ຄອບຄົວການນຳ ມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນກິນນອນຊົນເຜົ່າ

    ວັນທີ 21 ພະຈິກ 2022 ຢູ່ໂຮງຮຽນກິນນອນຊົນເຜົ່າ ມ.ປາຍ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກຄອບຄົວການນໍາ ໃນຫົວຂໍ້ “ສົ່ງອ້ອມກອດເຖີງລູກຫຼານທີ່ຢູ່ຂອບຟ້າແດນໄກໃນລະດູໜາວ” ນຳໂດຍທ່ານນາງ ບົວໄຫຼ ຈິດມະນີ ຄອບຄົວຮອງປະທານປະເທດ ຕາງໜ້າຄອບຄົວການນຳຂັ້ນສູນກາງ ພ້ອມດ້ວຍຄະນະ ທ່ານ ນາງ ຄໍາຮວຍ ຈັນທະລາດ ຄອບຄົວການນໍາແຂວງ ມີຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ ພ້ອມຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

    ທ່ານ ສີທອງ ກໍາມະເຈີງ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງວຽງພູຄາ ໄດ້ລາຍງານສະພາບການສຶກສາພາຍໂຮງຮຽນຊົນເຜົ່າພາຍໃນເມືອງໂດຍຫຍໍ້ ຕໍ່ຄອບຄົວການນໍາຂອງສູນກາງເພື່ອຊາບ ຕໍ່ກັບການຊີ້ນໍາ-ນໍາພາ ການຄຸ້ມຄອງ ການບໍລິຫານພາຍໃນໂຮງຮຽນ ຂໍ້ສະດວກ ຂໍ້ຫຍຸ້ງຍາກ ຂໍ້ສະເໜີຕ່າງໆ ໂຮງຮຽນຊົນເຜົ່າເມືອງວຽງພູຄາ ມີນັກຮຽນທັງໝົດ 160 ຄົນ ຍິງ 79 ຄົນ ນັກຮຽນສ່ວນຫຼາຍມາຈາກບັນດາບ້ານຢູ່ຫ່າງໄກສອກຫຼິີກ ຊົນນະບົດ ແລະ ເປັນກໍາພ້າ-ກໍາພອຍ. ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ຜ້າຫົ່ມ  ເຄື່ອງກັນໜາວ ແລະ ອຸປະກອນການຮຽນ ລວມມູນຄ່າ 75 ລ້ານກີບ ພ້ອມທັງມອບສັງກະສີຈໍານວນ 300 ແຜ່ນໃຫ້ໂຮງຮຽນມູນຄ່າ 15 ລ້ານກີບ ເພື່ອປັບປຸງອາຄານສະຖານທີ່ພາຍໃນໂຮງຮຽນ ກ່າວມອບໂດຍທ່ານນາງ ບົວໄຫຼ ຈິດມະນີ ຕາງໜ້າຄອບຄົວການນໍາຂັ້ນສູນກາງ ແລະ ກ່າວຮັບໂດຍທ່ານ ສິງ ລໍວັນກູ ອໍານວຍການໂຮງຮຽນກີນນອນຊົນເຜົ່າ

    ໂອກາດດັ່ງກ່າວ ອໍານວຍການໂຮງຮຽນກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຊົມເຊີຍຕໍ່ຜົນງານທີ່ໄດ້ປະກອບສ່ວນຊ່ວຍເຫຼືອໂຮງຮຽນຊົນເຜົ່າ ກໍຄືບັນດາລູກຫຼານທີ່ມີຄວາມຫຍຸ້ງຍາກຂາດເຂີນທາງດ້ານເສດຖະກິດຄອບຄົວ ແຕ່ມີຄວາມຕັດສີນໃຈໃນການສຶກສາຮໍ່າຮຽນ ແລະ ຕ້ອງການຄວາມຊ່ວຍເຫຼືອ ສິ່ງເຫຼົ່ານີ້ຈະເປັນການຊຸກຍູ້ຊ່ວຍເຫຼືອ ແລະ ກໍາລັງໃຈໃຫ້ນ້ອງນັກຮຽນຕໍ່ການສຶກສາຮໍ່າຮຽນໃຫ້ສໍາເລັດ.

# ຂ່າວ: ຄໍາປິງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ

error: Content is protected !!