ຜູ້ບໍລິຫານການສຶກສາ ຫາລື ແລະ ຮັບຮອງເອົາເອກະສານສໍາຄັນຕ່າງໆ

    ກອງປະຊຸມລະດັບຜູ້ບໍລິຫານຂອງໜ່ວຍງານວິຊາການຂະແໜງການສຶກສາ ແລະ ກີລາ (ESWG Meeting: Excutive Level) ຈັດຂຶ້ນວັນທີ 22 ພະຈິກ 2022 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງ ວຽງຈັນ ໂດຍເປັນປະທານຮ່ວມຂອງທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດປະເທດອົດສະຕຣາລີ ປະຈຳ ລາວ ແລະ ທ່ານ ອີນາ ມາຈູລໍນີແຕ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳລາວ ພ້ອມດ້ວຍທ່ານຜູ້ຕາງໜ້າຈາກກະຊວງ ສສກ ຈາກສະພາແຫ່ງຊາດ ຈາກກະຊວງ ອົງການຈັດຕັ້ງສາກົນ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆປະຈຳລາວ ເຂົ້າຮ່ວມ.

    ທ່ານ ຮສ ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນ ແລະ ຮັບຮອງເອົາບັນດາເອກະສານສໍາຄັນຕ່າງໆ ເຊິ່ງປະກອບມີບົດລາຍງານການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມໜ່ວຍງານວິຊາການຂະແໜງການສຶກສາ ແລະ ກີລາ ປີ 2021 ສະເໜີແຜນການດໍາເນີນການປະເມີນຮ່ວມຂອງຂະແໜງການສຶກສາທິການ  ແລະ ກີລາ ປະຈໍາປີ 2022  (ເພື່ອຮັບຮອງ)  ພາລະບົດບາດຂອງໜ່ວຍງານວິຊາການຂະແໜງການສຶກສາທິການ ແລະ ກີລາ ສະບັບປັບປຸງ (ເພື່ອຮັບຮອງ)  ແຜນງານການສະໜອງງົບປະມານ (Budget support) ສໍາລັບວຽກງານອາຊີວະສຶກສາ ຂອງສະຫະພາບເອີຣົບ ມູນຄ່າ 37 ລ້ານເອີໂຣ (ເພື່ອຮັບຮອງ) ເພື່ອຮັບຮອງບົດລາຍງານກອງປະຊຸມໂຕະມົນ ປະຈໍາປີ 2022 ແລະ ກໍານົດຫົວຂໍ້ບູລິມະສິດສໍາລັບ ປີ 2023.

    ກອງປະຊຸມຍັງໄດ້ຍົກບັນຫາ ແລະ ສິ່ງທ້າທາຍທີ່ມີຕໍ່ການພັດທະນາການສຶກສາອີກດ້ວຍ ໂດຍສະເພາະແມ່ນ ຄຸນນະພາບຂອງການຮຽນ-ການສອນຍັງຕໍ່າ ອັນເນື່ອງມາຈາກຄູສອນບໍ່ພຽງພໍ ຄວາມຮູ້ ແລະ ຄວາມສາມາດຂອງຄູໃນການຈັດຕັ້ງປະຕິບັດຫຼັກສູດໃໝ່ ແລະ ວິທີການສິດສອນໃໝ່ຍັງບໍ່ພຽງພໍ ຂາດງົບປະມານໃນການເຝິກອົບຮົມຄູແບບຕໍ່ເນື່ອງ ຄວາມພ້ອມ ແລະ ອຸປະກອນສໍາລັບການຈັດການຮຽນ-ການສອນແບບໃໝ່ ຍັງບໍ່ທັນຄົບຖ້ວນ ພື້ນຖານໂຄງລ່າງທີ່ຮັບຮອງການຮຽນແບບອອນລາຍບໍ່ສົມຄູ່ ມີຂໍ້ຈໍາກັດດ້ານການເຂົ້າເຖິງ ແລະ ການຍົກລະດັບຄູ ແລະ ຈໍານວນຄູໃໝ່ທີ່ໄດ້ຮັບໃນແຕ່ລະປີ ແມ່ນໜ້ອຍກວ່າຕົວເລກຂອງການສູນເສຍ ອັນນໍາໄປສູ່ມີຫຼາຍໂຮງຮຽນມີຄວາມຈໍາເປັນຕ້ອງໄດ້ສອນຄວບຫ້ອງ ຫຼື ຕ້ອງໄດ້ອີງໃສ່ອາສາສະໝັກມາສອນຊ່ວຍ.

    ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ປະກອບສ່ວນແລກປ່ຽນຄຳຄິດຄຳເຫັນກ່ຽວກັບບາງບັນຫາທີ່ສໍາຄັນຕາມເນື້ອໃນຕ່າງໆທີ່ໄດ້ນໍາມາສະເໜີ  ໂດຍໃຫ້ໄປຕາມພາລະບົດບາດ ສິດ ແລະ ໜ້າທີ່ຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຂອງທຸຸກພາກສ່ວນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານບັນລຸໄດ້ຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້.

error: Content is protected !!