທັງໝົດ 31 ແຫ່ງ ໃນນີ້ມີຂົວຂ້າມທາງ 13 ເໜືອ 3 ຈຸດ ຂ້າມທາງລົດໄຟ 4 ຈຸດ ແລະ ຂ້າມທາງເຂົ້າບ້ານທົ່ວໄປ 23 ຈຸດ.

    ປັດຈຸບັນ ໄດ້ສໍາເລັດການປູຢາງໝາກຕອຍຊັ້ນທໍາອິດຫຼາຍກວ່າ 50 ກິໂລແມັດ ແລະ ການເຈາະອຸໂມງເຂດພູພະກໍໄດ້ສໍາເລັດສົມບູນແລ້ວ ສ່ວນໜ້າາວຽກທີ່ເລັ່ງໃສ່ຈັດຕັ້ງປະຕິບັດໃນປັດຈຸບັນ ແມ່ນການຕິດຕັ້ງລະບົບໄຟຟ້າຕາມເສັ້ນທາງ ແລະ ໃນອຸໂມງ.     ໂຄງການເສັ້ນທາງດ່ວນ ວຽງຈັນ–ວັງວຽງ ໃນເບື້ອງຕົ້ນ ຄາດວ່າຈະສໍາເລັດໃນທ້າຍປີ 2021 ແຕ່ຜ່ານການກໍ່ສ້າງຕົວຈິງ ຈະສ້າງສໍາເລັດໃນປີ 2020 ຫຼັງຈາກເປີດການນໍາໃຊ້ ລາຄາການບໍລິການຈະແມ່ນ 550 ກີບຕໍ່ກິໂລແມັດ ຫຼື ລວມທັງໝົດ 62.000 ກີບ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ.

error: Content is protected !!