ມອບ-ຮັບໜ້າທີ່ອໍານວຍການລັດວິສາຫະກິດໄຟຟ້າລາວຜູ້ເກົ່າ ແລະ ຜູ້ວ່າການຜູ້ໃໝ່

    ພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ບຸນອຸ້ມ ສີວັນເພັງ ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ (ຜູ້ເກົ່າ) ແລະ ທ່ານ ຈັນທະບູນ ສຸກອາລຸນ ວ່າການຜູ້ອໍານວຍການລັດວິສາຫະກິດໄຟຟ້າລາວ (ຜູ້ໃໝ່) ຈັດຂຶ້ນວັນທີ 16 ມິຖຸນາ 2020 ທີ່ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຫົວໜ້າກົມ ຮອງກົມ ກະຊວງພະລັງງານ ແລະ ບໍ່ແຮ່ ກະຊວງການເງິນ ຄະນະຝ່າຍ ຄະນະຫ້ອງການ ຕະຫຼອດຮອດພະນັກງານລັດວິສາຫະກິດໄຟຟ້າລາວ ແລະ ແຂກຖືກເຊີນ.

    ເພື່ອເຮັດໃຫ້ການດໍາເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ ສາມາດດໍາເນີນຕາມນະໂຍບາຍຂອງພັກ-ລັດຖະບານໄດ້ຢ່າງຕໍ່ເນື່ອງ ກະຊວງການເງິນຈຶ່ງໄດ້ອອກຂໍ້ຕົກລົງ 1439/ກງ ວ່າດ້ວຍການແຕ່ງຕັ້ງຜູ້ວ່າການອໍານວຍການລັດວິສາຫະກິດໄຟຟ້າລາວ ໂດຍອີງຕາມກົດໝາຍວ່າດ້ວຍວິສາຫະກິດສະບັບເລກທີ 46/ສພຊ ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ແລະ ເຄື່ອນໄຫວຂອງກະຊວງການເງິນເລກທີ 144/ນຍ ລັດຖະມົນຕີກະຊວງການເງິນຕົກລົງແຕ່ງຕັ້ງທ່ານ ຈັນທະບູນ ສຸກອາລຸນ ຫົວໜ້າກົມແຜນການ ແລະ ການຮ່ວມມືກະຊວງພະລັງງານ ແລະ ບໍ່ແຮ່ ເປັນຜູ້ວ່າການອໍານວຍການລັດວິສາຫະກິດໄຟຟ້າລາວ ເນື່ອງຈາກວ່າຜູ້ເກົ່າເຖິງກະສຽນອາຍຸບໍານານແຕ່ປີ 2018 ແລະ ຮັກສາການຕໍ່ອີກ 2 ປີ ຈົນຮອດປີ 2020.

    ໂອກາດນີ້ ທ່ານ ສົມດີ ດວງດີ ໄດ້ໃຫ້ກຽດໂອ້ລົມ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງອໍານວຍການລັດວິສາຫະກິດໄຟຟ້າຜູ້ເກົ່າ ທີ່ໄດ້ຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າຜູ້ວ່າການ ພ້ອມດ້ວຍຮອງອໍານວຍການລັດວິສາຫະກິດໄຟຟ້າລາວທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກທີ່ພໍ່ແມ່ປະຊາຊົນຢາກໃຫ້ຊ່ວຍພັດທະນາ ແລະ ສະເໜີໃຫ້ພະນັກງານໃນບໍລິສັດໃຫຍ່ ກໍຄືສາຂາ ໃຫ້ການສະໜັບສະໜູນ ມີຄວາມສາມັກຄີເປັນເອກະພາບ ຮ່ວມມືແກ້ໄຂໃຫ້ທັນເວລາ ແບ່ງຮັບແບ່ງສູ້ໃຫ້ຜູ້ຊົມໃຊ້ ແລະ ຜູ້ຄຸ້ມຄອງປະຢັດມັດທະຍັດ ເພື່ອໃຫ້ລາຄາຕົ້ນທຶນຕໍ່າ ນອກນັ້ນໃຫ້ພ້ອມກັນປະຕິບັດຕາມຄໍາສັ່ງ ຕິດຕາມກວດກາຄຸ້ມຄອງອ້າຍນ້ອງທີ່ຢູ່ພາຍໃຕ້ການບັງຄັບບັນຊາຂອງຕົນ ພ້ອມທັງແກ້ໄຂຂອດການບໍລິການຕ່າງໆໃຫ້ມີຄວາມປອດໃສ ແລະ ອື່ນໆ.

ມອບ-ຮັບໜ້າທີ່ອໍານວຍການລັດວິສາຫະກິດໄຟຟ້າລາວ
ມອບ-ຮັບໜ້າທີ່ອໍານວຍການລັດວິສາຫະກິດໄຟຟ້າລາວ

# ຂ່າວ & ພາບ:  ຂັນທະວີ  

error: Content is protected !!